ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໐ ມີນາ ໒໐໒໕

ເກົາຫຼີເໜືອ ຕ້ອງການເປີດການເຈລະຈາເລື້ອງນິວເຄລຍຄືນໃໝ່ ຖ້າທ່ານ ທຣຳ ຊະນະການເລືອກຕັ້ງ ຄືນໃໝ່


ການວິເຄາະກ່ຽວກັບເກົາຫຼີເໜືອ ຂອງ State of the Union.
ການວິເຄາະກ່ຽວກັບເກົາຫຼີເໜືອ ຂອງ State of the Union.

ເກົາຫຼີເໜືອ ຕ້ອງການເປີດການເຈລະຈາເລື້ອງນິວເຄລຍກັບສະຫະລັດຄືນໃໝ່ ຖ້າທ່ານ ດໍໂນລ ທຣຳ ຖືກເລືອກເປັນປະທານາທິບໍດີອີກຄັ້ງ ແລະກຳລັງດຳ ເນີນການວາງແຜນຢຸດທະສາດການເຈລະຈາໃໝ່, ນັກການທູດອາວຸໂສຂອງ ເກົາຫຼີເໜືອ ທີ່ໄດ້ຫຼົບໜີໄປເກົາຫຼີໃຕ້ ກ່າວຕໍ່ ອົງການຂ່າວ Reuters ເມື່ອບໍ່ ດົນມານີ້.

ການ​ຫລົບ​ໜີ​ຈາກ​ຄິວ​ບາ ຂອງ​ທ່ານ ຣີ ອີລ ກຢູ (Ri Il Gyu) ໄດ້​ເຮັດ​ໃຫ້​ເປັນ​ຂ່າວ​ໄປ​ທົ່ວ​ໂລກ​ໃນ​ເດືອນ​ແລ້ວ​ນີ້. ທ່ານ​ເປັນ​ນັກ​ການ​ທູດ​ລະດັບ​ສູງ​ສຸດ​ຂອງ​ເກົາຫຼີ​ເໜືອ ​ທີ່​ໄດ້​ຫຼົບໜີ​ໄປ​ຍັງເກົາຫຼີ​ໃຕ້​ ຕັ້ງ​ແຕ່​ປີ 2016.

ໃນ​ການ​ໃຫ້​ສໍາ​ພາດກັບ​ສື່​ມວນ​ຊົນ​ສາ​ກົນ​ຄັ້ງ​ທໍາ​ອິດ, ທ່ານ ຣີ ​(Ri) ກ່າວ​ວ່າ​ເກົາ​ຫຼີ​ເຫນືອ ​ໄດ້​ກໍາ​ນົດໃຫ້ ຣັດ​ເຊຍ​, ສະ​ຫະ​ລັດ​ ແລະ​ຍີ່​ປຸ່ນ​ ເປັນ​ບູ​ລິ​ມະ​ສິດ​ສຳຄັນ ດ້ານນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ ສໍາ​ລັບ​ປີ​ນີ້​ ແລະ​ປີຕໍ່ໆໄປ​. ໃນລະຫວ່າງທີ່ເສີມສ້າງຄວາມສຳພັນກັບ ຣັດເຊຍ, ພຽງຢາງ ກໍກະຕືລືລົ້ນທີ່ຈະ ເປີດການເຈລະຈາເລື້ອງນິວເຄລຍ ຄືນອີກຄັ້ງ ຖ້າທ່ານ ທຣໍາ ຜູ້ທີ່ໃຊ້ທັງຄວາມ ກ້າທີ່ຄຶກຄະນອງ ແລະ ການທູດທີ່ບໍ່ເຄີຍມີມາກ່ອນກັບເກົາຫຼີເໜືອ ໃນວາລະ ການດຳລົງຕໍາແໜ່ງຄັ້ງກ່ອນຂອງທ່ານ ໄດ້ຮັບການເລືອກຕັ້ງອີກຄັ້ງໃນເດືອນ ພະຈິກນີ້, ທ່ານ ຣີ ກ່າວ.

​ບັນດາ​ນັກ​ການ​ທູດ​ຂອງ​ພຽງ​ຢາງ ກຳລັງວາງ​ແຜນ​ຍຸດ​ທະ​ສາດ​ສຳ​ລັບ​ສະ​ຖາ​ນະ​ການ​ດັ່ງກ່າວ, ​ໂດຍ​ມີ​ເປົ້າ​ໝາຍ​ເພື່ອຍົກ​ເລີກ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕໍ່ບັນດາ​ໂຄງການ​ອາວຸດ​ຂອງ​ຕົນ, ຍົກ​ເລີກ​ສະຖານະການເປັນປະເທດທີ່ ສະໜັບສະ​ໜູນ​ການ​ກໍ່​ການ​ຮ້າຍ ​ແລະ ຂໍຮັບການຊ່ວຍເຫຼືອ​ດ້ານ​ເສດຖະກິດ, ທ່ານ ຣີ ກ່າວ.

ຄຳ​ເຫັນ​ຂອງ​ທ່ານ​ເປັນ​ສັນຍານຂອງ​ການປ່ຽນແປງ​ທ່າ​ທີ​ຂອງເກົາຫຼີເໜືອ​ໃນ​ປະຈຸ​ບັນ ຫລັງ​ຈາກ​ຖະ​ແຫຼ​ງການ​ໃນມໍ່ໆມານີ້ ທີ່​ໄດ້​ລົບ​ລ້າງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ເຈລະຈາ​ກັບ​ສະຫະລັດ ​ແລະ​ ​ເຕືອນ​ເຖິງ​ການປະເຊີນໜ້າ​ດ້ວຍ​ກຳລັງ​ອາວຸດ.

ກອງປະຊຸມສຸດຍອດລະຫວ່າງຜູ້ນໍາເກົາຫລີເຫນືອ ທ່ານ ກິມ ຈອງ ອຶນ (Kim Jong Un) ແລະ ທ່ານ ທຣໍາ ໃນຫວຽດນາມ ໃນປີ 2019 ໄດ້ຫຼົ້ມແຫຼວ ຍ້ອນມາດຕະການລົງໂທດ, ເຊິ່ງທ່ານ ຣີ (Ri) ສ່ວນນຶ່ງ ໄດ້ຕໍານິຕິຕຽນການ ຕັດສິນໃຈຂອງທ່ານ ກິມ ໃນການມອບຫມາຍຄວາມໄວ້ວາງໃຈ ໃຫ້ "ຜູ້ບັນ ຊາການທະຫານທີ່ບໍ່ມີປະສົບການ, ແລະ ບໍ່ມີຄວາມຮູ້" ເຮັດໜ້າທີ່ທາງດ້ານ ການທູດນິວເຄລຍ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

SEOUL, Aug 1 (Reuters) - North Korea wants to reopen nuclear talks with the United States if Donald Trump is re-elected as president and is working to devise a new negotiating strategy, a senior North Korean diplomat who recently defected to South Korea told Reuters.

The escape of Ri Il Gyu from Cuba made headlines globally last month. He was the highest-ranking North Korean diplomat to defect to the South since 2016.

In his first interview with international media, Ri said North Korea has set Russia, the U.S. and Japan as its top foreign policy priorities for this year and beyond.

While bolstering relations with Russia, Pyongyang was keen to reopen nuclear negotiations if Trump - who engaged in both fiery brinkmanship and unprecedented diplomacy with North Korea during his previous term - won re-election in November, Ri said.

Pyongyang's diplomats were mapping out a strategy for that scenario, with the goal of lifting of sanctions on its weapons programmes, removing its designation as a state sponsor of terrorism and eliciting economic aid, said Ri.

His comments signal a potential about-face from the North's current stance after recent statements ditching the possibility of dialogue with the U.S. and warning of armed confrontation.

A summit between North Korean leader Kim Jong Un and Trump in Vietnam in 2019 collapsed over sanctions, for which Ri partly blamed Kim's decision to entrust "inexperienced, clueless" military commanders with nuclear diplomacy.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG