ຜູ້ຜະລິດລົດໄຟຟ້າຫວັງວ່າຈະມີການເຕີບໂຕຢ່າງຕໍ່ເນື່ອງພາຍໃຕ້ປະທານາທິບໍດີ ທຣຳ ໂດຍສະເພາະຢ່າງຍິ່ງເມື່ອທ່ານ ອີລອນ ມັສຄ໌ ຜູ້ບໍລິຫານໃຫຍ່ຂອງ ບໍລິສັດ ແທັສລາ ເບິ່ງຄືຈະເປັນນຶ່ງໃນທີ່ປຶກສາຄົນສຳຄັນຂອງທ່ານໃນຕອນນີ້. ເຈເນຽ ດູໂລຕ໌ ມີລາຍງານເລື່ອງລາວຈາກງານວາງສະແດງລົດຍົນທີ່ນະຄອນ ລອສ ແອນເຈີລິສ.
ກ່ອນໜ້ານີ້, ໃນການຫາສຽງຊິງຕໍາແໜ່ງປະທານາທິບໍດີທ່ານ ດໍໂນລ ທຣໍາ ໄດ້ໂຈມຕີທ່ານ ໂຈ ໄບເດັນ ທີ່ສະໜັບສະໜູນຍານພາຫະນະໄຟຟ້າ.
ທ່ານ ດໍໂນລ ທຣໍາ, ຜູ້ໄດ້ຮັບການສະແໜີຊື່ຊິງຕໍາແໜ່ງປະທານາທິບໍດີຈາກ ພັກລີພັບບີກັນ ກ່າວວ່າ
“ລອງຄິດເບິ່ງດູ໋ວ່າ - ລາວຕ້ອງການກົດໝາຍກ່ຽວກັບຍານພາຫະນະໄຟຟ້າ ທີ່ຈະສະກົດຄໍາວ່າການລົ້ມສະຫລາຍຂອງອຸດສາຫະກໍາລົດຍົນຂອງສະຫະລັດ.”
ໃນເດືອນສຸດທ້າຍຂອງການຫາສຽງຂອງ ທຣໍາ ໄດ້ຮັບການສະໜັບສະໜູນ ຄັ້ງໃຫຍ່ຈາກ ອີລອນ ມັສຄ໌ ຜູ້ບໍລິຫານໃຫຍ່ຂອງລົດໄຟຟ້າ.
ທ່ານ ດໍໂນລ ທຣໍາ ຜູ້ໄດ້ຮັບການສະເໜີຊື່ຊິງຕໍາແໜ່ງປະທານາທິບໍດີຈາກ ພັກລີພັບລີກັນ
"ລາວກໍ່ຕັ້ງບໍລິສັດຜະລິດລົດຍົນລາຍໃຫຍ່ແຫ່ງທໍາອິດຂອງອາເມລິກາໃນຮອບ ຫຼາຍຊົ່ວອາຍຸຄົນ ແລະບໍລິສັດຈະຫຼວດຂອງລາວເປັນເຫດຜົນດຽວທີ່ພວກເຮົາ ສາມາດສົ່ງນັກບິນອາວະກາດຊາວອາເມລິກັນຂຶ້ນສູ່ອາວະກາດໄດ້. ຍຶດອໍານາດສາ ອີລອນ ມັສຄ໌.”
ທ່ານ ອິລອນ ມັສຄ໌, ຜູ້ບໍລິຫານໃຫຍ່ບໍລິສັດ ແທັສລາ ກ່າວວ່າ
"ຄືພວກເຈົ້າເຫັນນັ້ນແຫຼະ. ຂ້າພະເຈົ້າບໍ່ເປັນພຽງແຕ່ ມາກາ, ຂ້າພະເຈົ້າເປັນ ມາກາ ດ້ານມືດ.”
ນັບຕັ້ງແຕ່ທ່ານ ທຣໍາ ຊະນະ, ທ່ານ ມັສຄ໌ ກໍຕົກລົງທີ່ຈະເຂົ້າຮ່ວມລັດຖະບານ ໃໝ່ເພື່ອຊ່ວຍປັບປຸງປະສິດທິພາບ.
ທ່ານ ມັສຄ໌ ຍັງເຫັນລາຄາຮຸ້ນຂອງບໍລິສັດຜະລິດລົດໄຟຟ້າ ແທັສລາ ໂດດສູງ ຂຶ້ນຫຼາຍກວ່າ 25 ເປີເຊັນນັບຕັ້ງແຕ່ມື້ເລືອກຕັ້ງ, ໂດຍມີມູນຄ່າຕະຫຼາດທະລຸ 1 ພັນຕື້ໂດລາເປັນຄັ້ງທໍາອິດໃນຮອບສອງປີ.
ດັ່ງນັ້ນ, ຜູ້ຜະລິດລົດໄຟຟ້າຄາດຫວັງຫຍັງຈາກທິມງານຂອງ ທຣໍາ ທີ່ລວມ ເຖິງຫົວໜ້າແທັສລານໍາ? ໃນງານວາງສະແດງລົດຍົນ ແອວເອ ທ່ານ ຊິບ ຊີແກນດ໌ ກໍາລັງອວດລົດຊູບເປີຄາຣ໌ ດຣາໂກ້ ທີ່ຂັບເຄື່ອນດ້ວຍໂມເຕີໄຟຟ້າ 4 ເຄື່ອງ.
ທ່ານ ຊິບ ຊີແກນດ໌, ຮອງປະທານບໍລິສັດ ດຣາໂກ້ ກ່າວວ່າ
“ເປັນເລື່ອງໜ້າຕື່ນເຕັ້ນຫຼາຍທີ່ຄິດວ່າທ່ານ ອີລອນ ຢູ່ທີ່ນັ້ນ ແລະປະທານາທິ ບໍດີກໍຮັບຟັງຄໍາແນະນໍາຂອງລາວຢ່າງຈິງຈັງ. ຂ້າພະເຈົ້າຄິດວ່າມັນຈະຊົງພະລັງ ຫຼາຍສໍາຫຼັບອຸດສາຫະກໍາຂອງອາເມລິກາ, ບໍ່ພຽງແຕ່ລົດຍົນໄຟຟ້າເທົ່ານັ້ນ, ແຕ່ລວມເຖິງທຸກກຸ່ມດ້ວຍ. ເປົ້າໝາຍຂອງພວກເຮົາຄືການແຂ່ງຂັນໃຫ້ຫຼາຍຂຶ້ນ, ໂດຍສະເພາະຢ່າງຍິ່ງໃນໄພຄຸກຄາມຈາກການແຂ່ງຂັນຂອງຕ່າງປະເທດ.”
ດ້ວຍການທີ່ ທຣໍາ ໃຫ້ຄໍາໝັ້ນວ່າຈະເກັບພາສີນໍາເຂົ້າ. ລົດຍົນໄຟຟ້າທີ່ຜະລິດ ໃນ ສະຫະລັດ ອາດມີຄວາມສາມາດໃນການແຂ່ງຂັນຫຼາຍຂຶ້ນ.
ທ່ານ ໄມລ໌ສ ຈອນສັນ, ໂຄສົກບໍລິສັດຜູ້ຜະລິດລົດຍົນສັນຊາດເກົາຫຼີໃຕ້ ຮຸນໄດ ເວົ້າວ່າ, ບໍລິສັດຈະຜະລິດລົດບັນທຸກໄຟຟ້າ IONIQ 9 ໃນລັດ ຈໍເຈຍ ຂອງສະຫະລັດ.
ທ່ານ ໄມລ໌ສ ຈອນສັນ, ໂຄສົກຂອງ ຮຸນໄດ ກ່າວວ່າ
“ຮຸນໄດຈະຜະລິດ IONIQ 9 ຢູ່ທີ່ນັ້ນ. ມີໂຮງງານຮ່ວມທຶນດ້ານແບັດເຕີຣີສອງ ແຫ່ງທີ່ລັດ ຈໍເຈຽ ເຊັ່ນກັນ. ດັ່ງນັ້ນ, ແບັດເຕີຣີຈະມາຈາກຕະລາດສະຫະລັດ ແລະຍານພາຫະນະຈະຜະລິດໃນຕະລາດສະຫະລັດ. ດັ່ງນັ້ນ, ພວກເຮົາມີຄວາມມຸ່ງ ໝັ້ນໃນຕະລາດ ສະຫະລັດ.”
ຜູ້ຜະລິດລົດຍົນໄຟຟ້າຍັງຮູ້ດີວ່າ ທຣໍາ ອາດຍຸດຕິເຄຣດິດພາສີຂອງລັດຖະບານ ກາງມູນຄ່າ $7,500 ໂດລາສະຫະລັດສໍາລັບຜູ້ຊື້ລົດຍົນໄຟຟ້າ. ທ່ານ ຈອນ ໂທມັສ ຈາກ ລະບົບສາກໄຟຟ້າ AMPure ເວົ້າວ່າມັນແມ່ນສ່ວນນຶ່ງຂອງວິວັດ ທະນາການຂອງຕະລາດ.
ທ່ານ ຈອນ ໂທມັສ, ຫົວໜ້າຝ່າຍລາຍໄດ້ຂອງ AMPure ກ່າວວ່າ
“ຂ້າພະເຈົ້າຫວັງວ່າ, ເຈົ້າຄົງບໍ່ໄດ້ຈູງໃຈໃຫ້ເຮັດຫຍັງໄປຕະຫລອດ. ສຸດທ້າຍ ແລ້ວ, ແຮງຈູງໃຈຄືສີ່ງທີ່ຈູດປະກາຍອຸດສາຫະກໍານີ້ຂຶ້ນມາ, ແລ້ວເຈົ້າກໍຄ່ອຍໆ ດຶງມັນກັບມາ. ແລະຂ້າພະເຈົ້າຄິດວ່ານັ້ນຄືສິ່ງທີ່ພວກເຮົາພົບເຫັນໃນຢູໂຣບ.”
ເວັບໄຊ້ແນະນຳ ກ່ຽວກັບ ຍານພາຫະນະ “Kelley Blue Book” ເວົ້າວ່າເມື່ອ ປີທີ່ແລ້ວມີຍອດຂາຍລົດຍົນໄຟຟ້າໃນສະຫະລັດອາເມລິກາເປັນສະຖິຕິສູງສຸດ 1,2 ລ້ານຄັນ, ຊຶ່ງຄິດເປັນຫຼາຍກວ່າ 7 ເປີເຊັນຂອງຕະລາດລົດຍົນໃນ ສະຫະລັດ ອາເມລິກາທັງໝົດ.
ອ່ານລາຍງານນີ້ເປັນພາສາອັງກິດ
Electric vehicle manufacturers are hoping for continued growth under President-elect Donald Trump, especially as Tesla CEO Elon Musk now appears to be one of his top advisers. Genia Dulot has our story from the Los Angeles Auto Show.
Earlier in his presidential campaign, Donald Trump bashed Joe Biden for backing electric vehicles.
Donald Trump, Republican Presidential Candidate
“Think of this — he wants electric vehicle mandates that will spell the death of the U.S. auto industry.”
In his campaign’s closing month, Trump got a big boost from electric vehicle CEO Elon Musk.
Donald Trump, Republican Presidential Nominee
"He created the first major American car company in generations. And his rocket company is the only reason we can now send American astronauts into space. Take over, Elon."
Elon Musk, Tesla CEO
"As you can see, I'm not just MAGA, I'm dark MAGA.
Since Trump’s win, Musk has agreed to join his new government to help improve efficiency.
Musk has also seen share prices for his electric vehicle firm Tesla jump more than 25 percent since Election Day, topping $1 trillion in market value for the first time in two years.
So, what are electric vehicle manufacturers expecting from a Trump team that includes the Tesla chief? At the LA Auto show, Shiv Sikand is showing off the quad-motor, all-electric Drako supercar.
Shiv Sikand, Drako Vice President
“It’s super exciting to think that Elon is there, and the president is taking his advice seriously. I think it will be very powerful for American industry, not just electric cars, right across the spectrum. Our goal is to be more competitive, particularly in the threat of foreign competition.”
With Trump promising import tariffs, electric vehicles built in the United States may be more competitive.
South Korean automaker Hyundai will build its IONIQ 9 electric truck in the U.S. state of Georgia, says company spokesman Miles Johnson.
Miles Johnson, Hyundai Spokesman
“An IONIQ 9 will be built there. There are two battery joint venture plants going into Georgia, as well, so the batteries will be sourced in the U.S. market, and vehicles will be produced in the U.S. market. So, we are committed to the U.S. market.”
Electric vehicle manufacturers are also mindful that Trump may end the $7,500 federal tax credit for EV buyers. John Thomas of AMPure charging systems says it is part of the market’s evolution.
John Thomas, AMPure Chief Revenue Officer
“Hopefully, you are not incentivizing something forever. At the end of the day, hopefully, the incentive is something that kicks off the industry, and then you slowly pull that back. And I think that’s been things we’ve seen in Europe.”
The vehicle guide “Kelley Blue Book” says a record 1.2 million electric vehicles were sold in the United States last year, accounting for more than 7 percent of the total U.S. vehicle market.
ຟໍຣັມສະແດງຄວາມຄິດເຫັນ