ທ່ານນາງ ອ້ອມບຸນ ທິບສຸນາ ແກນນຳເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນ້ຳຂອງໃຫ້ການຢືນຢັນວ່າ ການສຶກສາວິໄຈທີ່ໄດ້ທຳການເກັບຂໍ້ມູນໃນພື້ນທີ່ຕົວຈິງໂດຍບັນດາຊາວປະມົງພື້ນບ້ານໃນເຂດ 24 ໝູ່ບ້ານແຄມນ້ຳຂອງທີ່ຕັ້ງລະຫວ່າງຈັງຫວັດເລີຍ-ຈັງຫວັດໜອງຄາຍ ກັບແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ຊຶ່ງໄດ້ດຳເນີນການເກັບຂໍ້ມູນໃນໄລຍະກວ່າ 2 ປີມານີ້ ພົບວ່າປາເຖິງ 69 ຊະນິດທີ່ຊາວປະມົງພື້ນບ້ານຈັບໄດ້ຫຼຸດລົງນັບມື້ ຫຼື ຈັບບໍ່ໄດ້ເລີຍໃນວັນເວລາສ່ວນໃຫຍ່ທີ່ທຳການປະມົງນັ້ນ ເພາະວ່າບັນດາເຂື່ອນໄຟຟ້າເທິງແລວນ້ຳຂອງທັງໃນ ຈີນ ແລະ ໃນລາວ ໄດ້ສົ່ງຜົນກະທົບເຮັດໃຫ້ສິ່ງແວດລ້ອມທຳມະຊາດໃນເຂດຕອນລຸ່ມໄດ້ມີການປ່ຽນແປງໄປຢ່າງສິ້ນເຊີງທັງດິນຕະກອນ ແລະ ຄຸນນະພາບນ້ຳທີ່ຫຼຸດລົງ ລວມເຖິງປະລິມານນ້ຳ ແລະ ລະດັບນ້ຳທີ່ຂຶ້ນ-ລົງບໍ່ເປັນໄປຕາມລະດູການ ແຕ່ຂຶ້ນຢູ່ກັບການກັກເກັບນ້ຳ ແລະ ການປ່ອຍນ້ຳຂອງບັນດາເຂຶ່ອນຜະລິດໄຟຟ້າເທິງແລວນ້ຳຂອງເປັນສຳຄັນນັ້ນ ຈຶ່ງສົ່ງຜົນກະທົບໂດຍກົງຕໍ່ການປະມົງພື້ນບ້ານ ແລະ ມີຄວາມສ່ຽງສູງທີ່ປາ 69 ຊະນິດຈະສູນພັນໄປຈາກແມ່ນ້ຳຂອງຢ່າງສິ້ນເຊີງໃນໄວໆນີ້.
ຜູ້ຊ່ຽວຊານດ້ານການປະມົງພື້ນບ້ານຢືນຢັນວ່າ ມີປາ 69 ຊະນິດທີ່ອາດຈະສູນພັນໄປຈາກແມ່ນ້ຳຂອງໃນໄວໆນີ້
- ຊົງຣິດ ໂພນເງິນ

ຟໍຣັມສະແດງຄວາມຄິດເຫັນ