ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດ ພັນລະຍາ ທ່ານ Mandela ກ່າວວ່າ ສະພາບ ຂອງທ່ານ ດີຂື້ນ (ວີດີໂອ)


ທ່ານນາງ Winnie Madikizela-Mandela ກ່າວ​ຕໍ່​ບັນດາ​ນັກ
​ຂ່າວ ຢູ່​ນອກ​ເຮືອນ​ຫລັງ​ກ່ອນຂອງ​ທ່ານ Mandela ທີ່​ເມືອງ
Sewato
ທ່ານນາງ Winnie Madikizela-Mandela ກ່າວ​ຕໍ່​ບັນດາ​ນັກ ​ຂ່າວ ຢູ່​ນອກ​ເຮືອນ​ຫລັງ​ກ່ອນຂອງ​ທ່ານ Mandela ທີ່​ເມືອງ Sewato
ອະດີດ​ພັນ​ລະ​ຍາ ທ່ານ Nelson Mandela ກ່າວ​ວ່າ ສຸຂະພາບ
​ຂອງ​ທ່ານ ສະ​ແດງ​ໃຫ້​ເຫັນ​ວ່າ “ດີ​ຂຶ້ນ​ຫຼາຍ” ​ໃນໄລຍະສອງ​ສາ​ມ
ມື້​ທີ່​ຜ່ານ​ມານີ້.

ທ່ານ​ນາງ Winnie Madikizela-Mandela ກ່າວ​ຕໍ່​ບັນດາ​ນັກ
​ຂ່າວ ຢູ່​ນອກ​ເຮືອນ​ຫລັງ​ກ່ອນ ຂອງ​ທ່ານ Mandela ທີ່​ເມືອງ
Sewato ​ໃນ​ວັນ​ສຸກ​ວານ​ນີ້ ​ໃນ​ຂະນະ​ທີ່ອະດີດ​ປະທານາທິບໍດີ
ອາ​ຟຣິກາ​ໃຕ້ ​ໄດ້ເຂົ້າຮັບ​ການ​ປິ່ນປົວ​ເປັນ​ມື້​ທີ 20 ຢູ່​ໃນ​ໂຮງໝໍ
ນະຄອນ Pretoria.

ອີງຕາ​ມທາງ​ການ​ແລ້ວ ທ່ານ Mandela ທີ່​ມີອາຍຸ 94 ປີ​ ຍັງ​ຢູ່​ໃນ​ສະພາບ​ທີ່​ຮ້າຍ​ແຮງ ແຕ່​ກໍ​ທຸ່ນ​ທ່ຽງ​.



​ໃນ​ວັນ​ພະ​ຫັດ​ວານ​ນີ້ ລູກ​ສາວ​ຂອງ ທ່ານ Mandela ນາງ Makaziwe ກ່າວ​ວ່າ ພໍ່​ຂອງນາງ ​ເບິ່ງແລ້ວ​ແມ່ນ​ຢູ່​ໃນ​ທ່າ​ບໍ່​ດີປານ​ໃດ ​ແຕ່ກໍ​ຍັງ​ມືນ​ຕາ​ໄດ້​ຢູ່ ​ແລະ​ຕອບ​ຮັບ​ຕໍ່​ການ​ຈັບບາຍ.

ບັດ​ດາ​ຜູ້​ມີ​ຄວາມເປັນ​ຫ່ວງ​ຫລາຍຫລາຍ​ສິບ​ຄົນ ພາກັນໄຕ້ທຽນ​ໄຂ ຕະຫລອດ​ຄືນ ແລະສົ່ງ​ດອກ​ໄມ້ ​ພ້ອມ​ທັງ​ສານ​ຕ່າງໆໄປໃຫ້​ກຳລັງ​ໃຈ​ຕໍ່​ຜູ້​ນໍາ​ຕໍ່ຕ້ານ​ການ ​ແບ່ງ​ແຍ​ກ​ເຊື້ອຊາດ​ຜິວ​ພັນທ່ານ​ນີ້.

ທ່ານ Mandela ຍັງ​ຮັບ​ການ​ປິ່ນປົວ​ທີ່ໂຮງໝໍ Mediclinic Heart Hospital ​ໃນ​ນະຄອນ Pretoria ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ຖືກ​ສົ່ງ​ໄປ​ຍັງໂຮງໝໍດັ່ງກ່າວ​ເມື່ອ​ວັນ​ທີ 8 ​ເດືອນ ມິຖຸນາຜ່ານ​ມາ ​ຍ້ອນປອດ​ອັກ​ເສບກຳ​ເລີບ​ຄືນ​ໃໝ່.

ທ່ານ Mandela ​ເປັນ​ວິລະ​ບູລຸດ​ແຫ່ງ​ຊາດຂອງ​ອາ​ຟຣິກາ​ໃຕ້ ​ໃນ​ບົດບາດ​ຂອງ​ທ່ານ ທີ່​ຍຸຕິລະບົບແບ່ງ​ແຍກ​ເຊື້ອຊາດ​ຜິວພັນ ​ແລະ​ການ​ປົກຄອງ​ຂອງຊາວ​ຜີວ​ຂາວ​ຊຶ່ງ​ເປັນ​ຊົນ​ກຸ່ມກຸ່ມ​ນ້ອຍ ຢ່າງ​ເປັນທາງ​ການ. ຫລັງ​ຈາກ​ໄດ້​ໃຊ້​ຊີວິດ 27 ປີ​ຢູ່​ໃນ​ຄຸ​ກ​ແລ້ວ ທ່ານ​ໄດ້​ຮັບ​ລາງ​ວັນໂນແບລ ຂະ​ແໜງສັນຕິ​ພາບ ​ໃນ​ປີ 1993.

Mandela
please wait
Embed

No media source currently available

0:00 0:01:13 0:00
XS
SM
MD
LG