ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ອຽງ ສາລີ ອະດີດຜູ້ນໍາ ຂະເໜນແດງ ເສຍຊີວິດ ຮວມອາຍຸ ໄດ້ 87 ປີ (ສະໄລດ໌)


ອຽງ ສາລີ ອະດີດຜູ້ນໍາຂະເໜນແດງ ເສຍຊີວິດແລ້ວ ໃນຂະນະທີ່ຖືກ ດໍາເນີນຄະດີໃນຂໍ້ຂ້າລ້າງເຊື້ອຊາດ ແລະອາດຊະຍາກໍາສົງຄາມ
ສານ​ດໍາ​ເນີນ​ຄະດີ​ອາດຊະຍາ​ກໍາ​ສົງຄາມ​ຂອງ​ກໍາປູ​ເຈຍ ທີ່​ໜຸນຫຼັງ​ໂດຍ​ອົງ ການ​ສະຫະ​ປະຊາ​ຊາດ ຫຼືຢູແອັນ ​ເວົ້າວ່າ ທ່ານ Ieng Saly ອະດີດ​ເຈົ້າ ໜ້າ​ທີ່​ສູງສຸດ​ຄົນ​ນຶ່ງ​ຂອງ​ຂະ​ບວນການ​ເຄື່ອນ​ໄຫວ​ທີ່​ໂຫດຮ້າຍ​ປ່າ​ເຖືອນ​ຂະ​ເໝນ​ແດງ ​ໄດ້​ເສຍ​ຊີວິດ​ໃນ​ຂະນະ​ທີ່​ຖືກ​ດໍາ​ເນີນ​ຄະດີ ​ໃນ​ຂໍ້​ຫາຂ້າ​ລ້າງ​ເຊື້ອ ຊາດ ​ແລະ​ອາດຊະ​ກໍາ​ສົງຄາມ.

ສານ​ດັ່ງກ່າວ​ເວົ້າ​ວ່າ ທ່ານ​ອຽງ ສາລີ ທີ່​ຮູ້​ກັນ​ໃນຊື່ “ອ້າຍ​ໝາຍ​ເລກ 3” ຂອງ​ພວກຂະ​ເໝນ​ແດງນັ້ນ ​ໄດ້​ເສຍ​ຊີວິດ​ເມື່ອຕອນ​ເຊົ້າ ວັນ​ພະຫັດ​ມື້​ນີ້. ຜູ້ກ່ຽວ​ໄດ້​ເຂົ້າຮັບ​ການປິ່ນ ປົວ​ທີ່​ໂຮງໝໍ​ນັບ​ຕັ້ງ​ແຕ່​ວັນ​ທີ 4 ມີນາ​ຜ່ານ​ມາ​ນີ້. ທ່ານ Lars Olson ​ໂຄສົກຂອງ​ສານ ປະກາດ​ວ່າ ການ​ເສຍ​ຊີວິດ​ຂອງ​ ທ່ານ​ອຽງ ​ສາລີ ​ແມ່ນເປັນທີ່​ໜ້າເສົ້າ​ໂສກ​ເສຍ​ໃຈ ຫຼາຍ.

​ໂຄສົກ Olson ​ເວົ້າວ່າ: “ ພວກ​ເຮົາ​ເຂົ້າ​ໃຈດີ​ວ່າ ຫຼາຍໆ​ຄົນ​ອາດ​ຜິດ​ຫວັງ ​ໂດຍ​ຄວາມ​ຈິງ​ທີ່​ວ່າ ພວກ​ເຮົາ​ບໍ່​ສາມາດ​ສະ​ລຸບການ​ດໍາ​ເນີນ​ຄະດີ​ຕໍ່ທ່ານ Ieng Saly ​ໄດ້ ​ແລະ​ສະ​ນັ້ນ ພວກ​ເຮົາ​ບໍ່​ສາມາດ​ທໍາ​ການ​ຕັດສິນ​ໃດໆກ່ຽວ​ກັບ​ເລື່ອງ​ຄວາມ​ຜິດ​ ຫຼືຄວາມ​ບໍລິ​ສຸດ​ຂອງ​ຜູ້ກ່ຽວ​ໄດ້ ​ໃນ​ຂໍ້​ຫາ​ຕ່າງໆ​ທີ່​ຖືກ​ນຳມາ​ດໍາ​ເນີນ ຄະດີ​ຕໍ່​ຜູ້​ກ່ຽວ​ນັ້ນ.”

ທ່ານ Ieng Saly ​ເປັນ​ນ້ອງ​ເຂີຍ​ຂອງ ພົນ ປົດ ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງ ທີ່ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ວາງ​ແຜນ​ປະຕິບັດ​ການທີ່​ເອີ້ນ​ກັນ​ວ່າ "​ທົ່ງ​ມໍລະນະ” ​ໃນ​ຊຸມ​ປີ 1970 ທີ່​ພາ​ໃຫ້​ມີ​ປະຊາຊົນ​ຖືກ​ຂ້າ​ຕາຍຫຼາຍ​ເຖິງ​ສອງ​ລ້າ​ນຄົນ. ທ່ານ Ieng Saly ເຄີຍ​ເປັນ​ລັດຖະມົນ ຕີ​ການ​ຕ່າງປະ​ເທດ ໃນ​ລັດຖະບານ​ຄອມ​ມີ​ວນີສຂະເໝນ​ແດງ.

ທ່ານ Ieng Saly ທີ່​ມີອາຍຸ 87 ປີ ​ເປັນ​ຜູ້​ມີ​ອາຍຸ​ສູງ​ກວ່າ​ໝູ່​ໃນ​ຜູ້​ນໍາ​ຂະ​ເໜມ​ແດງສາມ​ຄົນ​ທີ່​ຖືກ​ດໍາ​ເນີນ​ຄະດີ ທີ່​ສານ​ດັ່ງກ່າວ. ການ​ເສຍ​ຊີວິດ​ຂອງທ່ານ leng Saly ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້ສູງ​ຂຶ້ນ​ທີ່​ສານ​ ຊຶ່ງ​ກຳລັງ ປະສົບ​ບັນຫາ​ດັ່ງກ່າວ ອາດ​ບໍ່​ສາມາດທໍາ​ການ​ຕັດ​ສິນ​ໃດໆ​ ຕໍ່​ບັນດາ​ຜູ້​ນໍາ​ຂະ​ບວນການ​ເຄຶ່ອນ​ໄຫວ​ຂະ​ເໜນ​ແດງ​ທີ່​ເຖົ້າ​ແກ່​ແລ້ວ ນັ້ນ ​ຊຶ່ງ​ເປັນ​ພວກ​ທີ່​ຮັບຜິດຊອບ ນໍາ​ການ​ຕາຍ​ຂອງ​ນຶ່ງ​ສ່ວນ​ສີ່ຂອງປະຊາຊົນຊາວກໍາປູ​ເຈຍ​.

ພາບກ່ຽວກັບ ອຽງ ສາລີ:

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG