ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດກັນວ່າ ພາຍຸເຮີຣິເຄນ ໄມເກີລ ຈະເພີ້ມ ກຳລັງຂຶ້ນເປັນ ເຮີຣິເຄນ ຂະໜາດໃຫຍ່ ໃນຕອນແລງມື້ນີ້


ຜູ້ປົກຄອງນະຄອນ ທາລາຮາຊີ ກັບ ຜູ້ສະໝັກເປັນຜູ້ປົກຄອງ
ລັດ ຈາກພັກເດໂມແຄຣັດ ທ່ານ ແອນດຣູ ກີລລຳ, ຊ້າຍ, ຊ່ອຍ
ຕັກຂີ້ຊາຍໃສ່ ຖົງໃຫ້ນາງ ອີບອນນີ ຊິບປລິງ ຢູ່ໃນເມືອງ ທາລາ
ຮາຊີ ລັດຟລໍຣີດາ, ວັນທີ 8 ຕຸລາ 2018.
ຜູ້ປົກຄອງນະຄອນ ທາລາຮາຊີ ກັບ ຜູ້ສະໝັກເປັນຜູ້ປົກຄອງ ລັດ ຈາກພັກເດໂມແຄຣັດ ທ່ານ ແອນດຣູ ກີລລຳ, ຊ້າຍ, ຊ່ອຍ ຕັກຂີ້ຊາຍໃສ່ ຖົງໃຫ້ນາງ ອີບອນນີ ຊິບປລິງ ຢູ່ໃນເມືອງ ທາລາ ຮາຊີ ລັດຟລໍຣີດາ, ວັນທີ 8 ຕຸລາ 2018.

ບັນດານັກພະຍາກອນອາກາດ ກ່າວວ່າ ພາຍຸເຮີຣິເຄນ ໄມເກີລ ຈະມີກຳລັງແຮງຂຶ້ນ
ກາຍເປັນ ເຮີຣິເຄນຂະໜາດໃຫຍ່ ພາຍໃນຕອນແລງ ວັນອັງຄານມື້ນີ້ ໃນຂະນະທີ່ມັນ
ສືບຕໍ່ເຄື່ອນໄປໃນທິດທາງທີ່ເປັນອັນຕະລາຍ ສູ່ ສະຫະລັດ ທາງພາກຕາເວັນອອກ
ສຽງໃຕ້ ຂອງລັດຟລໍຣີດາ.

ສູນກາງເຮີຣິເຄນແຫ່ງຊາດສະຫະລັດ ຫຼື NHC ກ່າວວ່າ ພາຍຸເຮີຣິເຄນ ໄມເກີລ ຕັ້ງຢູ່
ປະມານ 730 ກິໂລແມັດ ທາງກ້ຳໃຕ້ ຫ່າງຈາກເມືອງ ປານາມາ ທີ່ເປັນສະຖານທີ່ຕາກ
ອາກາດທີ່ນິຍົມຊົມຊອບສູງ ເຊິ່ງມີລົມກຳລັງແຮງສູງສຸດເຖິງ 150 ກິໂລແມັດ ຕໍ່ຊົ່ວໂມງ
ໂດຍເຮັດໃຫ້ພາຍຸຫົວນີ້ ເປັນພາຍຸ ລະດັບ 1 ຈາກ 5 ລຳດັບ ໃນການວັດແທກຄວາມແຮງ
ໃນການທຳລາຍຂອງພາຍຸ.

ແຜນທີ່ ເສັ້ນທາງ ຂອງພາຍຸເຮີຣິເຄນ ໄມເກີລ ທີ່ໄດ້ຄາດຄະເນກັນໄວ້ ໂດຍ ສູນກາງເຮີຣິເຄນແຫ່ງຊາດ ສະຫະລັດ.
ແຜນທີ່ ເສັ້ນທາງ ຂອງພາຍຸເຮີຣິເຄນ ໄມເກີລ ທີ່ໄດ້ຄາດຄະເນກັນໄວ້ ໂດຍ ສູນກາງເຮີຣິເຄນແຫ່ງຊາດ ສະຫະລັດ.


ພາຍຸເຮີຣິເຄນ ໄດ້ສ້າງຄວາມເສຍຫາຍຢູ່ໃນ ເມັກຊິໂກ ແລະ ຄິວບາ ໄປແລ້ວ.

ບັນດານັກພະຍາກອນອາກາດ ກ່າວວ່າ ພາຍຸຫົວນີ້ ອາດນຳເອົານໍ້າຝົນຕົກລົງໃສ່ ເຂດ
ຕາເວັນຕົກ ຂອງປະເທດເກາະ ຄິວບາ ຫຼາຍເຖິງ 30 ຊັງຕີແມັດ ເຊິ່ງຈະກໍ່ໃຫ້ເກີດໄພ
ນ້ຳຖ້ວມ ແລະ ດິນຕົມເຈື່ອນ ທີ່ຮ້າຍແຮງ ຢ່າງກະທັນຫັນ ກໍເປັນໄດ້.

ພາຍຸເຮີຣິເຄນ ໄມເກີລ ຄາດກັນວ່າ ຈະເຄື່ອນຕົວ ໄປເຖິງຂົງເຂດແຄມຝັ່ງຂອງລັດ
ຟລໍຣີດາ ໃນບາງເວລາ ຂອງວັນພຸດມື້ອື່ນ ກ່ອນທີ່ຈະເຄື່ອນຕົວລົງຢ່າງຊ້າໆ ຜ່ານບໍລິ
ເວນເຄິ່ງນຶ່ງຕອນລຸ່ມ ພາກຕາເວັນອອກສຽງໃຕ້ ຂອງສະຫະລັດ ຕະຫຼອດໄລຍະມື້ຕໍ່ໄປ.
ສູນກາງ NHC ໄດ້ແຈ້ງເຕືອນວ່າ ພາຍຸເຮີຣິເຄນ ເຂດຮ້ອນ ແລະ ພາຍຸຄື້ນຍັກ ຫຼາຍໆ
ຫົວ ໄດ້ປະທະມາແລ້ວ ລັດຟລໍຣິດາ ແລະ ລັດໃກ້ຄຽງເຊັ່ນ ລັດຈໍເຈຍ ລັດມິສສິສສິບປີ
ແລະ ລັດອາລາບາມາ.

ຜູ້ປົກຄອງລັດຟລໍຣີດາ ທ່ານ ຣິກ ສກັອດ ໄດ້ປະກາດພາວະສຸກເສີນ ໃນ 35 ຕົວເມືອງ
ແລະ ໄດ້ລະດົມເຄື່ອນໄຫວ ທະຫານພິທັກຊາດ ຫຼື National Guard ຫຼາຍຮ້ອຍຄົນ
ໃຫ້ຕຽມພ້ອມຮັບມືກັບ ການພັດຖະຫລົ່ມຂອງພາຍຸເຮີຣິເຄນ ໄມເກີລ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG