ເກົາຫຼີໃຕ້ ອາດແຕກຫັກກັບພັນທະມິດ ສະຫະລັດ ຂອງຕົນໄດ້ ແລະສ້າງຜົນກະທົບໃຫ້ກັບຕະຫຼາດການເງິນ ຖ້າຕົນເລີ່ມສ້າງອາວຸດນິວເຄລຍ, ລັດຖະມົນຕີປ້ອງກັນປະເທດ ທ່ານ ຊິນ ວອນ-ຊິກ (Shin Won-sik) ກ່າວຕໍ່ ອົງການຂ່າວ Reuters, ໂດຍປະຕິເສດ ການຮຽກຮ້ອງພາຍໃນປະເທດຄືນໃຫມ່ ໃຫ້ມີຄັງອາວຸດຂອງຕົນເອງ ເພື່ອສະກັດກັ້ນ ເກົາຫຼີເຫນືອ.
ເນື່ອງຈາກປະເທດເພື່ອບ້ານເກົາຫຼີເໜືອ ກຳລັງຂະຫຍາຍຂີດຄວາມສາມາດດ້ານນິວເຄລຍ ແລະຂີປະນາວຸດຢ່າງວ່ອງໄວ, ເຈົ້າໜ້າທີ່ເກົາຫຼີໃຕ້ ແລະສະມາຊິກພັກອະນຸລັກນິຍົມເຊິ່ງເປັນພັກລັດຖະບານຂອງປະທານາທິບໍດີ ຢຸນ ຊຸກ ຢອລ (Yoon Suk Yeol) ໄດ້ຮຽກຮ້ອງໃຫ້ພັດທະນາອາວຸດນິວເຄລຍ ໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ.
ໂອກາດຂອງການຖືກເລືອກອີກສະໄໝນຶ່ງຂອງອະດີດປະທານາທິບໍດີສະຫະລັດທ່ານ ດໍໂນລ ທຣຳ, ຜູ້ທີ່ໄດ້ຈົ່ມ ກ່ຽວກັບຄ່າໃຊ້ຈ່າຍສຳລັບການປະຈຳການ ຂອງທະຫານສະຫະລັດ ໃນເກົາຫລີໃຕ້ ແລະໄດ້ເລີ້ມການເຈລະຈາແບບບໍ່ເຄີຍ ມີມາກ່ອນກັບເກົາຫລີເຫນືອ, ໄດ້ເຮັດໃຫ້ການໂຕ້ຖຽງກັນ ມີຄວາມຮຸນແຮງຫຼາຍ ຂຶ້ນ.
ແຕ່ທ່ານ ຊິນ (Shin), ອະດີດນາຍພົນລະດັບ 3 ດາວ ຜູ້ທີ່ເຄີຍດຳລົງຕໍາ ແໜ່ງສະມາຊິກລັດຖະສະພາ ໃນພັກຂອງທ່ານ ຢູນ (Yoon), ກ່າວວ່າ ການມີຄັງອາວຸດນິວເຄລຍໃນປະເທດ ມີຄວາມສ່ຽງທີ່ຈະເຮັດໃຫ້ເກີດຜົນກະທົບ ທີ່ຮ້າຍແຮງຕໍ່ສະຖານະທາງການທູດ ແລະເສດຖະກິດຂອງເກົາຫຼີໃຕ້, ເຊິ່ງຄ້າຍຄືກັບສິ່ງທີ່ນັກວິເຄາະເອີ້ນວ່າ Black Monday ໃນອາທິດນີ້ ສໍາລັບການສູນເສຍທີ່ຮ້າຍແຮງທີ່ສຸດຂອງຕະຫຼາດຮຸ້ນ ນັບຕັ້ງແຕ່ປີ 2008.
ທ່ານກ່າວໃນການໃຫ້ສໍາພາດວ່າ "ເຈົ້າຈະປະເຊີນກັບຄວາມແຕກແຍກຄັ້ງໃຫຍ່ ໃນພັນທະມິດສະຫະລັດ, ແລະຖ້າພວກເຮົາຖອນຕົວອອກຈາກສົນທິສັນຍາ ບໍ່ແຜ່ຂະຫຍາຍອາວຸດນິວເຄລຍ, ມັນກໍຈະນໍາເອົາການລົງໂທດຕ່າງໆ, ເລີ່ມ ຕັ້ງແຕ່ຜົນກະທົບໃນທັນທີໃນຕະຫຼາດການເງິນຂອງພວກເຮົາ."
ທ່ານ ຊິນ (Shin) ຍອມຮັບວ່າການໂຕ້ຖຽງກັນລະຫວ່າງ ບັນດານັກການເມືອງ ແລະຜູ້ຊ່ຽວຊານດ້ານນະໂຍບາຍການຕ່າງປະເທດ ເປັນສັນຍານວ່າຊາວ ເກົາຫຼີໃຕ້ ຈຳນວນຫຼາຍຍັງມີຄວາມວິຕົກກັງວົນ ກ່ຽວກັບການຂະຫຍາຍການ ກີດກັ້ນຂອງ ອາເມຣິກາ ເຊິ່ງແມ່ນຄວາມອາດສາມາດດ້ານການທະຫານຂອງ ສະຫະລັດ, ໂດຍສະເພາະແມ່ນກອງກໍາລັງນິວເຄຼຍ.
ອ່ານຂ່າວເປັນພາສາອັງກິດລຸ່ມນີ້:
SEOUL, Aug 8 (Reuters) - South Korea could rupture its U.S. alliance and shock financial markets if it started building nuclear weapons, Defence Minister Shin Won-sik told Reuters, dismissing renewed domestic calls for the country's own arsenal to deter North Korea.
As the neighbouring North rapidly expands nuclear and missile capabilities, more South Korean officials and members of President Yoon Suk Yeol's conservative ruling party have called in recent months for developing nuclear weapons.
The prospect of another term for former U.S. President Donald Trump, who complained about the cost of the U.S. military presence in South Korea and launched unprecedented talks with the North, has further fuelled the debate.
But Shin, a former three-star army general who also served as a lawmaker in Yoon's party, said having a homegrown nuclear arsenal risked devastating fallout to the South's diplomatic standing and economy, akin to what analysts called Black Monday this week for the stock market's worst losses since 2008.
"You'll face a huge crack in the U.S. alliance, and if we withdraw from the nuclear non-proliferation treaty, it would bring various penalties, starting with an immediate shock in our financial market," he said in an interview.
Shin acknowledged that the debate among politicians and foreign policy experts was a sign that many South Koreans were still anxious about American extended deterrence - the U.S. military capability, especially its nuclear forces.
ຟໍຣັມສະແດງຄວາມຄິດເຫັນ