ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ຊ່ຽວ​ຊາ​ນ​ເຕືອນ​ວ່າ ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ ຫຼວງ​ພະ​ບາງ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເຂດ​ມໍ​ລະ​ດົກ​ໂລກ​ ​ຢ່າງຫຼີກ​ລ່ຽງ​ບໍ່​ໄດ້


ຮູບ​ແບບ​ໂຕ​ຢ່າງ​ເຂື່ອນ​ປາກ​ແບງ ໃນ ສ​ປ​ປ ລາວ
ຮູບ​ແບບ​ໂຕ​ຢ່າງ​ເຂື່ອນ​ປາກ​ແບງ ໃນ ສ​ປ​ປ ລາວ

ຜູ້​ຊ່ຽວ​ຊາ​ນ​ດ້ານ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ເຕືອນ​ວ່າ​ໂຄງ​ການ​ກໍ່​ສ້າງ​ເຂື່ອນຫຼວງ​ພະ​ບາງ​ເທິງ​ແນວ​ນ້ຳ​ຂອງ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເຂດ​ມໍ​ລະ​ດົກ​ໂລກ​ຢູ່​ນະ​ຄອນຫຼວງ​ພະ​ບາງ​ຢ່າງຫຼີກ​ລ່ຽງ​ບໍ່​ໄດ້.

ຜູ້​ຊ່ຽວ​ຊານ​ດ້ານ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ສະ​ຖາ​ບັນ​ວິ​ໄຈ​ພູມ​ສາດ​ມະ​ນຸດ​ສາດ ມະ​ຫາ​ວິ​ທະ​ຍາ​ໄລ ຊິດ​ນີ ແຫ່ງ​ອອ​ສ​ເຕ​ຣ​ເລຍ ໄດ້​ໃຫ້​ທັດ​ສະ​ນະ​ວ່າ​ບັນ​ຫາ​ທີ່​ໜ້າ​ກັງ​ວົນ​ໃຈ​ຢ່າງ​ຍິ່ງ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບການ​ກໍ່​ສ້າງ​ເຂື່ອນຫຼວງ​ພະ​ບາງ​ເທິງ​ແລວ​ນ້ຳ​ຂອງ​ກໍ​ຄື​ຜົນ​ກະ​ທົບ​ຕໍ່​ເຂດ​ເມືອງ​ມໍ​ລະ​ດົກ​ໂລກຫຼວງ​ພະ​ບາງ ເພາະ​ວ່າ​ການ​ກໍ່​ສ້າງ​ເຂື່ອນ​ດັ່ງ​ກ່າວ​ຢູ່​ເໜືອ​ເຂດ​ເມືອງ​ມໍ​ລະ​ດົກ​ໂລກ​ພຽງ 25 ກິ​ໂລ​ແມັດ​ນັ້ນ​ຈະ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ທັງ​ໃນ​ດ້ານ​ປະ​ລິ​ມານ, ທິດ​ທາງ​ການ​ໄຫຼ ແລະ ລະ​ດັບ​ຄວາມ​ແຮງ​ຂອງ​ກະ​ແສ​ນ້ຳ ຊຶ່ງບໍ່​ພຽງ​ແຕ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັດ​ນ້ຳ ແລະ ສິ່ງ​ແວດ​ລ້ອ​ມ​ທຳ​ມະ​ຊາດ​ຢູ່​ທີ່​ເຂດ​ຕອນ​ລຸ່ມ​ຂອງ​ເຂື່ອນ​ເທົ່າ​ນັ້ນ ຫາກ​ແຕ່​ວ່າ​ຍັງ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ກະ​ທົບ​ຕໍ່​ເມືອງ​ມໍ​ລະ​ດົກ​ໂລກຫຼວງ​ພະ​ບາງ​ດ້ວຍ ເພາະ​ວ່າ​ກະ​ແສ​ນ້ຳ​ທີ່​ປ່ຽນ​ແປງ​ນັ້ນ​ຍ່ອມ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ພູມ​ສັນ​ຖານ ແລະ ສະ​ພາບ​ແວດ​ລ້ອມ​ຂອງ​ເມືອງ​ມໍ​ລະ​ດົກ​ໂລກຫຼວງ​ພະ​ບາງ​ດ້ວຍ​ດັ່ງ​ຜູ້​ຊ່ຽວ​ຊານ​ໃຫ້​ການ​ຢືນ​ຢັນ​ວ່າ

“ມັນ​ມີ​ຄວາມ​ເປັນ​ຫ່ວງຫຼາຍ​ຢ່າງ ກ່ຽວ​ກັບ ເຂື່ອນຫຼວງ​ພະ​ບາງ ທີ່​ມັນ​ຈະ​ສົງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່ ແລະ ແມ່ນ​ກະ​ທັ້ງ​ມູ​ເຊື້ອ​ມໍ​ລະ​ດົກ​ໂລກ​ຂອງ​ເມືອ​ງ​ດັ່ງ​ກ່າວ. ມັນ​ມີ​ຜົນ​ກະ​ທົບ​ຕໍ່​ວັດ​ທະ​ນະ​ທຳ​ ແລະ ພື້ນ​ທີ່​ທຳ​ມະ​ຊາດ​ໃນ​ບໍ​ລິ​ເວນ​ທີ່​ເຂົາ​ເຈົ້າ​ສ້າງ​ຂຶ້ນ ເພາະ​ວ່າ​ດ້ວຍ​ການ​ສ້າງ​ອ່າງ​ນ້ຳ​ທີ່​ມັນຍາວ 70 ກິ​ໂລ​ແມັດ ແລະ ສຸດ​ຂອງຫາງ​ຂອງ​ມັນ​ຈະ​ຢູ່​ຈຸດ​ຕົ້ນ​ນ້ຳ​ຂອງ​ເຂື່ອນ​ຕໍ່​ໄປຂອງ​ເຂື່ອນ​ປາກ​ແບ່ງ ມັນ​ໝາຍ​ຄວາມ​ວ່າ​ເຈົ້າ​ໄດ້​ປ່ຽນ​ຈາກ​ແມ່​ນ້ຳ​ທີ່​ໄຫຼຢູ່​ໄປ​ເປັນ​ທະ​ເລ​ສາບ​ຫຼາຍ​ຂັ້ນ.”

ສ່ວນ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ເປີດ​ເຜີຍ​ວ່າ​ກຸ່ມ​ບໍ​ລິ​ສັດ Petro Vietnam Power ຜູ້​ລົງ​ທຶນ​ກໍ່​ສ້າງ​ເຂື່ອນຫຼວງ​ພະ​ບາງ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ​ການ​ກໍ່​ສ້າງ​ເຂື່ອນຫຼວງ​ພະ​ບາງ​ຈະ​ສຳ​ເລັດ​ຕາມ​ກຳ​ນົດ​ທີ່​ວາງ​ໄວ້​ໃນ​ປີ 2027 ແລະ ຈະ​ສາ​ມາດ​ສົ່ງ​ກະ​ແສ​ໄຟ​ຟ້າ​ຂາຍ​ໃຫ້​ກັບ​ການ​ໄຟ​ຟ້າ​ຝ່າຍ​ຜະ​ລິດ​ແຫ່ງ​ປະ​ເທດ ໄທ (EGAT) ໄດ້​ຕາມ​ສັນ​ຍາ​ນັບ​ຈາກ​ປີ 2028 ເປັນ​ຕົ້ນ​ໄປ​ຢ່າງ​ແນ່ນອນ ໂດຍ​ເຂື່ອນຫຼວງ​ພະ​ບາງ​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 1,460 ເມ​ກະ​ວັດ​ດ້ວຍ​ເງິນ​ລົງ​ທຶນກວ່າ 4,450 ລ້ານ​ໂດ​ລາ​ທັງ​ນີ້ 90 ເປີ​ເຊັນ​ຂອງ​ໄຟ​ຟ້າ​ທີ່​ຜະ​ລິດ​ໄດ້​ນັ້ນ​ຈະ​ສົ່ງ​ຂາຍ​ໃຫ້ EGAT ຂອງ​ໄທ ສ່ວນ​ທີ່​ເຫຼືອ 10 ເປີ​ເຊັນ​ກໍ​ຈະ​ຂາຍ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ້​ຟ້າ ລາວ (EDL) ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ເຂື່ອນ​ປາກ​ແບງ​ທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 912 ເມ​ກະ​ວັດ​ດ້ວຍ​ເງິນ​ລົງ​ທຶນກວ່າ 2,372 ລ້ານ​ໂດ​ລາ​ນັ້ນ​ກໍ​ຈະ​ກໍ່​ສ້າງ​ສຳ​ເລັດ ແລະ ສົ່ງ​ໄຟ​ຟ້າ​ຂາຍ​ໃຫ້​ໄທ​ໄດ້​ໃນ​ປີ 2033 ນັ້ນ​ກໍ​ຈະ​ສ້າງ​ລາຍ​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດດ​ໃຫ້​ລາວ​ໄດ້​ເພີ່ມ​ຂຶ້ນ​ນັບ​ມື້​ຊຶ່ງ​ໝາຍ​ຄວາມ​ວ່າ​ການ​ພັດ​ທະ​ນາ​ໃນ​ພາກ​ພະ​ລັງ​ງານ​ໄຟ​ຟ້າ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເພື່ອ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ໃຫ້​ດີ​ຂຶ້ນ​ດ້ວຍ​ນັ້ນ​ເອງ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ລາວ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ພວກ​ເຮົາ​ຄວນ​ເບິ່ງ​ທັງ​ສອງດ້ານ ບໍ່​ແມ່ນ​ແຕ່​ດ້ານ​ລົບ​ພຽງ​ດ້ານ​ດຽວ ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ປະ​ຊາ​ຊົນ​ລາວ​ທີ່​ອາ​ໄສ​ຢູ່​ບ່ອນ​ເຂື່ອນ​ຕັ້ງ​ຢູ່​ນັ້ນ​ຂ້ອນ​ຂ້າງ​ຢູ່​ເຂດ​ຊົນ​ນະ​ບົດ ບໍ່​ແມ່ນ​ເຂດ​ທີ່​ພັດ​ທະ​ນາ​ແລ້ວ ສະ​ນັ້ນ​ພື້ນ​ຖານ​ໂຄງ​ລ່າງ​ແມ່ນບໍ່​ດີ​ປານ​ໃດ, ມັນ​ບໍ່​ມີ​ໂຮງ​ໝໍ, ຖະ​ໜົນ​ເຂົ້າ​ສູ່​ໝູ່​ບ້ານແມ່ນ​ສາ​ມາ​ດ​ເດີນ​ທາງ​ໄດ້​ໃນ​ລະ​ດູ​ແລ້ງເທົ່າ​ນັ້ນ. ສະ​ນັ້ນ​ເວ​ລາ​ທີ່​ເຂົາ​ເຈົ້າ​ມີ​ແຜນ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່ ພວກ​ເຂົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ພັດ​ທະ​ນາ​ຊີ​ວິດ​ການ​ເປັ​ນ​ຢູ່​ຂອງ​ເຂົາ​ເຈົ້າໃຫ້​ດີ​ຂຶ້ນ.”

ສ່ວນ​ຄະ​ນະ​ຜູ້​ຊ່ຽວ​ຊານ​ຈາກ​ສູນ​ວິ​ທະ​ຍາ​ສາດ​ການ​ປັບ​ຕົວ​ຕໍ່​ສະ​ພາບ​ອາ​ກາດ​ສຳ​ນັກ​ງານ​ສຳຫຼວດ​ດ້ານ​ທໍ​ລະ​ນີ​ວິ​ທະ​ຍາ​ແຫ່ງ​ສະ​ຫະ​ລັດ ອາ​ເມ​ຣິ​ກາ ແລະ ຄະ​ນະ​ຕົວ​ແທນ​ເຄືອ​ຂ່າຍ​ປະ​ຊາ​ຊົນ ໄທ 8 ຈັງ​ຫວັດ​ໃນ​ລຸ່ມ​ນ້ຳ​ຂອງ​ໄດ້​ຮ່ວມ​ມື​ກັນ​ເກັບ​ກຳ​ຂໍ້​ມູນ​ພາກ​ສະ​ໜາມ​ເພື່ອ​ການ​ສຶກ​ສາ​ວິ​ໄຈ​ກ່ຽວ​ກັບ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ເທິງ​ແນວ​ນ້ຳ​ຂອງ​ໃນ ລາວ ແລະ ຈີນ ເມື່ອ​ວັນ​ທີ 27 ກັນ​ຍາ-26 ຕຸ​ລາ 2022 ທີ່​ຜ່າ​ນາ​ໂດຍ​ເປັນ​ການ​ເກັບ​ຂໍ້​ມູນ​ສະ​ພາບ​ການ​ຕົວ​ຈິງ​ຢູ່​ບັນ​ດາ​ກຸ່ມ​ບ້ານ​ທີ່​ຕັ້ງ​ຢູ່​ເຂດ​ແຄມ​ຝັ່ງ​ນ້ຳ​ຂອງ ໃນ​ເຂດ​ອຳ​ເພີ​ສັງ​ຄົມ​ສັງ​ຫວັດ​ໜອງ​ຄາຍ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ແວດ​ລ້ອມ​ທີ່​ປ່ຽນ​ແປງ​ໄປ​ຢ່າງ​ສິ້ນ​ເຊີງ​ນັບ​ຕັ້ງ​ແຕ່​ເຂື່ອນ​ໄຊ​ຍະ​ບູ​ລີ ໄດ້​ເລີ່ມ​ການ​ຜະ​ລິດ​ໄຟ​ຟ້າ​ໃນ​ທ້າຍ​ປີ 2019 ເປັນ​ຕົ້ນ​ມາ.

ໃນ​ການ​ສຶກ​ສາ​ວິ​ໄຈ​ໃນ​ຄັ້ງ​ນີ້​ພົບ​ວ່າ​ຜົນ​ກະ​ທົບ​ທີ່​ເກີດ​ຂຶ້ນ​ຢ່າງ​ຊັດ​ເຈນ​ກໍ​ຄື​ການ​ປ່ຽນ​ແປງ​ຂອງ​ລະ​ບົບ​ນິ​ເວດ​ໂດຍ​ເຫັນ​ໄດ້​ຈາກ​ການ​ຕາຍ​ຂອງ​ໄຄ​ນ້ຳ, ຊາວ​ປະ​ມົງ​ຈັບ​ປາ​ໄດ້​ໜ້ອຍ​ລົງ​ກວ່າ 50 ເປີ​ເຊັນ ຊຶ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ​ຂອງ​ປະ​ຊາ​ຊົນ ທັງ​ຍັງ​ພົບ​ບັນ​ຫາ​ການ​ກັດ​ເຊາະ​ຕາ​ຝັ່ງ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ທີ່​ຢູ່​ອາ​ໄສ ແລະ ດິນ​ທຳ​ກິນ​ຂອງ​ປະ​ຊາ​ຊົນ​ຮຸນ​ແຮງ​ຂຶ້ນ​ນັບ​ມື້.

XS
SM
MD
LG