ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ຮຽກ​ຮ້ອງໃຫ້​ມີ​ການ​ຢຸດ​ຍິງ ​ທີ່​ຍາວກວ່າ​ເກົ່າ ​ໃນ​ເມືອງ ມາ​ຣິ​ອູ​ໂປ​ລ ​ຂະ​ນະ​ທີ່ ຣັດ​ເຊຍ ສັນ​ຍາການ​ຢຸດ​ຍິງ​ໃນ​ຕອນ​ກາງ​ເວັນ


ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຕຶກ​ອາ​ພາດ​ເມັ້ນ​ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ ມາ​ຣິ​ອູ​ໂປ​ລ. 4 ພຶດ​ສະ​ພາ, 2022.
ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຕຶກ​ອາ​ພາດ​ເມັ້ນ​ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ ມາ​ຣິ​ອູ​ໂປ​ລ. 4 ພຶດ​ສະ​ພາ, 2022.

ຣັດ​ເຊຍ ໄດ້​ສັນ​ຍາ​ທີ່​ຈະ​ປະ​ຕັດການ​ຢຸດ​ຍິງ​ໃນ​ວັນ​ພະ​ຫັດ​ມື້ນີ້ ​ໃນ​ເມືອງ ມາ​ຣິ​ອູ​ໂປ​ລ ຂອງ​ຢູ​ເຄ​ຣນ, ບ່ອນ​ທີ່ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ໄດ້​ຄວບ​ຄຸມ​ທຸກ​ແຫ່ງນອກ​ຈາກ​ໂຮງ​ງານ​ເຫຼັກ ເຊິ່ງກອງ​ທະ​ຫານຢູ​ເຄ​ຣນ ໄດ້ຫຼົບ​ລີ້ຢູ່​ກັບ​ພົນ​ລະ​ເຮືອນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາ​ດ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ອົບ​ພະ​ຍົບ​ເຂົາ​ເຈົ້າ​ອອກ​ມາ.

ຣັດ​ເຊຍ​ໄດ້​ກ່າວ​ວ່າ​ການ​ຢຸດ​ຍິງ​ໃນ​ຕອນ​ກາງ​ເວັນ​ ຈະ​ສືບ​ຕໍ່​ໄປ​ອີກ​ຄັ້ງ​ໃນ​ວັນ​ສຸກ ແລະ ວັນ​ເສົາ​ ເພື່​ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ອົບ​ພະ​ຍົບ​ອອກ​ຈາກ​ສະ​ຖານ​ທີ່​ຂອງ​ໂຮງ​ງານ ອາ​ຊອ​ຟ​ສ​ຕອ​ລ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ, ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້​ນີ້, ໄດ້​ກ່າວ​ວ່າ​ ການ​ຢຸດ​ຍິງ​ໄລ​ຍະ​ຍາວ​ແມ່ນ​ຈຳ​ເປັນ​ເພື່ອ​ອົບ​ພະ​ຍົບ​ພົນ​ລະ​ເຮືອນ​ທີ່​ຍັງ​ເຫຼືອ​ຢູ່ ​ອອກ​ຈາກ​ເມືອງ ມາ​ຣິ​ອູ​ໂປ​ລ.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ຈະ​ໃຊ້​ເວ​ລາ ​ເພື່ອ​ທີ່​ຈະ​ຍົກ​ຍ້າຍ​ປະ​ຊາ​ຊົນ​ ອອກ​ມາ​ຈາກ​ຫ້ອງ​ໃຕ້​ດິນ​ພວກ​ນັ້ນ, ອອກ​ມາ​ຈາກ​ບ່ອນຫຼົບ​ລີ້​ໃຕ້​ດິນ​ທີ່​ວ່າ​ນັ້ນ. ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ, ພວກ​ເຮົາ​ບໍ່​ສາ​ມາດ​ໃຊ້​ເຄື່ອງ​ມື​ໜັກ​ເພື່ອ​ກຳ​ຈັດ​ຊາກ​ຫັກ​ພັງ​ອອກ​ໄປ. ມັນ​ຕ້ອງ​ເຮັດ​ດ້ວຍ​ມື​ທັງ​ໝົດ.”

ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ເນັດ ໄພ​ຣ​ສ໌ ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ກ່ຽວ​ກັບ ຄຳ​ໝັ້ນ​ສັນ​ຍາ​ຂອງ​ຣັດ​ເຊຍ ຕໍ່​ການ​ຢຸດ​ຍິງ​ນັ້ນ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ເຫັນ​ຢ່າງ​ເປັນ​ປະ​ຈຳ, ແລະ ພວກ​ເຮົາ​ຍັງ​ໄດ້​ເຫັນ​ແມ່ນ​ກະ​ທັ້ງ​ດຽວນີ້, ມັນ​ແມ່ນແນວ​ໂນ້ມ​ໃນ​ພາກ​ສ່ວນ​ຂອງ​ສະ​ຫະ​ພັນ ຣັດ​ເຊຍ

ທີ່​ຈະ​ຮັບ​ເອົາ​ສິ່ງ​ທີ່​ເອີ້ນ​ວ່າ ​ການ​ຢຸດ​ຍິງ​ເພື່ອ​ມະ​ນຸດ​ສະ​ທຳ​ ເພື່ອ​ປິດ​ບັງ​ເຂົາ​ເຈົ້າ​ໃນ​ການ​ກະ​ທຳ​ຂອງ​ຜູ້​ດຳ​ເນີນ​ການ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ດ້ານ​ມະ​ນຸດ​ສະ​ທຳ ເພື່ອ​ສືບ​ຕໍ່​ການ​ລະ​ດົມ​ຍິງ ແລະ ຄວາມ​ຮຸນ​ແຮງ​ຢ່າງວ່ອງ​ໄວ ແລະ ທັນ​ທີເທົ່າ​ນັ້ນ, ລວມ​ທັງ​ຕໍ່​ພົນ​ລະ​ເຮືອນ​ຜູ້​ທີ່​ຕິດ​ຄ້າງ​ຢູ່​ໃນ​ເຂດ​ທີ່​ຖືກ​ປິດ​ລ້ອມ​ຕ່າງໆ, ລວມ​ທັງ​ໃນ​ເມືອງ​ມາ​ຣິ​ອູ​ໂປ​ລ.”

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ພົນ​ລະ​ເຮືອນຫຼາຍກວ່າ 300 ຄົນ ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ເມືອງມາ​ຣິ​ອູ​ໂປ​ລ, ມາ​ນຸ​ຊ໌, ເບີ​ດຽນ​ສ໌, ຕົກ​ມາກ ແລະ ວາ​ຊີ​ລິ​ຟ​ກາ ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ເມືອງ ຊາ​ໂປ​ຣິ​ສ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG