ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ຂະຫຍາຍຄວາມພະຍາຍາມຂະໜາດໃຫຍ່ ເພື່ອຊ່ວຍເຫຼືອທະນາຄານ


ທະນາຄານແຫ່ງລັດຂອງຫວຽດນາມ ທີ່ໄດ້ຮັບການຖ່າຍຮູບໃນນະຄອນຫຼວງຮ່າໂນ່ຍ ເມື່ອວັນທີ 27 ກໍລະກົດ 2023. ສື່ມວນຊົນທ້ອງຖິ່ນລາຍງານວ່າ The State Bank of Vietnam is pictured in Hanoi, July 27, 2023. ນາງເຈື່ອງ ມີລານ ຖືກກ່າວຫາວ່າໂກງເງິນຢ່າງຫຼວງຫຼາຍຈາກທະນາຫຸ້ນສ່ວນການຄ້າໄຊຫງ່ອນເປັນເວລາຫຼາຍປີ.
ທະນາຄານແຫ່ງລັດຂອງຫວຽດນາມ ທີ່ໄດ້ຮັບການຖ່າຍຮູບໃນນະຄອນຫຼວງຮ່າໂນ່ຍ ເມື່ອວັນທີ 27 ກໍລະກົດ 2023. ສື່ມວນຊົນທ້ອງຖິ່ນລາຍງານວ່າ The State Bank of Vietnam is pictured in Hanoi, July 27, 2023. ນາງເຈື່ອງ ມີລານ ຖືກກ່າວຫາວ່າໂກງເງິນຢ່າງຫຼວງຫຼາຍຈາກທະນາຫຸ້ນສ່ວນການຄ້າໄຊຫງ່ອນເປັນເວລາຫຼາຍປີ.

ທະນາຄານກາງຫວຽດນາມປ່ອຍເງິນກູ້ອື່ນໆອີກຈໍານວນ 1.2 ຕື້ໂດລາ ໃຫ້ແກ່ ທະນາຄານຫຸ້ນສ່ວນການຄ້າໄຊຫງ່ອນ ຫຼື SCB ໃນຊ່ວງໄລຍະ 2 ເດືອນທີ່ ຜ່ານມາ, ອີງຕາມເອກະສານທະນາຄານທີ່ໄດ້ຮັບການເປີດເຜີຍໂດຍອົງການ ຂ່າວ Reuters, ເຊິ່ງເປັນເງິນຈໍານວນລວມທັງໝົດ 24.5 ຕື້ໂດລາ ໂດຍເປັນ ສ່ວນນຶ່ງຂອງຄວາມພະຍາຍາມເພື່ອຊ່ວຍເຫຼືອບັນດາຜູ້ຝາກເງິນ, ອີງຕາມລາຍ ງານຂອງອົງການຂ່າວ Reuters.

ບ້ວງ​ເງິນ​ຊ່ວຍ​ເຫຼືອຂະໜາດ​ໃຫຍ່ຂອງ​ບັນດາ​ຜູ້​ຝາກ​ເງິນ​ທະນາຄານຫຸ້ນ​ສ່ວນ ການຄ້າໄຊຫງ່ອນ ຫຼື SCB, ມາຮອດປັດຈຸບັນ ​ໄດ້ເຮັດໃຫ້​ທະນາຄານ​ກາງ​ຈ່າຍເງິນ​ໄປແລ້ວ​ເທົ່າ​ກັບ 6 ເປີເຊັນຂອງຍອດ​ຜະລິດ​ຕະ​ພັນລວມ​ພາຍ​ໃນສໍາ ລັບເງິນກູ້ພິເສດປະຈໍາປີ 2023 ຂອງຫວຽດນາມ.

ອົງການຂ່າວ Reuters ລາຍງານໃນເດືອນເມສາທີ່ຜ່ານມາວ່າ ທະນາຄານ ກາງໄດ້ຈັດຕັ້ງເລັ່ງການຊ່ວຍເຫຼືອແບບ “ບໍ່ເຄີຍມີມາກ່ອນ” ໃຫ້ແກ່ທະນາຄານ SCB, ເຊິ່ງຜູ້ໃຫ້ກູ້ໄດ້ເຂົ້າໄປມີສ່ວນຮ່ວມໃນການສໍ້ໂກງດ້ານການເງິນຂະໜາດ ໃຫຍ່ທີ່ສຸດຂອງປະເທດ ໂດຍແຫຼ່ງຂ່າວໃນເວລານັ້ນກ່າວວ່າ ທະນາຄານຈະ ພັງທະລາຍລົງໂດຍບໍ່ມີການສະໜອງທຶນໃດໆ.

ມາ​ຮອດ​ວັນ​ທີ 29 ພຶດ​ສະ​ພາ​ແລ້ວນີ້, ທະ​ນາ​ຄານ​ກາງ​ໄດ້​ໃຫ້​ເງິນ​ກູ້​ຢືມແກ່ ທະນາຄານ SCB ໃນຈໍານວນ 622.70 ພັນຕື້​ດົງ ຫຼື 24,5 ຕື້​ໂດ​ລາ, ອີງ​ຕາມ​ເອ​ກະ​ສານທີ່ໄດ້ຮັບການກະກຽມອອກມາ​ໂດຍທະນາຄານ SCB ທີ່ໄດ້ ປ້ອນລາຍ​ລະ​ອຽດ​ຕ່າງໆ​ເຂົ້າ​ໃນ​ທະ​ນາ​ຄານ ​ເພື່ອ​ຕິດ​ຕາມ​ກວດກາກອງ​ທຶນ ແລະການ​ນຳ​ໃຊ້ຂອງພວກເຂົາເຈົ້ານັ້ນ, ມາຮອດວັນທີ 2 ເມສາທີ່ຜ່ານມາ ໄດ້ເພີ້ມ​ຂຶ້ນມາ​ຈາກ 592.70 ພັນຕື້​ດົງ ຫຼື 23,3 ຕືໂດ​ລາ.

ທະນາຄານ SCB ໄດ້​ນຳ​ໃຊ້ກອງ​ທຶນ​ຂອງ​ທະ​ນາ​ຄານ​ກາງ ​ເພື່ອ​ຊ່ວຍໃຫ້ ພວກເຂົາເຈົ້າ​ແກ້​ໄຂ​ການ​ຖອນ​ເງິນ ແລະການ​ຊຳ​ລະຕ່າງໆໃນຈໍານວນເງິນ 626,900 ພັນຕື້​ດົງ ​ນັບ​ແຕ່​ເດືອນ​ຕຸ​ລາປີ 2022 ເປັນຕົ້ນມາ ເມື່ອ​ຜູ້ໃຫ້​ກູ້​ຢືມ​ຖືກ​ຈັດ​ໃຫ້​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ທະ​ນາ​ຄານ​ກາງ. ໃນ​ເວ​ລາ​ນັ້ນ, ພວກເຂົາເຈົ້າ​ມີການ​ຝາກເງິນເຂົ້າຮອດ 669 ພັນ​ຕື້​ດົງ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

HANOI, June 4 (Reuters) - Vietnam's central bank lent another $1.2 billion to ailing Saigon Joint Stock Commercial Bank over the last two months, according to a bank document seen by Reuters, taking the total to $24.5 billion as part of its efforts to rescue depositors.

The massive bailout of Saigon Joint Stock Commercial Bank's (SCB) depositors has so far cost the central bank the equivalent of 6% of Vietnam's 2023 gross domestic product in special loans.

Reuters reported in April that the central bank had mounted an "unprecedented" rescue of SCB, a lender engulfed in the nation's biggest financial fraud, which a source at that time said would collapse without the funding.

As of May 29, the central bank had lent SCB 622.7 trillion dong ($24.5 billion), according to the document prepared by SCB that detailed daily injections into the bank to keep track of the funds and their use, up from 592.7 trillion dong ($23.3 billion) as of April 2.

SCB used the central bank funds to help it settle withdrawals and payments of 626.9 trillion dong since October 2022 when the lender was put under central bank supervision, the document showed. At that time, it had deposits of 669 trillion dong.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG