ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ ມະຫາເສດຖີ ຂອງ ຊີເລ ຖືກເລືອກຂຶ້ນມາ ດຳລົງຕຳແໜ່ງ ອີກຄັ້ງນຶ່ງ


ອະດີດປະທານາທິບໍດີ ຊີເລ ແລະ ຜູ້ລົງແຂ່ງຂັນເອົາຕຳແໜ່ງ
ປະທານາທິບໍດີ ຄົນປັດຈຸບັນ ທ່ານ ເຊບາສຈຽນ ປີແນຣາ ຍົກມື
ທັກທາຍ ກ່ອນລົງຄະແນນສຽງ ໃນລະຫວ່າງການເລືອກຕັ້ງ
ຂັ້ນຊີ້ຂາດ ໃນນະຄອນຫຼວງ ແຊນທີອາໂກ, ປະເທດ ຊີເລ. 17 ທັນວາ, 2017.
ອະດີດປະທານາທິບໍດີ ຊີເລ ແລະ ຜູ້ລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ຄົນປັດຈຸບັນ ທ່ານ ເຊບາສຈຽນ ປີແນຣາ ຍົກມື ທັກທາຍ ກ່ອນລົງຄະແນນສຽງ ໃນລະຫວ່າງການເລືອກຕັ້ງ ຂັ້ນຊີ້ຂາດ ໃນນະຄອນຫຼວງ ແຊນທີອາໂກ, ປະເທດ ຊີເລ. 17 ທັນວາ, 2017.

ມະຫາເສດຖີພັນລ້ານ ທີ່ນິຍົມແນວທາງເດີມ ທ່ານ ເຊບາສຈຽນ ປີແນຣາ ໄດ້ຊະນະ
ການເລືອກຕັ້ງ ຂັ້ນຊີ້ຂາດ ຢ່າງງ່າຍດາຍ ໃນວັນອາທິດວານນີ້ ອີກສະໄໝນຶ່ງ ທີ່ອຳ
ນວຍໂອກາດໃຫ້ທ່ານ ໄດ້ເປັນປະທານາທິບໍດີ ຂອງປະເທດຊີເລອີກຄັ້ງນຶ່ງ.

ບັນດາເຈົ້າໜ້າທີ່ກຳມະການເລືອກຕັ້ງ ກ່າວວ່າ ທ່ານປີແນຣາ ຜູ້ທີ່ໄດ້ເປັນປະທານາ
ທິບໍດີ ຈາກປີ 2010 ຫາ 2014 ໄດ້ຮັບຄະແນນສຽງ 55 ເປີເຊັນ ໂດຍການນັບບັດລົງ
ຄະແນນໄປໄດ້ 98 ເປີເຊັນແລ້ວ.

ສ່ວນຄູ່ແຂ່ງຂອງທ່ານນັ້ນ ຄື ສະມາຊິກສະພາສູງ ທີ່ນິຍົມແນວທາງປານກາງຫາຊ້າຍ
ທ່ານ ອາເລຮານໂດຣ ກູຍລີແອຣ (Alejandro Guillier) ກໍໄດ້ຍອມຮັບເອົາກາປະ
ລາໄຊ ໂດຍກ່າວດ້ວຍຕົນເອງວ່າ “ການປະລາໄຊທີ່ຮັບໄດ້ຍາກ” ຫຼັງຈາກທີ່ໄດ້ຮັບຄະ
ແນນສຽງ 45 ເປີເຊັນ.

ມັນເປັນຂີດໝາຍ ການເຄື່ອນໄຫວ ໄປຍັງແນວທາງຂວາ ສຳລັບປະເທດ ຊຶ່ງໃນປັດ
ຈຸບັນນີ້ ນຳພາໂດຍ ປະທານາທິບໍດີ ສັງຄົມນິຍົມ ທ່ານນາງ ມິແຊລ ບາແຊເລັດ
(Michelle Bachelet). ທ່ານນາງໄດ້ສະໜັບສະໜູນທ່ານກູຍລີແອຣ.

ທ່ານ ປີເນຣາ ຈະນຳພາປະເທດອາເມລິກາໃຕ້ແຫ່ງນີ້ ຊຶ່ງເປັນປະເທດທີ່ຜະລິດທອງ
ແດງຫຼາຍທີ່ສຸດຂອງໂລກ ເປັນເວລາສີ່ປີ ນັບຕັ້ງແຕ່ເດືອນມີນານີ້ເປັນຕົ້ນໄປ.

ທ່ານໄດ້ສະເໜີໃຫ້ຕັດພາສີລົງ ສຳລັບທຸຣະກິດ ເພື່ອຄວາມພະຍາຍາມຮື້ຟື້ນການເຕີບ
ໂຕ ທັງໄດ້ປະຕິຍານວ່າ ຈະລົງທຶນ 14 ພັນລ້ານໂດລາ ໃນແຜນການລົງທຶນ ສີ່ປີ ອັນ
ມີລວມທັງການລົງທຶນໃສ່ໂຄງລ່າງພື້ນຖານໃໝ່ນຳ.

XS
SM
MD
LG