ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດອາຣີໂຊນາ ມີອາກາດຮ້ອນເອົ້າ ເປັນປະຫວັດການ


ຕາເວັນກຳລັງຂຶ້ນ ຢູ່ເບື້ອງຫຼັງຂອງຕົ້ນກະບອງເພັດ ທີ່ສວນສາທາລະນະປາປາໂກ (Papago) ວັນທີ 17 ມິຖຸາ 2021 ໃນນະຄອນຟິນິກສ໌ ລັດອາຣີໂຊນາ.
ຕາເວັນກຳລັງຂຶ້ນ ຢູ່ເບື້ອງຫຼັງຂອງຕົ້ນກະບອງເພັດ ທີ່ສວນສາທາລະນະປາປາໂກ (Papago) ວັນທີ 17 ມິຖຸາ 2021 ໃນນະຄອນຟິນິກສ໌ ລັດອາຣີໂຊນາ.

ລະດູຮ້ອນປີ 2021 ຂອງຊີກໂລກເໜືອ ໄດ້ເລີ້ມໃນວັນອາທິດທີ 20 ມິຖຸນາທີ່ ຜ່ານມານີ້
ແຕ່ວ່າຄວາມຮ້ອນເອົ້າເປັນປະຫວັດການ ທີ່ບໍ່ເຄີຍມີມາກ່ອນຢູ່ທາງ ພາກຕາເວັນຕົກ
ສຽງໃຕ້ຂອງສະຫະລັດໄດ້ເລີ້ມຂຶ້ນກ່ອນໜ້າມາເປັນເວລາກວ່າ ນຶ່ງອາທິດແລ້ວ ແລະໄດ້
ຂົ່ມຂູ່ຕໍ່ຊາວອາເມຣິກັນ 40 ລ້ານຄົນໂດຍສະເພາະຢູ່ ໃນລັດອາຣີໂຊນາ (Arizona) ທີ່ມີ
ອາກາດຮ້ອນກວ່າ 120 ອົງສາ ຕິດຕໍ່ກັນ. ລັດອາຣີໂຊນາ ຮູ້ກັນດີວ່າເປັນລັດທີ່ແຫ້ງແລ້ງ
ມີອາກາດຮ້ອນເອົ້າຢູ່ເປັນປະຈຳ ໃນແຕ່ລະປີແລະເວລານີ້ກຳລັງແຜ່ລາມໄປສູ່ລັດໃກ້ຄ່ຽງ
ໄປທາງພາກກາງຂອງ ສະຫະລັດ.

ຍານາງດາຣາວັນ ກໍແມ່ນນຶ່ງໃນຈຳນວນຄົນອາເມຣີກັນເຊື້ອສາຍລາວຫຼາຍພັນຄົນ ຕັ້ງຖິ່ນ
ຖານຢູ່ນະຄອນຟິນິກສ໌ (Phoenix) ເມືອງເອກຂອງລັດອາຣີໂຊນາ ໄດ້ກ່າວສູ່ວີໂອເອ ຟັງ
ກ໋່ຽວກັບຄວາມຮ້ອນເອົ້າ ຂອງດິນຟ້າອາກາດສູ່ຟັງດັ່ງນີ້:

ນອກຈາກນັ້ນແລ້ວ ລັດຄາລີຟໍເນຍທີ່ຢູ່ໃກ້ຄຽງ ກໍກຳລັງປະເຊີນໜ້າກັບຄວາມ ແຫ້ງແລ້ງ
ຂາດເຂີນນໍາໃຊ້ ໂດຍສະເພາະ ອ່າງເກັບນໍ້າຫຼາຍໆແຫ່ງ ໄດ້ມີນ້ຳຫຼຸດລົງຢ່າງໜ້າວິຕົກ ທີ່ບໍ່
ເຄີຍມີມາກ່ອນ. ບາງເຂດຕ້ອງໄດ້ອອກມາດຕະການ ໃຫ້ປະຊາຊົນພາກັນ ມັດທະຍັດການ
ໃຊ້ນໍ້າ. ຍິ່ງໄປກວ່ານັ້ນ ຄວາມແຫ້ງແລ້ງ ໄດ້ສ້າງຄວາມເປັນຫ່ວງ ທີ່ຈະເກີດໄຟໄໝ້ປ່າຮ້າຍ
ແຮງກວ່າທີ່ເຄີຍມີໃນແຕ່ລະປີ ຢູ່ໃນລັດຄາລີຟໍເນຍ.

XS
SM
MD
LG