ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

EU ເປີດເຜີຍ ຂໍ້ມູນ ກ່ຽວກັບ ການຍືດ ເວລາ ວາງມາດຕະການ ລົງໂທດ ຕໍ່ ຣັດເຊຍ


ປ້າຍໂຄສະນາທີ່ເປ່ເພສ່ວນໜຶ່ງເຊິ່ງມີຮູບຂອງປະທານທາທິບໍດີ ຂອງ ຣັດເຊຍ ທ່ານ Vladimir Putin ສາມາດແນມເຫັນໄດ້
ຈາກຂ້າງທາງໃກ້ກັບເມືອງ Simferopol, ແຫຼມ Crimea. 24 ມັງກອນ, 2016.
ປ້າຍໂຄສະນາທີ່ເປ່ເພສ່ວນໜຶ່ງເຊິ່ງມີຮູບຂອງປະທານທາທິບໍດີ ຂອງ ຣັດເຊຍ ທ່ານ Vladimir Putin ສາມາດແນມເຫັນໄດ້ ຈາກຂ້າງທາງໃກ້ກັບເມືອງ Simferopol, ແຫຼມ Crimea. 24 ມັງກອນ, 2016.

ສະຫະພາບ ຢູໂຣບ ໄດ້ເປີດເຜີຍຂໍ້ມູນ ກ່ຽວກັບ ການຕັດສິນໃຈຂອງພວກ ເຂົາເຈົ້າໃນ ການຍືດເວລາສຳລັບການວາງມາດຕະການລົງໂທດ ຕໍ່ ຣັດເຊຍ ຍ້ອນການເຂົ້າໄປຍຶດ ແຫຼມ Crimea ຂອງປະເທດ ຢູເຄຣນ, ໂດຍກ່າວວ່າ ພວກເຂົາເຈົ້າໄດ້ສືບຕໍ່ທີ່ຈະຄັດຄ້ານ “ການຮຸກ ຮານທີ່ຜິດກົດໝາຍ ແລະ ບໍ່ຍອມຮັບຮູ້ມັນ”

ການລົງໂທດທີ່ໄດ້ຖືກຍືດເວລາອອກໄປ ລວມມີການຍຶດວັດຖຸເຄື່ອງໃຊ້ ຕ່າງໆ ແລະ ຫ້າມ ການອອກວີຊາໃຫ້ຄົນ ຣັດເຊຍ 150 ຄົນ ແລະ 37 ໜ່ວຍງານ ທີ່ຖະແຫຼງການສະບັບໜຶ່ງ ຂອງ EU ໃນວັນເສົາວານນີ້ ໄດ້ອະທິບາຍວ່າເປັນ “ຄວາມຮັບຜິດຊອບສຳລັບການກະ ທຳຕໍ່ກັບ ຄວາມໝັ້ນຄົງຂອງດິນແດນ ປະເທດ ຢູເຄຣນ.”

ຂ່າວທາງການ EU ກ່າວວ່າ ການລົງໂທດລວມມີການຫ້າມນຳເຂົ້າ ວັດຖຸຫຼາຍ ສະນິດ ແລະ ຜະລິຕະພັນທີ່ໄດ້ຖືກຜະລິດໃນແຫຼມ Crimea ແລະ ທ່າເຮືອ Sevastopol ຂອງ ທະເລດຳ. ມັນຈະມີຜົນບັງຄັບໃຊ້ໄປຈົນ ເຖິງວັນທີ 23 ມິຖຸນາ 2017.

ມາດຕະການຕ່າງໆໄດ້ກີດກັ້ນການລົງທຶນຂອງ ຢູໂຣບ ໃນເຂດແດນ ດັ່ງກ່າວ, ຫ້າມແຕ່ ລະປະເທດໃນ ຢູໂຣບ ຊື້ອະສັງຫາລິມະຊັບ ແລະ ຫ້າມ ຢູໂຣບ ບໍ່ໃຫ້ເງິນສະໜັບສະໜູນ ບໍລິສັດຕ່າງໆຂອງແຫຼມ Crimea.

ການຫ້າມສົ່ງອອກຂອງ ຢູໂຣບ ເພັ່ງເລັງໃສ່ຝ່າຍການຂົນສົ່ງ, ໂທລະຄົມມະນາ ຄົມ ແລະ ພະລັງງານຂອງແຫຼມ Crimea.

ໃນການກ່າວທີ່ກອງປະຊຸມແຫ່ງໜຶ່ງໃນນະຄອນ St. Petersburg ວັນສຸກທີ່ ຜ່ານມານີ້, ປະທານາທິບໍດີ Vladimir Putin ໄດ້ວິພາກວິ ຈານຕໍ່ມາດຕະການ ລົງໂທດຕ່າງໆວ່າເປັນ ການທຳລາຍສາຍພົວພັນ ຂອງ ຣັດເຊຍ ກັບ ຢູໂຣບ. ນະຄອນຫຼວງ ມົສກູ ມີຄວາມຍິນ ດີທີ່ຈະພັດທະນາສາຍພົວພັນທາງດ້ານທຸ ລະກິດກັບ ຢູໂຣບ, ແຕ່ EU ຕ້ອງມີເງື່ອນໄຂເຄິ່ງທາງກັບລັດຖະບານຂອງ ທ່ານ.

ຄື້ນຟອງລູກທຳອິດຂອງມາດຕະການລົງໂທດຕ່າງໆຂອງປະເທດຕາເວັນຕົກ ຕໍ່ ຣັດເຊຍ ແມ່ນໄດ້ເລີ່ມຂຶ້ນໃນເດືອນກໍລະກົດ 2014, ຫຼັງຈາກ ພວກນັກວິເຄາະ ໄດ້ເຊື່ອມຕໍ່ການ ຍິງເຮືອບິນຂອງ ມາເລເຊຍ ຕົກໃນ ດິນແດນຂອງ ຢູເຄຣນ ໂດຍລູກສອນໄຟທີ່ຜະລິດໃນ ຣັດເຊຍ ເຊິ່ງ ເຮັດໃຫ້ຜູ້ໂດຍສານທີ່ຢູ່ເຖິງຍົນ ທັງໝົດ 298 ຄົນເສຍຊີວິດ.

ນັບຕັ້ງແຕ່ນັ້ນມານະຄອນຫຼວງ Brussels ແລະ ວໍຊິງຕັນ ໄດ້ແນເປົ້າໃສ່ຝ່າຍ ການທະ ນາຄານຂອງ ຣັດເຊຍ ແລະ ໄດ້ກີດກັ້ນພວກບໍລິສັດ ພະລັງງານຂອງ ຣັດເຊຍ ຈາກການ ເຂົ້າເຖິງການບໍລິການຕ່າງໆ, ວັດຖຸສິ່ງຂອງ ແລະ ເທັກໂນ ໂລຈີ ທີ່ໃຊ້ໃນການກັ່ນເອົານ້ຳ ມັນຈາກ ຫີນອ່ອນໃນນ້ຳເລິກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG