ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ການ​ຊ່ວຍ​ເຫຼືອ​ອາ​ວຸດ​ແກ່​ຢູ​ເຄ​ຣນ ໂດຍ​ຜ່ານ ​ສ​ຫ​ລ ອາດເຮັດ​ໃຫ້​ສາຍ​ພົວ​ພັນ ເກົາຫລີໃຕ້ ກັບ ​ຣັດ​ເຊຍ ຮ້າຍ​ແຮງ​ຂຶ້ນ


(ພາບ​ໃນ​ແຟມ) ທະ​ຫານເກົາຫລີໃຕ້ຈັດ​ປອກປືນ​ຄົກ 155ມມ ໃນ​ຂະ​ນະ​ທີ່​ມີ​ການ​ຊ້ອມ​ລົບຢູ່​ເມືອງ Goseong ຂອງເກົາຫລີໃຕ້, ວັນ​ທີ 4 ເມ​ສາ, 2016
(ພາບ​ໃນ​ແຟມ) ທະ​ຫານເກົາຫລີໃຕ້ຈັດ​ປອກປືນ​ຄົກ 155ມມ ໃນ​ຂະ​ນະ​ທີ່​ມີ​ການ​ຊ້ອມ​ລົບຢູ່​ເມືອງ Goseong ຂອງເກົາຫລີໃຕ້, ວັນ​ທີ 4 ເມ​ສາ, 2016

ເກົາຫລີໃຕ້ທີ່ມີອຸດສາຫະກໍາອາວຸດລະດັບໂລກນັ້ນ ພວມປະເຊີນກັບຄວາມກົດດັນ ເພີ່ມຂຶ້ນ ໃຫ້ຊອກຫາວິທີ ທີ່ຈະເອົາອາວຸດ ແລະຍຸດ​ໂທ​ປະ​ກອນ ທີ່ຈໍາເປັນໄປໃຫ້ ຢູເຄຣນ ໃນແບບທີ່​ຈະບໍ່ເຮັດ​ໃຫ້​ຣັດ​ເຊຍ​ເກີດຄວາມຄຽດແຄ້ນ​ຢ່າງແຮງ, ທີ່ໄດ້ບອກ​ໃຫ້​ຮູ້​ເປັນ​ໄນໆ ວ່າ ປະ​ເທດ​ນັ້ນ​ອາດຈະຟື້ນຟູການຮ່ວມມືທາງທະຫານກັບເກົາຫລີເຫນືອຄືນ​ອີກ.

ພວກ​ນັກຊ່ຽວຊານທີ່ໃຫ້​ສຳ​ພາດ​ກັບວີໂອເອກ່າວວ່າ ວິ​ທີແກ້ໄຂບັນ​ຫາທີ່ອາດເປັນໄປ ໄດ້ຫລາຍທີ່ສຸດ ທີ່ກໍາລັງພິຈາລະນາຢູ່ໃນໂຊລ ກໍ​ຄືໃຫ້ຜູ້ຜະລິດອາວຸດທາງການຄ້າ ຂອງປະເທດ ຂາຍອາ​ວຸດນັ້ນໃຫ້ແກ່ສະຫະລັດ, ໂດຍ​ທີ່ວ່າ ອະນຸຍາດໃຫ້ສະຫະລັດ ສາມາດຈັດສົ່ງອາວຸດປືນຂອງຕົນໄປ​ໃຫ້ຢູເຄຣນເພີ້ມ​ອີກ​ໄດ້ ແບບປາດສະ​ຈາກການ​ເຮັດ​ໃຫ້ຄັງສະສົມອາ​ວຸດຂອງຕົນບົກ​ລົງ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້ ກ່າວ​ຕໍ່​ວີ​ໂອ​ເອ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຄະ ນະ​ບໍລິຫານ​ງານ​ໃນ​ນະ​ຄອນ​ຫລວງ​ໂຊ​ລ “​ໄດ້​ໃຫ້ການ​ສະໜັບສະໜູນ​ດ້ານ​ມະນຸດ ສະທຳ​ແກ່​ປະຊາຊົນ​ຢູ​ເຄຣນ” ​ແຕ່ “ຍັງບໍ່​ທັນ​ມີ​ການ​ປ່ຽນ​ແປງ” ໃດໆ ​ໃນ​ທ່າ​ທີ​ຂອງ​ຕົນ ທີ່​ຈະ​ບໍ່​ໄດ້ສົ່ງ​ອາວຸດ​ໄປໃຫ້​ແກ່​ຢູ​ເຄຣນ.”

ນັບ​ຕັ້ງ​ແຕ່​ມີການ​ບຸກລຸກ​ຂອງ​ຣັດ​ເຊຍ, ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ຂອງ​ວໍ​ຊິງ​ຕັນ​ແກ່ກີ​ຢິບໄດ້​ເຮັດ​ໃຫ້​ຄັງ​ສະ​ສົມ​ອາ​ວຸດ​ຂອງ​ສະ​ຫະ​ລັດ​ບົກ​ລົງ​ໄປ.

ກຸ່ມ​ຕິດ​ຕໍ່​ການປ້ອງ​ກັນ​ປະ​ເທດ​ຂອງຢູ​ເຄຣນ ຊຶ່ງ​ເປັນ​ປະ​ເທດ​ພັນທະ​ມິດ ປະມານ 50 ປະ​ເທດ​ທີ່​ນຳພາ​ໂດຍ​ສະຫະລັດ ​ໄດ້​ສົ່ງ​ອາວຸດ​ຍຸດ​ໂທ​ປະກອນ​ໄປ​ຍັງກີ​ຢິບ ນັບ​ແຕ່​ລະບົບ​ລູກ​ສອນ​ໄຟ​ເຄື່ອນ​ທີ່​ສູງ (HIMARS) ​ໄປຈົນ​ເຖິງ​ປືນ​ຄົກ. ສະ​ຫະ​ລັດ ​ແລະ ​ເຢຍຣະ​ມັນ ​ໄດ້​ປະກາດ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຈະ​ສົ່ງ​ລົດ​ຖັງ​ເອ​ແບ​ຣມ​ສ໌ (Abrams) M1 31 ຄັນ ​ແລະ ລົດ​ຖັງລຽວ​ປາດ (Leopard) 2, 14 ຄັນຕາມ​ລຳດັບ. ​ໄດ້​ມີ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈາກ​ບັນດາ​ປະ​ເທດເນ​ໂຕ້​ວ່າ​ ຈະສົ່ງລົດ​ຖັງໄປ​ໃຫ້ອີກ.

ຢູເຄຣນ ກໍາລັງໃຊ້ປືນໃຫຍ່ປະມານ 90,000 ລູກຕໍ່ເດືອນ ໃນຂະນະທີ່ສະຫະລັດ ແລະ ບັນດາປະເທດຢູໂຣບ ກໍາລັງຜະລິດໄດ້ພຽງແຕ່ເຄິ່ງນຶ່ງຂອງຈໍານວນດັ່ງກ່າວ, ອີງຕາມຫນັງສືພິມ New York Times ທີ່ອ້າງເຖິງຄຳ​ເວົ້າ​ຂອງ​ພວກເຈົ້າຫນ້າ ທີ່ສະຫະລັດ ແລະປະ​ເທດຕາເວັນຕົກ.

ສະຫະລັດ​ໄດ້​ຮ້ອງ​ຂໍ​ໃຫ້​ກຳ​ລັງທະ​ຫານ​ສະຫະລັດ​ເກົາຫລີ​ ຫລື USFK ສົ່ງ​ອຸປະກອນ​ຈຳນວນ​ນຶ່ງ​ທີ່​ເກັບ​ໄວ້​ໃນ​ເກົາຫລີ​ໃຕ້ ​ໄປ​ຍັງ​ຢູ​ເຄຣນ, ອີງ​ຕາມ​ໂຄສົກ​ຂອງ USFK ທ່ານອີ​ຊັກ ເທີ​ເລີ (Isaac Taylor) ກ່າວ​ຕໍ່​ວີ​ໂອ​ເອ ​ໃນ​ວັນ​ທີ 19 ມັງກອນຜ່ານ​ມາ​ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG