ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານກັງວົນວ່າ ກົດໝາຍວ່າດ້ວຍອາຊະຍາກໍາທາງໄຊເບີ້ ອາດນໍາໄປສູ່ການປາບປາມ


ແຟ້ມຮູບ-ປະຊາຊົນພາກັນໃຊ້ໂທລະສັບມືຖືໃນຂະນະທີ່ຕົນເອງຍ່າງຢູ່ ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 18 ກຸມພາ ປີ 2021. ລັດຖະບານກໍາປູເຈຍ ກໍາລັງຜັກດັນກົດໝາຍດ້ານອິນເຕີເນັດທີ່ເຮັດໃຫ້ມີການໂຕ້ຖຽງກັນ ເຊິ່ງນັກຊ່ຽວຊານກ່າວວ່າ ອາດຈໍາກັດສິດເສລີພາບໃນການປາກເວົ້າ.
ແຟ້ມຮູບ-ປະຊາຊົນພາກັນໃຊ້ໂທລະສັບມືຖືໃນຂະນະທີ່ຕົນເອງຍ່າງຢູ່ ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 18 ກຸມພາ ປີ 2021. ລັດຖະບານກໍາປູເຈຍ ກໍາລັງຜັກດັນກົດໝາຍດ້ານອິນເຕີເນັດທີ່ເຮັດໃຫ້ມີການໂຕ້ຖຽງກັນ ເຊິ່ງນັກຊ່ຽວຊານກ່າວວ່າ ອາດຈໍາກັດສິດເສລີພາບໃນການປາກເວົ້າ.

ລັດຖະບານກໍາປູເຈຍ ກໍາລັງເລັ່ງເດີນຫນ້າກັບຜູ້ຊ່ຽວຊານດ້ານກົດຫມາຍວ່າດ້ວຍອາຊະຍາກໍາທາງໄຊເບີ້ ກ່າວວ່າ ອາດຈະດໍາເນີນການຈໍາກັດສິດເສລີພາບຂອງການປາກເວົ້າເພີ້ມຕື່ມ ທ່າມກາງການປາບປາມການຄັດຄ້ານທີ່ຍັງເກີດຂຶ້ນຢ່າງຕໍ່ເນື່ອງ.

ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາດຊະຍາ​ກຳ​ທາງໄຊເບີ້ ​ແມ່ນ​ຮ່າງ​ກົດໝາຍສະບັບທີ 3 ​ວ່າດ້ວຍອຳນາດທາງດ້ານໄຊເບີ້ ​ທີ່​ມີການໂຕ້​ຖຽງ​ກັນ​ ທີ່ໄດ້ຖືກດຳເນີນການມາໄດ້ນຶ່ງ​ປີ​ຜ່ານ​ມາ ໃນຖານະລັດຖະບານ, ເຊິ່ງນໍາ​ໂດຍນາຍົກລັດຖະມົນຕີຄົນ​ໃໝ່ ທ່ານຮຸນ ມາເນດ, ທີ່ພະຍາຍາມຊອກຫາ​ການ​ຕິດຕາມ​ກວດກາໃນການ​ເຄື່ອນ​ໄຫວ​ທາງ​ອິນ​ເຕີ​ເນັດ​ໃຫ້​ສູງ​ຂຶ້ນກວ່າເກົ່າ.

ໃນການໄດ້ຮັບ​ມາໂດຍ VOA ​ທັງສະບັບ​ພາສາ​ອັງກິດ ​ແລະ​ພາສາ​ກໍາປູເຈຍ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາ​ຊະ​ຍາ​ກຳ​ທາງ​ໄຊເບີ້​ສະບັບ​ຫລ້າ​ສຸດ​ ໄດ້​ຖືກກໍານົດ​ວ່າ “​ເປັນ​ຄວາມ​ລັບ” ​ແລະ ປະກອບດ້ວຍ 55 ມາດຕາ. ຮ່າງກົດໝາຍດັ່ງກ່າວ ​ໄດ້​ວາງ​ອອກເພື່ອລົງໂທດຕໍ່ການກະທໍາຜິດຫຼາຍຮູບແບບ​ ດ້ວຍການ​ຖືກ​ປັບ​ໃໝ ​ແລະ ​ຕິດ​ຄຸກ, ລວມທັງ​ການ​ໝິ່ນປະໝາດ, ​ການໃຊ້ຄໍາເວົ້າໃນທາງທີ່ “ດູຖູກ, ເຊື່ອມເສຍ ຫຼື ເສຍມາລະຍາດທີ່ສຸດ,” ​ແລະ​ການ​ຂະຫຍາຍ “​ຂໍ້​ມູນບິດເບືອນ” ທີ່​ສາມາດ​ສົ່ງຜົນເສຍຕໍ່ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງສັງຄົມ ​ແລະ “ວັດທະນະທຳດັ້ງເດີມ” ຂອງກໍາປູເຈຍໄດ້.

ກົດໝາຍ ຍັງຈະອະນຸຍາດໃຫ້ເຈົ້າໜ້າທີ່ສາມາດເກັບກຳ ແລະບັນທຶກຂໍ້ມູນການເຄື່ອນໄຫວທາງອິນເຕີເນັດ ໃນເວລາທີ່ແທ້ຈິງຂອງປະຊາຊົນ ທີ່ຢູ່ພາຍໃຕ້ການສືບສວນກ່ຽວກັບອາຊະຍາກຳ, ແລະ ອາດຈະເຮັດໃຫ້ເນື້ອຫາທາງອອນໄລນ໌ ຜິດກົດໝາຍໄດ້ ທີ່ວ່າ “ອະທິບາຍເຖິງການກະທຳ ຫຼື ການເຄື່ອນໄຫວໃດນຶ່ງ.... ມີເຈດຕະນາທີ່ຈະກະຕຸ້ນໃນຄວາມຕ້ອງການທາງເພດ”, ໃນລັກສະນະຂອງຮູບລາມົກ

ສິດທິທາງດ້ານດິຈິຕອລ ແລະ ບັນດາຜູ້ຊ່ຽວຊານທາງດ້ານກົດໝາຍ ຜູ້ທີ່ດໍາເນີນການທົບທວນກ່ຽວກັບກົດໝາຍດັ່ງກ່າວ ກ່າວຕໍ່ VOA ວ່າ ເປັນພາສາທີ່ບໍ່ຈະແຈ້ງ, ເປັນປະເພດຄໍາປາໄສຂອງການດໍາເນີນຄະດີ ທີ່ກວມລວມ ແລະ ການປົກປ້ອງພົນລະເມືອງທີ່ຂາດມາດຕະຖານສາກົນ, ເຊິ່ງສະໜອງເຄື່ອງມືໃຫ້ແກ່ລັດຖະບານ ເພື່ອຄຸມຂັງບັນດາຜູ້ຄັດຄ້ານ, ບັນດາສະມາຊິກຝ່າຍຄ້ານ, ພວກແມ່ຍິງ, ກຸ່ມຄົນ LGBTQ ແລະອື່ນໆ.

​ເຖິງ​ແມ່ນຈະ​ປະຕິບັດງານມາແຕ່​ປີ 2016, ຮ່າງ​ກົດໝາຍ​ກ່ອນ​ໜ້າ​ນີ້ ​ໄດ້​ເກີດ​ການວິພາກວິຈານ​ທີ່​ຄ້າຍຄື​ກັນ ບໍ່ເຄີຍຖືກເປີດເຜີຍອອກມາ ນັບ​ແຕ່​ ປີ 2020 ​ແລະ ປີ 2021, ເຊິ່ງບັນດາ​ເຈົ້າ​ໜ້າ​ທີ່​ຫວັງ​ວ່າ ​ຈະມີການ​ປະກາດ​ໃຊ້​ກົດໝາຍ​ໃນ​ທ້າຍ​ປີນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG