ນັກຊ່ຽວຊານຢືນຢັນວ່າ ເປັນການຍາກຢ່າງຍິ່ງທີ່ຈະຢຸດການເຜົາປ່າໃນລາວ ເພາະຊາວກະສິກອນລາວ ຕ້ອງບຸກເບີກພື້ນທີ່ສຳລັບການປູກພືດຜົນຕ່າງໆໆ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ເພີ້ມຂຶ້ນນັບມື້.
ຜູ້ປະສານງານເຄືອຂ່າຍ ອົງການອະນຸລັກຊັບພະຍາກອນທຳມະຊາດໃນລຸ່ມນ້ຳຂອງ ໃຫ້ການຢືນຢັນວ່າ ເປັນການຍາກຢ່າງຍິ່ງທີ່ຈະຢຸດຢັ້ງການລັກລອບເຜົາປ່າໃນລາວ ເພາະວ່າ ຊາວກະສິກອນລາວ ຍັງຂາດແຄນໃນທຸກດ້ານສຳລັບການເພີ້ມຜົນຜະລິດກະສິກຳ ດ້ວຍການຂະຫຍາຍພື້ນທີ່ປູກໃຫ້ກວ້າງຂຶ້ນ ໂດຍການເຜົາປ່າເພື່ອບຸກເບີກພື້ນທີ່ປູກເພີ້ມຂຶ້ນນັບມື້ ເພາະຖືເປັນວິທີການທີ່ງ່າຍ ແລະນຳໃຊ້ທຶນຕ່ຳທີ່ສຸດນັ້ນເອງ ດັ່ງທີ່ຜູ້ປະສານງານເຄືອຂ່າຍອະນຸລັກໃນລຸ່ມນ້ຳຂອງ ຢືນຢັນວ່າ:
“ຈຸດເກີດຂອງໄຟປ່ານີ້ ມັນມີຄວາມສຳພັນຢ່າງຊະນິດແໜ້ນກັບການບຸກລຸກທຳລາຍປ່າໂດຍສະເພາະການຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ ໂດຍສະເພາະກະແມ່ນການປູກມັນຕົ້ນ ປູກຫຍ້າເພື່ອລ້ຽງສັດ ນອກຈາກນັ້ນ ກໍແມ່ນຈູດປ່າຍຂະຫຍາຍພື້ນທີ່ລ້ຽງສັດ ໃນການເຮັດກະສິກຳນັ້ນເນາະ ຖ້າວ່າ ພວກເຮົາບໍ່ມີວິທີການຢ່າງຄັກແນ່ ໂດຍສະເພາະແມ່ນການຖາງແລວ ຫຼືວ່າ ວິທີການຈຸດ ການຮັບຮູ້ຈາກອົງການປົກຄອງບ້ານໃນເວລາຈູດຫັ້ນ ອັນນັ້ນກະສິເປັນສິ່ງທີ່ວ່າ ໄພຂົ່ມຂູ່ທີ່ອັນຕະລາຍທີ່ສຸດ.”
ທັງນີ້ ການລັກລອບເຜົາປ່າເພື່ອບຸກເບີກພື້ນທີ່ສຳລັບຮອງຮັບການປູກພືດເສດຖະກິດຊະນິດຕ່າງໆໃນລາວ ເພື່ອສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນ ໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ໄປ ຄິດເປັນພື້ນທີ່ກວ້າງກວ່າ 476,970 ເຮັກຕາໃນປີ 2023 ໂດຍມີແຂວງໄຊຍະບູລີ ສູນເສຍພື້ນທີ່ປ່າໄມ້ຫລາຍທີ່ສຸດຄື 62,544 ເຮັກຕາ ຕິດຕາມດ້ວຍຫລວງພະບາງ 57,050 ເຮັກຕາ ອັດຕະປື 50,391 ເຮັກຕາ ຈຳປາສັກ 47,265 ເຮັກຕາ ແລະຄຳມ່ວນ 44,773 ເຮັກຕາ ສ່ວນແຂວງອືື່ນໆນັ້ນ ກໍໄດ້ສູນເສຍພື້ນທີ່ປ່າໄມ້ຕ່ຳກວ່າ 40,000 ເຮັກຕາລົງມາ ໂດຍມີເປົ້າໝາຍເພື່ອຂະຫຍາຍພື້ນທີ່ການຜະລິດກະສິກຳເພື່ອສົ່ງໄປຈີນ ໃຫ້ຫລາຍຂຶ້ນນັ້ນ ຈຶ່ງຍັງມີການລັກລອບເຜົາປ່າໄມ້ຢູ່ໃນລາວ ເລື້ອຍມາ ທັງຍັງໄດ້ກາຍເປັນບັນຫາໄຟໄໝ້ລາມປ່າທີ່ໄດ້ສ້າງມົນລະພາວະໃນອາກາດທີ່ມີລັກສະນະຂ້າມແດນອີກດ້ວຍ ດັ່ງທີ່ນັກຊ່ຽວຊານໃນສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃນລາວ ໄດ້ໃຫ້ການຢືນຢັນວ່າ:
“ການຈູດເພື່ອຈຸດປະສົງທາງດ້ານກະສິກຳ ອັນນີ້ ກະຍອມຮັບອີຫຼີເນາະວ່າ ບ້ານເຮົານີ້ ເຮັດກະສິກຳ ຊຶ່ງຫາກະມີການສົ່ງອອກ ຫຼືວ່າ ເປັນແຫລ່ງວັດຖຸດິບບາງຢ່າງໃຫ້ກັບຕ່າງປະເທດ ຊຶ່ງໃນນຍັ້ຍກະອາດຈະມີພວກສາລີ ມັນຕົ້ນ ອີຫຍັງຕ່າງໆເນາະ ແຕ່ວ່າ ສິ່ງທີ່ມັນເກີດຂຶ້ນ ກະຄືມັນຕາມມາດ້ວຍໝອກຄວັນຂ້າມຜ່ານຊາຍແດນ ເນື່ອງຈາກມົນລະພິດທາງອາກາດເປັນມົນລະພິດທີ່ເຮົາຄວບຄຸມບໍ່ໄດ້ ຄື Covid-19 ບາງເທື່ອ Covid-19 ເຮົາຍັງສາມາດ Lockdown ແຕ່ວ່າ ມົນລະພິດທາງອາກາດພໍມັນຈະເຂົ້າມາ ມັນກະປິວເຂົ້າມາໂດຍທິດທາງລົມ ແລະກະຄວາມໄວລົມ.”
ສ່ວນກະຊວງກະສິກຳແລະປ່າໄມ້ ລາຍງານວ່າ ໄຟປ່າໃນຊ່ວງລະດູຮ້ອນຂອງທຸກປີ ເຮັດໃຫ້ປ່າໄມ້ໃນລາວ ເສຍຫາໄປຫຼາຍກວ່າ 100,000 ເຮັກຕາໃນແຕ່ລະປີ ໂດຍສະເພາະແມ່ນຢູ່ເຂດແຂວງພາກເໜືອທີ່ມີການລັກລອບເຜົາປ່າເພື່ອເຮັດໄຮ່ເລື່ອນລອຍໂດຍປະຊາຊົນລາວ ບັນດາເຜົ່ານັ້ນ ກໍຄື ເຂດທີ່ປ່າໄມ້ເສຍຫາຍຫລາຍທີ່ສຸດ ໂດຍມີສາເຫດຈາກບັນຫາຄວາມຍາກຈົນຂອງປະຊາຊົນ ທີ່ເປັນປະຊາກອນສ່ວນໃຫຍ່ທີ່ຢູ່ໃນເຂດດັ່ງກ່າວນນັ້ນ ຈຶ່ງເປັນການຍາກທີ່ຈະຢຸດການເຜົາປ່າໃຫ້ໄດ້ຢ່າງແທ້ຈິງ ນອກຈາກຈະມີການແກ້ບັນຫາຍາກຈົນຂອງປະຊາຊົນໄດ້ຢ່າງແທ້ຈິງ ທັງຍັງຈະຕ້ອງຈັດສັນທີ່ດິນທຳກິນ ແລະຈັດຫາເງິນທຶນໃຫ້ກັບຊາວກະສິກອນລາວ ຢ່າງພຽງພໍກັບຄວາມຕ້ອງການຕົວຈິງອີກດ້ວຍ.
ກ່ອນໜ້ານີ້ ຜູ້ປະສານງານອົງການ Green Peace ໃນອາຊຽນ ເປີດເຜີຍວ່າ ການສຳຫຼວດສະພາບປ່າໄມ້ໃນລຸ້ມນ້ຳຂອງຕອນເທິງ ດ້ວຍການບັນທຶກພາບຖ່າຍໂດຍດາວທຽມສຳຫຼວດໃນໄລຍະ 5 ປີທີ່ຜ່ານມານີ້ ພົບວ່າ ພາກເໜືອຂອງລາວ ເປັນເຂດທີ່ມີການເຜົາປ່າໄມ້ເພື່ອການເຮັດໄຮ່ເລື່ອນລອຍຫຼາຍທີ່ສຸດ ໂດຍມີປ່າໄມ້ທີ່ຖືກເຜົາກວ້າງກວ່າ 820,000 ເຮັກຕາ ຕິດຕາມດ້ວຍມຽນມາ 465,000 ກວ່າເຮັກຕາ ໄທ 4 ແສນກວ່າເຮັກຕາ ໂດຍການສຳຫຼວດສະຖານະການໄຟໄໝ້ປ່າໃນເຂດ 5 ປະເທດລຸ່ມນ້ຳຂອງ ໂດຍດາວທຽມໄທຄົມ ພົບວ່າ ມີບໍລິເວນທີ່ເກີດໄຟໄໝ້ປ່າໄມ້ຫຼາຍກວ່າ 10,000 ພື້ນທີ່ ໃນຕົ້ນເດືອນເມສາ 2024 ໂດຍເຂດທີ່ເກີດໄຟໄໝ້ປາຫຼາຍທີ່ສຸດ ຄືມຽນມາ 4,786 ພື້ນທີ່ ຕິດຕາມດ້ວຍລາວ 2,810 ພື້ນທີ່ ໄທ 1,367 ພື້ນທີ່ ສ່ວນທີ່ເຫຼືອຢູ່ໃນກຳປະເຈຍ ແລະຫວຽດນາມ ຊຶ່ງຖ້າຫາກວ່າ ບໍ່ມີການຮ່ວມມືຢ່າງຈິງຈັງ ແລະເລັ່ງດ່ວນ ກໍຍິ່ງຈະເຮັດໃຫ້ສະຖານະການຮຸນແຮງຫຼາຍຂຶ້ນນັບມຶ້.
ຟໍຣັມສະແດງຄວາມຄິດເຫັນ