ບັນດາຜູ້ນໍາໂລກມາລວມຕົວກັນທີ່ລອນດອນໃນວັນອາທິດທີ່ຜ່ານມາເພື່ອປຶກສາຫາລືກ່ຽວກັບອະນາຄົດຂອງສົງຄາມຢູເຄຣນ-ຣັດເຊຍ.
ຫຼັງຈາກສາມປີຜ່ານໄປ ທີ່ເກີດການປະທະກັນຢ່າງນອງເລືອດ, ບັນດາຜູ້ນໍາ ຢູ່ໃນການສົນທະນາກັນແບບໂຕະມົນ ໄດ້ບອກ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລນສກີ ວ່າ ທ່ານຍັງຄົງໄດ້ຮັບການສະໜັບສະໜູນຈາກພວກເຮົາຕໍ່ໄປ.
ການຕ້ອນຮັບອັນອົບອຸ່ນໃນຢູໂຣບນັ້ນ ແຕກຕ່າງໄປຈາກການສົນທະນາຢ່າງດຸເດືອດລະຫວ່າງ ປະທານາທິບໍດີ ສະຫະລັດ ດໍໂນລ ທຣໍາ ກັບ ທ່ານ ເຊເລນສກີ ທີ່ຫ້ອງການຮູບໄຂ່ ໃນລະຫວ່າງການຢ້ຽມຢາມເມື່ອອາທິດຜ່ານມານີ້. ປະທານາທິບໍດີຂອງຢູເຄຣນ ຢູ່ທີ່ນັ້ນ ກໍເພື່ອລົງນາມຂໍ້ຕົກລົງບໍ່ແຮ່ຫາຍາກ ກັບສະຫະລັດ ແຕ່ສິ່ງຕ່າງ ໆ ກັບຜິກປີ້ນຕໍ່ໜ້າກ້ອງຖ່າຍຮູບຂອງນັກຂ່າວທັງຫຼາຍ.
ທ່ານ ດໍໂນລ ທຣໍາ ກ່າວຢູ່ທີ່ທຳນຽບຂ່າວ ໃນວັນສຸກຜ່ານມາ ວ່າ
“ ແຕ່ເຈົ້າຈະຕ້ອງເຮັດຂໍ້ຕົກລົງ ຫຼືບໍ່ດັ່ງນັ້ນ ເຮົາກໍ່ຖອນໂຕ ແລະຖ້າເຮົາຖອນໂຕ ເຈົ້າຈະຕ້ອງຕໍ່ສູ້ລົບກັນ. ຂ້ອຍບໍ່ຄິດວ່າ ມັນຈະສວຍງາມ ແຕ່ເຈົ້າຈະຕ້ອງຕໍ່ສູ້ກັບ. ແຕ່ເຈົ້າບໍ່ມີໄພ້ເພື່ອຕໍ່ລອງ. ແຕ່ເມື່ອເຮົາລົງນາມໃນຂໍ້ຕົກລົງນັ້ນແລ້ວ ເຈົ້າຈະຢູ່ໃນທ່າທີທີ່ດີຂຶ້ນຫຼາຍ. ແຕ່ເຈົ້າບໍ່ໄດ້ສະແດງທ່າທີຮູ້ບຸນຄຸນເລີຍ ຊຶ່ງນັ້ນມັນບໍ່ແມ່ນສິ່ງທີ່ດີ.”
ນັກການທູດລະດັບສູງຂອງທ່ານ ດໍໂນລ ທຣໍາ ກ່າວຊໍ້າແລ້ວຊ້ຳອີກຈຸດຢືນຂອງປະທານາທິບໍດີ ເມື່ອວັນອາທິດຜ່ານມາວ່າ ເຊເລນສກີ ສ່ຽງກໍ່ສົງຄາມໂລກຄັ້ງທີສາມ ຫາກຍັງຄົງສູ້ລົບຕໍ່ໄປ. ໂດຍກ່າວຕື່ມວ່າ ການຍຸຕິສົງຄາມຄັ້ງນີ້ ຕ້ອງອາໄສການໄກ່ເກ່ຍ ບໍ່ແມ່ນຢູ່ໃນສະໜາມລົບ.
ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າ
“ ຂ້ອຍບອກວ່າ ມີໂອກາດສູງທີ່ຈະເປັນສູນເປີເຊັນ ຖ້າຫາກເຮົາບໍ່ພາພວກເຂົາຮ່ວມໃນການເຈລະຈາ ແລະ ຍິ່ງທຸກຄົນເຕີບໂຕແລະເຂົ້າໃຈໄດ້ໄວຂຶ້ນວ່າ ນີ້ຄືສົງຄາມທີ່ຂີ້ຮ້າຍຊຶ່ງກຳລັງມຸ້ງໄປໃນທິດທາງທີ່ຮ້າຍລົງ ພ້ອມກັບຄວາມຕາຍ ແລະ ການທຳລາຍລ້າງ ແລະ ໄພອັນຕະລາຍທຸກປະເພດ ທີ່ອ້ອມຮອບສົງຄາມນີ້ ຊຶ່ງອາດນໍາໄປສູ່ຄວາມຂັດແຍ້ງທີ່ກ້ວາງກວ່າເກົ່າ, ຖ້າຜູ້ຄົນຍິ່ງເຂົ້າໃຈເຖິງສິ່ງນີ້ ໄດ້ໄວຂຶ້ນ ຂ້ອຍຄິດວ່າ ຍິ່ງເຮົາຈະກ້າວໜ້າໄດ້ຫຼາຍຂຶ້ນເທົ່ານັ້ນ.”
ໃນຂະນະດຽວກັນ ພວກທະຫານຢູເຄຣນ ໄດ້ຮັບບາດເຈັບສາຫັດ ແລະດ້ວຍການຜ່າຕັດຮ່າງກາຍບາງສ່ວນກໍກັບຄືນໄປສູ່ການຕໍ່ສູ້. ພວກເຂົາເຂົ້າຮ່ວມກັບອັນທີ່ທ່ານ ເຊເລນສກີ ບັນຍາຍວ່າ ຊາວຢູເຄຣນທີ່ໄດ້ຮັບບາດເຈັບຈາກສົງຄາມນີ້ 380,000 ຄົນ.
ພັກເດໂມແຄຣັດ ຢູ່ໃນສະພາສູງຂອງສະຫະລັດ ກ່າວວ່າ ນີ້ເປັນເວລາທີ່ບໍ່ເໝາະສົມທີ່ຈະຖິ້ມພັນທະມິດ.
ທ່ານ ຊິກເອມີ ໂຄລບຸຊາຣ໌ ຈາກພັກເດໂມແຄຣຕ ກ່າວວ່າ
“ ທະຫານທີ່ຂ້ອຍຫາກໍ່ພົບ ເມື່ອທ້າຍອາທິດຜ່ານມາ ຈາກຢູເຄຣນ ຊຶ່ງກຳລັງໄດ້ຮັບການຮັກສາທາງການແພດ ໂດຍໃຊ້ແຂນທີ່ເປັນຂໍສອງເບື້ອງ ແລະພະຍາຍາມຢືນຂຶ້ນເພື່ອຮ້ອງເພງຊາດຢູເຄຣນ ດ້ວຍຂາຂ້າງດຽວ. ນີ້ມັນບໍ່ແມ່ນເວລາທີ່ເຮົາຈະທຳລາຍຄວາມກ້າຫານຂອງຊາວຢູເຄຣນເຫລົ່ານີ້.”
ໃນຂະນະທີ່ປະຊາກອນທີ່ໄດ້ຮັບບາດເຈັບໃນຢູເຄຣນເພີ້ມຂຶ້ນ ການຮຽກຮ້ອງໃຫ້ເຈລະຈາສັນຕິພາບ ກໍ່ເພີ້ມຂຶ້ນເຊັ່ນກັນ.
ຂຸນນາງ (Lord) ປີເຕີ ແມນເດລສັນ ເອກອັກຄະລັດຖະທູດອັງກິດ ປະຈຳສະຫະລັດກ່າວວ່າ
“ ພວກເຮົາຕ້ອງໃຫ້ສັນຕິພາບມີໂອກາດ ເຮົາຕ້ອງສ້າງສະຖານະການທີ່ກົດດັນຕໍ່ ປູຕິນ - ຕໍ່ ຣັດເຊຍ ຫຼາຍພໍທີ່ຈະນໍາພວກເຂົາ ເພື່ອຊັກຈູງພວກເຂົາ, ບີບບັງຄັບໃຫ້ພວກເຂົາ ມານັ່ງໂຕະເຈລະຈາ ແຕ່ຖ້າມັນຜິດພາກ ເຮົາຕ້ອງຢູ່ຄຽງຂ້າງຢູເຄຣນ.”
ສຳລັບພວກທະຫານຢູເຄຣນ ຊຶ່ງບາງຄົນໄດ້ຮັບບາດເຈັບສາຫັດ ແລະຍັງຄົງໄປປະຈຳການໃນແນວໜ້າ ຂໍ້ຕົກລົງສັນຕິພາບອາດຈະບໍ່ເກີດຂຶ້ນໄວພໍ.
ອ່ານບົດລາຍງານເປັນພາສາອັງກິດ
World leaders gathered in London Sunday for a summit to discuss the future of Ukraine’s war with Russia.
Three years into the bloody conflict, leaders at a roundtable discussion told Ukrainian President Volodymyr Zelenskyy he would have their continued support.
The warm welcome in Europe stood in contrast to U.S. President Donald Trump’s heated exchange with Zelenskyy in the Oval Office during his visit last week. Ukraine’s president was there to sign a rare earth mineral deal with the U.S., but things took a turn in front of news cameras.
TRUMP
“But you’re either going to make a deal, or we’re out. And if we’re out, you’ll fight it out. I don’t think it’s going to be pretty. But you’ll fight it out. But you don’t have the cards. But once we sign that deal, you’re in a much better position. But you’re not acting at all thankful, and that’s not a nice thing.
Trump’s top diplomat repeated the president’s position Sunday that Zelenskyy risks World War Three by continuing to fight. Adding an end to this war comes through mediation and not on the battlefield.
Marco Rubio, US Secretary of State
“I’m saying it’s zero-percent likely if we don’t get them to a negotiating table. And the sooner everyone grows up around here and figures out that this is a bad war that’s heading in a bad direction with death and destruction and all kinds of danger surrounding it that could spiral into a broader conflict, the sooner people realize that, I think the more progress that we’re going to be able to make.”
Meanwhile, Ukrainian soldiers severely wounded and with amputated body parts return to combat. They join what Zelenskyy describes as 380-thousand Ukrainians wounded in the war.
Democrats in the United States Congress say this is the wrong time to abandon an ally.
Democratic Senator Amy Klobuchar speaking Sunday on ABC’s “This Week” as provided
Sen. Amy Klobuchar, Democrat
“The soldiers that I just saw last weekend from Ukraine who were getting medical help with hook arms and trying to stand up for the Ukrainian national anthem with one leg. This is not the time for us to undermine these brave Ukrainians.
And as the wounded population of Ukraine grows, so too, do calls for peace talks.
British Ambassador to the U.S. Lord Peter Mandelson speaking Sunday on ABC’s “This
Lord Peter Mandelson, British Ambassador to US
“We have to give peace a chance. We have to create the circumstances in which enough pressure is brought on Putin – on Russia – to bring them, to coax them, to force them to the negotiating table… But if it goes wrong, we must be there on Ukraine’s side.
For the Ukrainian soldiers, some badly injured, still staffing the front lines, a peace deal may not come soon enough.
ຟໍຣັມສະແດງຄວາມຄິດເຫັນ