ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານກ່າວວ່າ ສົນທິສັນຍາບໍ່ຮຸກຮານ ກ່ຽວກັບການ​ຂັດ​ແຍ້ງທາງທະເລ ເບິ່ງຄືວ່າ ຈະທົດສອບຄວາມມຸ້ງໝັ້ນ ຕໍ່ກົດໝາຍສາກົນ ຂອງປັກກິ່ງ

ແຟ້ມຮູບ-ກໍາປັ່ນຍາມຝັ່ງຂອງຈີນ ຖືກກ່າວຫາວ່າ ຂັດຂວາງກໍາປັ່ນຍາມຝັ່ງຂອງຟີລິບປິນ ໃນຂະນະການສະໜອງການສະໜັບສະໜຸນຂອງພວກເຂົາເຈົ້າ ໃນລະຫວ່າງດໍາເນີນງານທາງກອງທັບເຮືອ ໃນບໍລິເວນຂົງເຂດຂໍ້ພິພາດໃນທະເລຈີນໃຕ້, ວັນທີ 30 ມິຖຸນາ 2023 ໃນຮູບພາບທີ່ໄດ້ເປີຍເຜີຍອອກມາໃນວັນທີ 5 ກໍລະກົດ 2023.

ຊະຕາ​ກຳຂອງການເຈລະຈາລະຫວ່າງ ຈີນ ແລະ ​ບັນ​ດາປະຊາຊາດ​ໃນ​ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ເພື່ອບັນລຸຂໍ້ຕົກລົງໃນຄຸ້ມຄອງຂໍ້ພິພາດຢູ່ໃນຂົງເຂດທະເລຈີນໃຕ້, ຂຶ້ນຢູ່ກັບວ່າ ຈີນ ຢືນຢັນ ທີ່ຈະຍັງຄົງຢຶດໝັ້ນ ຢູ່ໃນອັນທີ່ຮ້ອງວ່າ ເສັ້ນ 9 ຂີດ ທີ່ຖືກປະຕິເສດໂດຍສານລະຫວ່າງປະເທດ ໃນນະຄອນເຮັກ ຫຼື ບໍ່.

ຈີນ ໃຊ້ເສັ້ນ ທີ່ເປັນຮູບໂຕ U ເຊິ່ງເປັນການ​ປະ​ນີ​ປະ​ນອມ​ກ່ຽວ​ກັບ​ເສັ້ນ 9 ຂີດ ເພື່ອອະທິບາຍ ກ່ຽວ​ກັບ​ການ​ອ້າງ​ເອົາ​ກຳ​ມະ​ສິດ ຂອງພວກເຂົາ ​ຢູ່​ໃນບໍລິເວນກວ້າງຂອງ​ນ່ານ​ນ້ຳທີ່​ຍັງ​ເປັນໂຕ້ແຍ້ງ.

ໃນປີ 2016, ສານ ໄດ້ຕັດສິນ​ເຫັນ​ພ້ອມ​ກັບ​ຝ່າຍຟີລິບປິນ ເຊິ່ງໄດ້ທ້າທາຍ​ຕໍ່ການອ້າງ​ເອົາ​ກຳ​ມະສິດ ໃນດິນແດນບາງສ່ວນຂອງປັກກິ່ງ.

ຈີນ ແລະສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫລື ASEAN ​ໄດ້ຕົກລົງ ໃນອາທິດແລ້ວນີ້ ຢູ່ໃນແນວທາງເພື່ອສະຫຼຸບລະຫວ່າງສົນທີ່ສັນຍາສາມປີ ບໍ່ຮຸກຮານກັນ ເປັນ​ເວ​ລາ 3 ປີ ໂດຍມີເປົ້າໝາຍເພື່ອປ້ອງກັນ​ບໍ່​ໃຫ້​ເກີດ​ບັນ​ຫາຂັດແຍ້ງ ຢູ່ໃນບໍ​ລິ​ເວນທີ່​ຍັງມີການໂຕ້ແຍ້ງກັນ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG