ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານກ່າວວ່າ ຈີນ ທີ່ກໍາລັງປະເຊີນກັບລະບົບເສດຖະກິດທີ່ຊຸດໂຊມລົງ ອາດເຮັດໃຫ້ເພີ້ມການເກາະຜິດຫຼາຍຂຶ້ນ


ແຟ້ມຮູບ-ໃນພາບທີ່ໄດ້ຮັບການເປີດເຜີຍໂດຍອົງການຂ່າວຊີນຫົວນີ້, ເຮືອບິນລົບ J-15 ຂອງຈີນ ບິນອອກຈາກກໍາປັ່ນບັນທຸກເຮືອບິນຊານຕົງ (Shandong)ໃນລະຫວ່າງການຊ້ອມຮົບອ້ອມຮອບເກາະໃຕ້ຫວັນ ໂດຍກອງບັນຊາການຕາເວັນອອກ ຂອງກອງທັບປົດປ່ອຍປະຊາຊົນຈີນ ໃນວັນທີ 9 ເມສາ 2023.
ແຟ້ມຮູບ-ໃນພາບທີ່ໄດ້ຮັບການເປີດເຜີຍໂດຍອົງການຂ່າວຊີນຫົວນີ້, ເຮືອບິນລົບ J-15 ຂອງຈີນ ບິນອອກຈາກກໍາປັ່ນບັນທຸກເຮືອບິນຊານຕົງ (Shandong)ໃນລະຫວ່າງການຊ້ອມຮົບອ້ອມຮອບເກາະໃຕ້ຫວັນ ໂດຍກອງບັນຊາການຕາເວັນອອກ ຂອງກອງທັບປົດປ່ອຍປະຊາຊົນຈີນ ໃນວັນທີ 9 ເມສາ 2023.

ສະພາບເສດຖະກິດພາຍໃນຂອງ ຈີນ ທີ່ກໍາລັງຊຸດໂຊມລົງ ກໍາລັງຜັກດັນເຮັດໃຫ້ເກີດຄວາມຢ້ານກົວໃນທັນທີວ່າ ປັກກິ່ງ ອາດຈະຊົດເຊີຍດ້ວຍການເພີ້ມທະວີຄວາມສ່ຽງຂອງສົງຄາມ ກັບ ສະຫະລັດ ເນື່ອງຈາກ ໄຕ້ຫວັນ, ອີງຕາມນັກຊ່ຽວຊານທີ່ຕິດຕາມເບິ່ງການແຂ່ງຂັນ ລະຫວ່າງ ສະຫະລັດ ແລະ ຈີນ ຢ່າງໃກ້ຊິດ.

ແລະ ລະບົບເສດຖະກິດຂອງຈີນທີ່ຄ່ອຍໆຫຼຸດລົງ, ເຊິ່ງເຫັນໄດ້ຢ່າງແຈ່ມແຈ້ງແລ້ວວ່າ ມັນຈະຄ່ອຍໆເພີ້ມຂຶ້ນ, ການສົ່ງອອກທີ່ຫຼຸດລົງ ແລະໜີ້ສິ້ນຂອງລັດຖະບານທ້ອງຖິ່ນທີ່ເພີ້ມຂຶ້ນ.

“ຈີນ ອາດຈະສະແດງທ່າທີທີ່ຮຸນແຮງໃນໄລຍະເວລາອີກບໍ່ດົນ, ໃນຂະນະທີ່ຄວາມອາດສາມາດຂອງກອງທັບພວກເຂົາ ຂະຫຍາຍໂຕສົມບູນ ເພື່ອກັກເອົາຜົນປະໂຫຍດໃນຂະນະທີ່ຍັງມີໂອກາດ,” ອີງຕາມການກ່າວຂອງ ທ່ານຮາລ ແບຣນສ໌ (Hal Brands), ຜູ້ທີ່ໄດ້ດໍາລົງຕໍາແໜ່ງເປັນຜູ້ຊ່ວຍພິເສດຂອງລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອແຜນຍຸດທະສາດປະຈໍາປີ 2015 ຫາ 2016 ໃນຊ່ວງໄລຍະລັດຖະບານຂອງທ່ານໂອບາມາ. ປັດຈຸບັນ ທ່ານເປັນສາດສະດາຈານ ຜູ້ທີ່ມີຊື່ສຽງ ຢູ່ສະຖາບັນ ເຮັນຣີ ເອ. ຄິສຊິງເອີ (Henry A. Kissinger) ຂອງກິດຈະການລະດັບໂລກ ຢູ່ທີ່ໂຮງຮຽນ Johns Hopkins ສໍາລັບການສຶກສາທີ່ກ້າວໜ້າທາງສາກົນ.

“ນີ້ແມ່ນສົງຄາມທີ່ອັນຕະລາຍທີ່ສຸດຕໍ່ໄຕ້ຫວັນ, ຕົວຢ່າງ ມັນສູງທີ່ສຸດຢູ່ໃນສັດຕະວັດນີ້, ຈີນ ມີຄວາມອາດສາມາດທາງກອງທັບທີ່ຫຼາຍກວ່າແຕ່ກ່ອນ, ໃນຂະນະທີ່ລະບົບເສດຖະກິດຂອງພວກເຂົາເຂົ້າສູ່ຈຸດສູງສຸດ ແລະເລີ້ມຫຼຸດໜ້ອຍລົງ ເມື່ອສົມທຽບໃສ່ສະຫະລັດ,” ທ່ານ ແບຣນສ໌ ເຊິ່ງເປັນຜູ້ຂຽນກ່ຽວກັບ ຂົງເຂດທີ່ອັນຕະລາຍ (Danger Zone): ຄວາມຂັດແຍ້ງກັບ ຈີນ ທີ່ກໍາລັງເກີດຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG