ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຊ່ຽວ​ຊານ ຮຽກ​ຮ້ອງ​ໃຫ້​ ສ​ຫ​ລ ສະ​ໜັບສະ​ໜຸນອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ​ໃນເຂດ​ລຸ່ມແມ່​ນ້ຳ​ຂອງ ເພື່ອ​ຮັບ​ປະ​ກັນ ຄວາມໝັ້ນ​ຄົງ​ທາງອ​າ​ຫານ


ເຄ​ື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ ປະ​ທ້ວງ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງ
ເຄ​ື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ ປະ​ທ້ວງ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງ

ຂະ​ນະ​ທີ່ການ​ສ້າງ​ເຂື່ອນ​ເປັນ​ຈຳ​ນວນ​ຫລວງ​ຫລາຍໂດຍ​ຈີນຢູ່ໃນ​ຕອນ​ເທິງ​ຂອງ​ແມ່​ນ້ຳ​ຂອງກຳ​ລັງ​ສົ່ງ​ຜົນ​ກະ​ທົບຕໍ່ຄວາມ​ໝັ້​ນ​ຄົງ​ທາງ​ດ້ານ​ສະ​ບຽງອາ​ຫານ ແລະ​ ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຢູ່ນີ້ ພວກນັກ​ຊ່ຽວ​ຊານ​ອາ​ເມ​ຣິ​ກັນ ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ລັດ​ສະ​ໜັບ​ສະ​ໜຸນອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ ຫລື NGO ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ. ​ໃນ​ເວ​ລາ​ທີ່ສະ​ເໜີ​ຕໍ່ຄະ​ນະ​ກຳ​ມະ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ​ເມື່ອມໍ່ໆ​ມານີ້ ທ່ານໄບຣ​ອັນ ອາຍ​ເລີ (Brian Eyler), ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ ແລະ​ຊ່ຽວ​ຊານ​ດ້ານ​ບັນ​ຫາ​ຂ້າມ​ຊາດ​ໃນ​ຂົງ​ເຂດ​ແມ່​ນ້ຳ​ຂອງຢູ່ສູນ​ກາງສ​ຕິມ​ສັນ ຊີ້​ແຈງວ່າ NGO ແລະ​ກຸ່ມ​ສັງ​ຄົມ​ ພົນລະເຮືອນພະຍາຍາມທີ່​ຈະຈັດ​ຕັ້ງ​ເປັນ​ກຸ່ມທີ່ຫາທາງແກ້ໄຂບັນ​ຫາ ແລະຈຳ​ນວນນຶ່ງກໍສາມາດປະ​ສົບ​ຜົນ​ສຳ​ເລັດໃນ​ການ​ແກ້​ໄຂບັນຫາທີ່ສຳຄັນໄດ້ ແຕ່ທ່ານ​ກໍ​ບອກວ່າ:

"ອົງການຈັດຕັ້ງເຫຼົ່ານີ້, ພວກ​ເຂົາ​ເຈົ້າ​ຖືກ​ຂົ່ມ​ຂູ່. ຂ້າພະເຈົ້າສາມາດເວົ້າ​ກ່ຽວ​ກັບ ຫລາຍ​ກໍ​ລະ​ນີຢູ່ໃນທຸກປະເທດໃນ​ເຂດແມ່ນໍ້າຂອງ ທີ່ຜູ້ນໍາສັງຄົມພົນລະເຮືອນ ຖືກລົບ​ກວນ, ບາງຄັ້ງກໍ່ຖືກຈໍາຄຸກ. ໃນກໍລະນີຮ້າຍແຮງທີ່ສຸດເຂົາເຈົ້າຖືກຂ້າ ຕາຍ ຫຼືຫາຍສາບສູນເຊັ່ນ ການຫາຍສາບສູນຂອງທ່ານສົມບັດ ສົມພອນ ຢູ່ ສປປ ລາວ ໃນ​ປີ 2012. ສະນັ້ນ, ສະຫະລັດມີໂອກາດທີ່ຈະສະຫນັບສະຫນູນ NGO ໂດຍຜ່ານຂະບວນການລວມເອົາ​ທຸກ​ຄົນ ເພື່ອໃຫ້ເຂົາເຈົ້າສາ​ມາດ​ໃຊ້​ສິດ​ໃຊ້ສຽງ​ເລົ່າເລື່ອງຂອງເຂົາເຈົ້າໂດຍຜ່ານການເຮັດ​ໂຄງ​ການຕ່າງໆ ແລະ ປົກປ້ອງສິດຂອງເຂົາເຈົ້າ.”

ທ່ານ​ກ່າວຕໍ່​ໄປ​ວ່າ ການ​ເຮັດ​ເຊັ່ນນັ້ນ ຈະ​ຊ່ວຍຊີ້ໃຫ້ເຫັນ ແລະເນັ້ນຫນັກເຖິງ ຄວາມສໍາຄັນ ຂອງການປົກປ້ອງສິດທິຂອງສ່ວນບຸກຄົນ, ແລະສິດຂອງຜູ້​ສະ​ແຫວງ​ຫາການ​ສະ​ຫນັບ​ສະ​ຫນູນ ​ສໍາ​ລັບ​ປະ​ຊາ​ຊົນ​ຜູ້ດ້ອຍ​ໂອກາດ​ ແລະ​ສິ່ງ​ແວດ​ລ້ອມ.

XS
SM
MD
LG