ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກ​ຊ່ຽວ​ຊານ: ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ ICBM​ຢ່າງ​ເຕັມ​ອັດ​ຕາ​ ຂອງ​ເກົາ​ຫຼີ​ເໜືອ ອາດ​ທ້າ​ທາຍ​ຕໍ່​​ສະ​ກັດ​ກັ້ນ ໂດຍ​ສະ​ຫະ​ລັດ


ຮູບ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ຝຶກ​ຊ້ອມ​ຍິງ​ລູກ​ສອນ​ໄຟ ຢູ່​ສະ​ພານ​ທີ່​ແຫ່ງ​ນຶ່ງບໍ່​ເປີດ​ເຜີຍ ຊຶ່ງ​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ KCNA ເມື່ອ​ວັນ​ທີ 20 ມີ​ນາ 2023. KCNA via REUTERS
ຮູບ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ຝຶກ​ຊ້ອມ​ຍິງ​ລູກ​ສອນ​ໄຟ ຢູ່​ສະ​ພານ​ທີ່​ແຫ່ງ​ນຶ່ງບໍ່​ເປີດ​ເຜີຍ ຊຶ່ງ​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ KCNA ເມື່ອ​ວັນ​ທີ 20 ມີ​ນາ 2023. KCNA via REUTERS

ພວກ​ນັກ​ຊ່ຽວ​ຊານ​ຕາ​ເວັນ​ຕົກ ທີ່​ວິ​ເຄາະ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ​ຫຼື ICBM ຄັ້ງ​ຫຼ້າ​ສຸດ​ຂອງ​ເກົາ​ຫຼີ​ເໜືອ ​ພວມ​ຈັບ​ຕາ​ເບິ່ງ​ຢູ່​ວ່າ ພຽງ​ຢາງ​ຈະ​ຍິງ​ລູກ​ສອນ​ໄຟ ICBM ຕື່ມ​ອີກ​ຫຼື​ບໍ່ ໄປ​ໃສ່​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຕາມ​ແນວ​ໂຄ້ງ​ທີ່​ຮາບ​ພຽງ ຊຶ່ງ​ມີ​ທ່າ​ທາງ​ຄ້າຍ​ຄືກວ່າ​ກັບການ​ໂຈມ​ຕີ​ທີ່​ແທ້​ຈິງ​ຕໍ່​ສະ​ຫະ​ລັດ.

ການ​ທົດ​ລອງ​ໃນ​ທຳ​ນອງນີ້​ແມ່ນ​ຈະ​ມີ​ຄວາມ​ຕັ້ງ​ໃຈ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ ​ສາ​ມາດ​ຂອງ​ເກົາ​ຫຼີ​ເໜືອທີ່​ຈະ​ຍິງ​ຫົວ​ລະ​ເບີດ​ນິວ​ເຄ​ລຍມາ​ໃສ່​ແຜ່ນ​ດິນ​ໃຫຍ່​ສະ​ຫະ​ລັດ ຕະ​ຫຼອດ​ທັງຢາກ​ຮູ້​ຈັກ​ວ່າ ​ລັດ​ຖະ​ບານ​ທ່​ານ​ໄບ​ເດັນ​ຈະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ຫຼື​ບໍ່ ພວກ​ນັກ​ຊ່ຽວ​ຊານ​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ເກົາ​ຫຼີ.

ເກົາ​ຫຼີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ Hwasong-17 ເມື່ອ​ວັນ​ທີ 16 ມີ​ນາ​ຜ່ານ​ມາ ເພື່ອ “ເປັນ​ການ​ເຕືອນ​ຢ່າງ​ແຮງ” ຕໍ່​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ໂດ​ຍ​ເວົ້າ​ວ່າ ປະ​ເທດ​ເຫຼົ່າ​ນັ້ນ ​ພວມ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາ​ຫຼີ ຍ້ອນ​ທຳ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່. ປະ​ເທດ​ພັນ​ທະ​ມິດເລີ້ມ​ຊ້ອມ​ລົບ ໂລ່​ປ້ອງ​ກັນ​ອິດ​ສະ​ຫຼະ​ພາບຫຼື Freedom Shield ທີ່​ໃຊ້​ລູກ​ປືນ​ແທ້ ມາ​ໄດ້ 3 ມື້ ຂອງ​ກຳ​ນົດ​ທັງ​ໝົດ 11 ມື້ ທີ່​ພຽງ​ຢາງມອງ​ເບິ່ງວ່າ ເປັນ​ການ​ຝຶກ​ຊ້ອມ​ເພື່ອ​ການ​ຮຸກ​ຮານ.

ລູກ​ສອນ​ໄຟ Hwasong-17 ໄດ້​ຖືກ​ຍິງ​ຂຶ້ນ​ສູ່​ອະ​ວະ​ກາດ ໃນ​ລະ​ດັບ​ທີ່​ສູງ​ເຖິງ 6,000 ກິ​ໂລ​ແມັດ ແລະໄລ​ຍະໄກ 1,000 ກິ​ໂລ​ແມັດ ກ່ອນ​ຈະ​ຕົກ​ລົງ​ໃສ່​ທະ​ເລ​ຢູ່ນອກ​ແຄມ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເກົາ​ຫຼີ​ເໜືອ ອີງ​ຕາມ​ລາຍ​ງານ ​ຂອງ​ສື່ ມວນ​ຊົນ​ທາງ​ການ.

ເກົາ​ຫຼີ​ເໜືອ​ຍັງ​ບໍ່​ໄດ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ ICBM ຢ່າງ​ເຕັມ​ຄວາມ​ສາ​ມາດ​ທີ່​ພົວ​ພັນ​ກັບ​ເສັ້ນ​ທາງ​ໃນ​ໄລ​ຍະໄກແລະ​ໃນ​ລະ​ດັບ​ຕ່ຳ​ເທື່ອ ຖ້າ​ຫາກ​ພວກ​ເຂົາ​ແນ​ໃສ່​ເພື່ອ​ໂຈມ​ຕີ​ສັດ​ຕູ​ຢ​ທີ່​ຢູ່​ຫ່າງ​ໄກ. ເກົາ​ຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ​ເຫຼົ່າ​ນີ້​ໃນ​ໄລ​ຍະ​ທາງ​ສູງ​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG