ລິ້ງ ສຳຫລັບເຂົ້າຫາ

 
ຜູ້ນໍາຢູໂຣບຈັດການເຈລະຈາລະດັບວິກິດການ ສ່ວນສະຫະລັດ ສົ່ງສັນຍານການເລີ້ມຕົ້ນໃໝ່ ກັບພັນທະມິດຂ້າມມະຫາສະມຸດ ແອັດແລນຕິກ
ວັນອັງຄານ, ໐໑ ເມສາ ໒໐໒໕

ຜູ້ນໍາຢູໂຣບຈັດການເຈລະຈາລະດັບວິກິດການ ສ່ວນສະຫະລັດ ສົ່ງສັນຍານການເລີ້ມຕົ້ນໃໝ່ ກັບພັນທະມິດຂ້າມມະຫາສະມຸດ ແອັດແລນຕິກ


ຜູ້ນໍາຢູໂຣບຈັດການເຈລະຈາລະດັບວິກິດການ ຂະນະທີ່ສະຫະລັດ ສົ່ງສັນຍານການເລີ້ມຕົ້ນຄືນໃໝ່ກັບພັນທະມິດຂ້າມມະຫາສະມຸດ ແອັດແລນຕິກ

ການພົວພັນດ້ານການທູດທີ່ບັນທອນຄວາມໝັ້ນຄົງຂອງຢູໂຣບ ບໍ່ພໍເທົ່າໃດວັນທີ່ຜ່ານມາ ໄດ້ສັ່ນສະເທືອນຮາກຖານຂອງຄວາມໝັ້ນຄົງຂອງຢູໂຣບ. ປະທານາທິບໍດີຝຣັ່ງ ທ່ານ​ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບວິກິດການ ທີ່ນະຄອນຫຼວງປາຣີ ເມື່ອວັນຈັນຜ່ານມາ ຊຶ່ງລວມເຖິງ ທ່ານ ເຄຍ ສຕາຣ໌ເມີ ນາຍົກລັດຖະມົນຕີອັງກິດ.

ເຄຍ ສຕາຣ໌ເມີ ນາຍົກລັດຖະມົນຕີອັງກິດກ່າວວ່າ “ ພວກເຮົາຊາວຢູໂຣບຈະຕ້ອງເຮັດຫຼາຍກ່ວານີ້ ບັນຫາການແບ່ງປັນພາລະບໍ່ແມ່ນເລື່ອງໃໝ່. ແຕ່ຕອນນີ້ ເປັນເລື່ອງເລັ່ງດ່ວນ ແລະຊາວຢູໂຣບຈະຕ້ອງກ້າວຂຶ້ນມາອີກຂັ້ນນຶ່ງ ທັງໃນແງ່ຂອງການໃຊ້ຈ່າຍ ແລະສັກກະຍາພາບທີ່ເຮົາສະໜອງໃຫ້.

ທ່ານ ສຕາຣ໌ເມີ ກ່າວວ່າ ທ່ານພ້ອມທີ່ຈະສົ່ງກອງກຳລັງຂອງອັງກິດ ລົງພາກພື້ນດິນ ໃນຢູເຄຣນ ຫາກມີຂໍ້ຕົກລົງສັນຕິພາບທີ່ຍືນຍົງ.

ທ່ານ ເຄຍ ສຕາຣ໌ເມີ ນາຍົກລັດຖະມົນຕີອັງກິດກ່າວວ່າ “ ແຕ່ຈະຕ້ອງມີກຳແພງກັ້ນຈາກສະຫະລັດ ເພາະການຮັບປະກັນຄວາມປອດໄພຂອງ ສະຫະລັດເປັນທາງດຽວ ທີ່ຈະຢຸດຢັ້ງຣັດເຊັຍ ບໍ່ໃຫ້ໂຈມຕິີຢູເຄຣນອີກຄັ້ງໄດ້ ຢ່າງມີປະສິດທິຜົນ.”

ການປ່ຽນແປງດ້ານນະໂຍບາຍຫຼາຍຮອບຂອງວໍຊິງຕັນ ໄດ້ຫັນປ່ຽນການຄຳນວນທາງພູມສາດຂອງຢູໂຣບ. ທ່ານ ພີທ ເຮັກເຊັດ ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ກ່າວກັບພັນທະມິດເນໂຕ ເມື່ອອາທິດຜ່ານມາວ່າ ຢູໂຣບຈະຕ້ອງໃຫ້ຄວາມຊ່ວຍເຫຼືອຢູເຄຣນ ໃນອັດຕາສ່ວນທີ່ຫຼວງຫຼາຍມະຫາສານ ໃນຂະນະທີ່ປະເທດນັ້ນ ຕໍ່ສູ້ກັບພວກຜູ້ຮຸກຮານຂອງຣັດເຊັຍ.

ໂດຍທ່ານກ່າວຕື່ມວ່າ ສະຫະລັດ ບໍ່ໄດ້ເອົາ ຄຳເວົ້າຂອງທ່ານທີ່ວ່າ “ ສຸມໃສ່ເລື້ອງຄວາມປອດໄພຂອງຢູໂຣບ ເປັນດ້ານຫຼັກ” ອີກຕໍ່ໄປແລ້ວ.

ຈາກນັ້ນ ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຂອງ ສະຫະລັດ ໄດ້ພົບປະໂອ້ລົມກັບປະທານາທິບໍດີ ວລາດີເມຍ ປູຕິນ ຂອງ ຣັດເຊັຍ ຊຶ່ງມີຜົນເຮັດໃຫ້ ມົສກູ ຍຸຕິການໂດດດ່ຽວ. ທັງສອງຝ່າຍຕົກລົງທີ່ຈະເລີ້ມການເຈລະຈາສັນຕິພາບ ຢູເຄຣນ ໃນຊາອຸດີ ອາຣາເບຍ ຊຶ່ງກຳນົດໄວ້ ໃນວັນອັງຄານຜ່ານມາ ໂດຍຢູເຄຣນ ແລະຢູໂຣບຈະບໍ່ເຂົ້າຮ່ວມໂຕະເຈລະຈາ.

ທ່ານນາງ ດານຽນລາ ສວາດເຊີ (Daniela Schwarzer) ຈາກມູນນິທິ ເບີໂທລແມນ ສຕິຟທຸງ (Bertelsmann Stiftung) ກ່າວວ່າ

“ ເຮົາພວມເຫັນການປ່ຽນແປງຄັ້ງໃຫຍ່ຂອງໂຄງສ້າງລະບຽບແລະ ທ່າທີຂອງມະຫາອຳນາດທັງຫຼາຍ.”

ບັນດາຜູ້ນໍາຢູໂຣບ ຕ້ອງຕັດສິນໃຈຄັ້ງສຳຄັນ ນັກວິເຄາະອີກທ່ານນຶ່ງກ່າວ.

ທ່ານ ນາງ ອາຣມິດາ ແວນ ຣາຍສ໌ ຫົວໜ້າໂຄງການຢູໂຣບທີ່ ຊາທ໌ດຳ ເຮົ້າສ໌ (Chatham House ) ກ່າວວ່່າ

ບໍ່ແມ່ນພຽງແຕ່ຮັກສາໄວ້ເທົ່ານັ້ນ ແຕ່ຍັງເພີ້ມການສະໜັບສະໜູນຢູເຄຣນນໍາດ້ວຍ. ເມື່ອເປັນທີ່ຈະແຈ້ງຫຼາຍ ທີ່ວ່າ ສະຫະລັດຈະບໍ່ມີບົດບາດສຳຄັນອີກຕໍ່ໄປໃນລັກສະນະດຽວກັນທີ່ເຄີຍມີພາຍໃຕ້ການນໍາຂອງ ທ່ານ ໂຈ ໄບເດັນ. ແຕ່ຍັງລວມເຖິງການປ້ອງກັນແລະດ້ານຄວາມໝັ້ນຄົງຂອງຢູໂຣບ, ເຖິງໄລຍະຍາວນຳດ້ວຍວ່າ ຈະເປັນແບບໃດ ດັ່ງນັ້ນຈຶ່ງມີຄຳຖາມຫຼວງຫຼາຍທີ່ຄ້າງຄາໃຈຂອງຊາວຢູໂຣບ.”

ສະມາຊິກ ເນໂຕ ພຽງ 23 ປະເທດ ຈາກ 32 ປະເທດເທົ່ານັ້ນ ທີ່ບັນລຸເປົ້າ ໝາຍຂອງພັນທະມິດໃນການໃຊ້ຈ່າຍຢ່າງໜ້ອຍ 2% ຂອງຜະລິດຕະພັນລວມພາຍໃນປະເທດ ຫຼື GDP ສຳລັບການປ້ອງກັນປະເທດ ບໍ່ຕ້ອງເວົ້າເຖິງ 5% ຕາມທີ່ ທ່ານ ດໍໂນລ ທຣໍາ ຮຽກຮ້ອງ.

ທ່ານ ນາງ ອາຣມິດາ ແວນ ຣາຍສ໌ ຫົວໜ້າໂຄງການຢູໂຣບທີ່ ຊາທ໌ດຳ ເຮົ້າສ໌ (Chatham House ) ກ່າວຕື່ມວ່່າ “ ນັ້ນຈະເປັນເລື້ອງຍາກຢ່າງແທ້ຈິງ ສຳລັບຊາວຢູໂຣບຫຼາຍຄົນທີ່ດຳເນີນການໃນພື້ນທີ່ທີ່ມີຂໍ້ຈຳກັດທາງການເງິນຢ່າງຫຼວງຫຼາຍ.”

ການວິພາກວິຈານຂອງສະຫະລັດໄປໄກເກີນກ່ວາປະເດັນດ້ານປ້ອງກັນປະເທດ. ໃນການປະຊຸມຄວາມໝັ້ນຄົງທີ່ ມິວນິກ ເມື່ອທ້າຍອາທິດຜ່ານມາ ທ່ານ ເຈດີ ແວນສ໌ ຮອງປະທານາທິບໍດີສະຫະລັດ ໄດ້ວິພາກວິຈານການອົບພະຍົບລະຫວ່າງປະເທດຄັ້ງໃຫຍ່ ແລະໃນຄວາມຮັບຮູ້ຂອງການໂຈມຕິີ ຕໍ່ເສລີພາບຂອງການປາກເວົ້າໃນຢູໂຣບ.

ທ່ານ ເຈດີ ແວນສ໌ ຮອງປະທານາທິບໍດີ ສະຫະລັດກ່າວວ່າ

“ ໄພຄຸກຄາມທີ່ຂ້ອຍເປັນຫ່ວງຫຼາຍທີ່ສຸດກ່ຽວກັບຢູໂຣບ ບໍ່ແມ່ນຣັດເຊຍ ບໍ່ແມ່ນຈີນ ບໍ່ແມ່ນຜູ້ກະທຳພາຍນອກອື່ນ ໆ ແລະ ສີ່ງທີ່ຂ້ອຍເປັນຫ່ວງຄືໄພຄຸກຄາມຈາກພາຍໃນການທີ່ຢູໂຣບ ຖອຍຫ່າງຈາກຄ່ານິຍົມພື້ນຖານບາງປະການ ຄ່ານິຍົມທີ່ສະຫະລັດອາເມຣິການ ມີຮ່ວມກັນ.”

ເຈົ້າໜ້າທີ່ຊາວເຢຍລະມັນໄດ້ອະທິບາຍວ່າ ຄວາມຄິດເຫັນທັງຫຼາຍເຫຼົ່ານັ້ນ “ ບໍ່ສາມາດຍອມຮັບໄດ້.

ຢູໂຣບພວມສັ່ນສະເທືອນຈາກນໍ້າສຽງໃໝ່ໃນຄວາມສຳພັນຂ້າມມະຫາສະມຸດ ແອັດແລນຕິກ ທ່ານນາງ ຣາຍສ໌ ກ່າວ.

ທ່ານ ນາງ ອາຣມິດາ ແວນ ຣາຍສ໌ ຫົວໜ້າໂຄງການຢູໂຣບທີ່ ຊາທ໌ດຳ ເຮົ້າສ໌ (Chatham House ) ກ່າວຕື່ມວ່່າ

ສິ່ງທີ່ໜ້າປະຫຼາດໃຈຄື ຮູບແບບການດຳເນີນການດັ່ງກ່າວ ຊຶ່ງຖືວ່າເປັນການຝ່າຝືນບັນທັດຖານທັງໝົດໃນດ້ານຂອງການດຳເນີນການທາງການທູດ ຊຶ່ງໃນຄວາມເປັນຈິງແລ້ວ, ໄດ້ສົ່ງຜົນກະທົບຕໍ່ຢູໂຣບຢ່າງຈະແຈ້ງຫຼາຍແທ້ໆ.”

ຄວາມເປັນຈິງ ທີ່ຢູໂຣບແລະຢູເຄຣນ ຕ້ອງເຮັດ ແມ່ນປັບໂຕໃຫ້ເຂົ້າກັນໂດຍໄວ.

ອ່ານບົດລາຍງານເປັນພາສາອັງກິດ

A few days of bruising diplomacy have shaken the foundation of European security.

French President Emmanuel Macron hosted several European leaders in Paris for crisis talks Monday — including British Prime Minister Keir Starmer.

Keir Starmer, British Prime Minister “We Europeans will have to do more. The issue of burden sharing is not new, but it is now pressing. And Europeans will have to step up, both in terms of spending and the capabilities that we provide.”

Starmer said he was prepared to commit British forces on the ground in Ukraine if there is a lasting peace agreement.

Keir Starmer, British Prime Minister “But there must be a US backstop, because a US security guarantee is the only way to effectively deter Russia from attacking Ukraine again."

A series of policy shifts by Washington has transformed Europe’s geopolitical calculations. U.S. Defense Secretary Pete Hegseth told NATO allies last week that Europe must provide the overwhelming share of aid for Ukraine as it fights Russian invaders…

adding that the United States was no longer, quote, “primarily focused on the security of Europe.”

Then, U.S. President Donald Trump spoke to Russian counterpart Vladimir Putin, effectively ending Moscow’s isolation. Both agreed to begin Ukraine peace talks in Saudi Arabia, scheduled for Tuesday – with Ukraine and Europe excluded from the table.

Daniela Schwarzer, Bertelsmann Stiftung Foundation female in English

“We are witnessing tectonic shifts of the order structures and also of the positioning of major powers.

European leaders must make some big decisions, another analyst says

Armida van Rij (pron. Rye head of the Europe program at Chatham House

“Not just maintaining, but upping support for Ukraine, given it's very clear that the U.S. is not going to play a major role anymore in the way that it has under Biden. But also for European defence and security in the medium to longer term, what that's going to look like. So there are huge questions hanging over Europeans.”

Only 23 of 32 NATO members met the alliance target of spending at least 2% of gross domestic product on defense – let alone the 5% demanded by Donald Trump.

Armida van Rij, Chatham House (in English

That's going to be a really difficult thing for many Europeans who are operating in a fiscally very constrained space.”

U.S. criticism went beyond questions of defense. At the Munich Security Conference over the weekend, U.S. Vice President JD Vance criticized mass migration and a perceived attack on freedom of speech in Europe.

JD Vance, US Vice President “The threat that I worry the most about vis-a-vis Europe is not Russia, it's not China, it's not any other external actor. And what I worry about is the threat from within. The retreat of Europe from some of its most fundamental values. Values shared by the United States of America.”

Those comments were described as “unacceptable” by German officials.

Europe is reeling from the new tone in transatlantic relations, says van Rij.

Armida van Rij, Head of Europe Program at Chatham House in English

“What has come at a surprise is the style in which this has been done. And that's been really breaking all the norms in terms of how diplomacy is conducted, essentially, where reality has hit very, very clearly.”

A reality to which Europe – and Ukraine - must adapt fast.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG