ນັກຂຽນຊາວ ມຽນມາ ນາງ ມາ ທິດາ ບໍ່ມັກທີ່ຈະຄິດວ່າຕົນເອງເປັນຜູ້ອາໄສພັດຖິ່ນໃນຕ່າງປະເທດ.
ນາງໄດ້ເດີນທາງອອກຈາກ ມຽນມາ ໃນປີ 2021, ພຽງບໍ່ເທົ່າໃດເດືອນຫຼັງຈາກກອງທັບໄດ້ຍຶດເອົາອຳນາດ ໃນການກໍ່ລັດຖະປະຫານທີ່ໄດ້ໂຄ່ນລົ້ມລັດຖະບານທີ່ນຳພາໂດຍພົນລະເຮືອນ.
ແລະ ໃນຂະນະທີ່ນາງ ມາ ທິດາ ເວົ້າວ່າ ມັນຈະບໍ່ປອດໄພສຳລັບນາງທີ່ຈະເດີນທາງກັບບ້ານໃນໄວໆນີ້, ແຕ່ການອາໄສແບບພັດຖິ່ນຢ່າງຖາວອນເປັນສິ່ງທີ່ນັກຂຽນຄົນດັ່ງກ່າວ ບໍ່ຄ່ອຍສະບາຍໃຈປານໃດ.
ນາງໄດ້ກ່າວຕໍ່ວີໂອເອ ໃນນະຄອນຫຼວງ ເບີລິນ ປະເທດ ເຢຍຣະມັນ, ບ່ອນທີ່ນາງອາໄສຢູ່ ວ່າ “ຂ້ອຍບໍ່ໄດ້ແນເປົ້າທີ່ຈະອາໄສພັດຖິ່ນ, ມີແຕ່ຢາກຢູ່ໄກໆຈາກປະເທດເທົ່ານັ້ນ. ແລະ ຕາບໃດທີ່ຂ້ອຍມີໂອກາດ, ຂ້ອຍຈະເດີນທາງກັບໄປຢ່າງແນ່ນອນ.”
ຜູ້ທີ່ເກີດ ແລະ ໃຫຍ່ຢູ່ໃນນະຄອນ ຢາງກຸ້ງ, ເມືອງທີ່ໃຫຍ່ທີ່ສຸດຂອງ ມຽນມາ ນັ້ນ, ນາງ ມາ ທິດາ ໄດ້ຮຽນການແພດໃນຊຸມປີ 1980 ແລະ ໄດ້ກາຍເປັນທ່ານໝໍ. ນາງໄດ້ເຮັດວຽກເປັນຜູ້ຊ່ວຍ ແລະ ແພດສຳລັບຜູ້ນຳທີ່ສະໜັບສະໜູນປະຊາທິປະໄຕ ທ່ານນາງ ອອງ ຊານ ຊູ ຈີ ແລະ ໄດ້ຂຽນປື້ມຫົວທຳອິດຂອງລາວ ໃນປີ 1992.
ປື້ມທີ່ຊື່ວ່າ “ດອກຕາເວັນ,” ເຊິ່ງໄດ້ຄົ້ນຫາຄວາມຄາດຫວັງຂອງປະຊາຊົນ ກ່ຽວກັບ ທ່ານນາງ ອອງ ຊານ ຊູ ຈີ, ຜູ້ທີ່ໃນເວລານັ້ນ ຢູ່ພາຍໃຕ້ການຖືກຂັງໃນບ້ານ.
ແຕ່ປື້ມດັ່ງກ່າວໄດ້ຖືກຫ້າມບໍ່ດົນ ກ່ອນທີ່ມັນຈະຖືກພິມຈຳໜ່າຍໃນປີ 1993, ແລະ ລັດຖະບານທະຫານຂອງ ມຽນມາ ໄດ້ຕັດສິນໂທດຂັງຄຸກ ນາງ ມາ ທິດາ 20 ປີ ຢູ່ທີ່ຄຸກ ອິນເຊນ ສຳລັບ “ການເປັນໄພອັນຕະລາຍຕໍ່ຄວາມສະຫງົບໃນສາທາລະນະ, ໄດ້ຕິດຕໍ່ພົວພັນກັບບັນດາອົງການທີ່ຜິດກົດໝາຍ ແລະ ເຜີຍແຜ່ບົດຂຽນທີ່ບໍ່ຖືກຕ້ອງຕາມກົດໝາຍ.”
ການກົດດັນຈາກສາກົນໄດ້ນຳໄປສູ່ການປ່ອຍຕົວລາວ ກ່ອນກຳນົດໃນປີ 1999. ປື້ມ “ດອກຕາເວັນ” ໃນທີ່ສຸດກໍຖືກພິມຈຳໜ່າຍ, ແລະ ນາງ ມາ ທິດາ ກໍໄດ້ເລີ່ມຂຽນອີກຄັ້ງນຶ່ງ.
ປຶ້ມຫົວຫຼ້າສຸດຂອງລາວ ຊື່ວ່າ “A-Maze” ໄດ້ຖືກພິມເຜີຍແຜ່ໃນເດືອນພຶດສະພານ ທີ່ຄົ້ນຄວ້າ ການສູ້ຊົນຂອງມຽນມາເພື່ອປະຊາທິປະໄຕ ແລະຊ່ວງໄລຍະຫຼັງການປະຕິວັດໃນລະດູບານໃໝ່.
ຟໍຣັມສະແດງຄວາມຄິດເຫັນ