ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຊ່ຽວຊານເວົ້າວ່າ ໄຕ້ຫວັນ ຕ້ອງໃຊ້ຄວາມພະຍາຍາມ ພາຍໃນປະເທດຫຼາຍຂຶ້ນ ເພື່ອຕອບໂຕ້ ຈີນ


ນັກເຕັ້ນພາກັນຮ້ອງເຊຍ ໃນລະຫວ່າງການສະເຫຼີມສະຫຼອງວັນຊາດ, ນະຄອນຫຼວງ ໄທເປ, ໄຕ້ຫວັນ. 10 ຕຸລາ, 2020.
ນັກເຕັ້ນພາກັນຮ້ອງເຊຍ ໃນລະຫວ່າງການສະເຫຼີມສະຫຼອງວັນຊາດ, ນະຄອນຫຼວງ ໄທເປ, ໄຕ້ຫວັນ. 10 ຕຸລາ, 2020.

ລາຍງານທີ່ວ່າ ສະຫະລັດ ຈະເດີນໜ້າຕໍ່ໄປກັບການຂາຍອາວຸດທີ່ທັນສະໄໝໃຫ້ ໄຕ້ຫວັນ ບໍ່ໄດ້ເບິ່ງຄືວ່າຈະເປັນການກຽມພ້ອມຂອງ ໄຕ້ຫວັນ ເພື່ອຮັບມືກັບ ຈີນ ເຊັ່ນດຽວກັນກັບການຝຶກຊ້ອມທາງທະຫານທີ່ມີເພີ້ມຂຶ້ນ ແລະ ການຜະລິດອາວຸດທີ່ເຮັດຂຶ້ນພາຍໃນປະເທດເອງ, ອີງຕາມການກ່າວຂອງບັນດາຜູ້ຊ່ຽວຊານດ້ານກອງທັບ.

ເວັບໄຊ້ GlobalFirePower.com ເຊິ່ງຈັດອັນດັບຄວາມສາມາດຂອງກອງທັບປະເທດຕ່າງໆ, ປີນີ້ໄດ້ຈັດ ໄຕ້ຫວັນ ຢູ່ອັນດັບ 26 ຂອງ 138 ປະເທດ ແລະ ພາກພື້ນ, ທີ່ຖານຂໍ້ມູນໄດ້ທົບທວນ. ຈີນ ຖືກຈັດຢູ່ອັນດັບສາມ. ກອງທັບອາກາດຂອງກອງທັບປົດປ່ອຍປະຊາຊົນ ໄດ້ສົ່ງເຮືອບິນທະຫານ 49 ເທື່ອ ບິນຜ່ານເສັ້ນສູນກາງຂອງຊ່ອງແຄບ ໄຕ້ຫວັນ ໃນປີນີ້, ເຊິ່ງເປັນຕົວເລກທີ່ສູງທີ່ສຸດກວ່າປີໃດໆນັບຕັ້ງແຕ່ປີ 1990 ເປັນຕົ້ນມາ.

ທ່ານ ອາເລັກແຊນເດີ ຫວາງ, ອາຈານສອນ ກ່ຽວກັບ ການສຶກສາແຜນຍຸດທະສາດ ຢູ່ມະຫາວິທະ ຍາໄລ ຕຳກາງ ໃນ ໄຕ້ຫວັນ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຄວນທຳການເຄື່ອນໄຫວ ແລະດຳເນີນການຢ່າງຈິງຈັງ, ເພາະວ່າມັນອາດມີຊ່ວງເວລານຶ່ງ, ວັນນຶ່ງ, ທີ່ ປັກກິ່ງ ຕັດສິນໃຈ ທີ່ຈະເຮັດບາງຢ່າງທີ່ເປັນອັນຕະລາຍຫຼາຍແທ້ໆ.”

ບັນດານັກວິເຄາະເຊື່ອວ່າ ໄຕ້ຫວັນ ຕ້ອງການລູກສອນໄຟເພີ່ມເຕີມໃນອາວຸດຍຸດໂທປະກອນຂອງເຂົາເຈົ້າ. ຜູ້ຊ່ຽວຊານບາງຄົນໄດ້ກ່າວຕື່ມວ່າ ກະຊວງປ້ອງກັນປະເທດຄວນຂະຫຍາຍຄັງກອງທັບຂອງເຂົາເຈົ້າເຊັ່ນກັນ ແລະ ກະຕຸ້ນຄວາມກະຕືລືລົ້ນຂອງບັນດາປະຊາຊົນ ໄຕ້ຫວັນ ຜູ້ທີ່ອາດອາ ສາສະໝັກເປັນທະຫານ ແທນທີ່ຈະໜີອອກໄປບ່ອນອື່ນ ຫຼັງຈາກການຖືກບັງຄັບໃຫ້ຝຶກວິຊາທະ ຫານເປັນເວລາສີ່ເດືອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG