ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດໃນ ຢູໂຣບ ເປີດຄືນເຂດຊາຍແດນ ຂອງເຂົາເຈົ້າ


ແຜ່ນກັ້ນຢາງຕັ້ງຢູ່ລະຫວ່າງໂຕະອາຫານ ໃນຮ້ານອາຫານ Allard, ນະຄອນຫຼວງ ປາຣີ, 11 ມິຖຸນາ, 2020.
ແຜ່ນກັ້ນຢາງຕັ້ງຢູ່ລະຫວ່າງໂຕະອາຫານ ໃນຮ້ານອາຫານ Allard, ນະຄອນຫຼວງ ປາຣີ, 11 ມິຖຸນາ, 2020.

ວັນຈັນມື້ນີ້ມີການເປີດຄືນກິດຈະການເພີ່ມຂຶ້ນໃນປະເທດ ຝຣັ່ງ, ອັງກິດ, ກຣີສ ແລະ ສະຖານທີ່ອື່ນໆ, ໃນຂະນະທີ່ ຈີນ ແມ່ນເລີ້ມຄືນການຫ້າມບາງອັນ ກ່ຽວກັບ ໄວຣັສໂຄໂຣນາ ຫຼັງຈາກມີຫຼາຍສິບກໍລະນີໃໝ່ໃນນະຄອນຫຼວງ ປັກກິ່ງ.

ບັນດາເຈົ້າຂອງຮ້ານອາຫານໃນນະຄອນຫຼວງ ປາຣີ ແມ່ນສາມາດທີ່ຈະເຂົ້າກັບບ່ອນອື່ນໆໃນທົ່ວປະເທດ ດ້ວຍການເປີດປະຕູຂອງເຂົາເຈົ້າເພື່ອໃຫ້ລູກຄ້ານັ່ງກິນຢູ່ໃນຮ້ານ. ບັນດານັກທ່ອງທ່ຽວຈາກປະເທດອື່ນໆໃນ ຢູໂຣບ ກໍສາມາດ ທີ່ຈະເດີນທາງໄປ ຝຣັ່ງ ໄດ້ອີກຄັ້ງນຶ່ງເຊັ່ນກັນ ໃນຂະນະທີ່ປະເທດຕ່າງໆເປີດ ເຂດຊາຍແດນຂອງເຂົາເຈົ້າຕໍ່ນັກທ່ອງທ່ຽວຈາກພາກສ່ວນອື່ນໆຂອງທະວີບ.

ປະທານາທິບໍດີ ເອັມມານູແອລ ມາກຣົງ ໄດ້ກ່າວວ່າ “ພວກເຮົາຕ້ອງເປີດເສດ ຖະກິດຂອງພວກເຮົາຄືນ.”

ໃນອັງກິດ, ຮ້ານຄ້າທີ່ບໍ່ຈຳເປັນ ແມ່ນໄດ້ກັບມາເປີດອີກຄັ້ງນຶ່ງ ໃນວັນຈັນມື້ນີ້, ເຊັ່ນດຽວກັບສະຖານ ທີ່ບູຊາສຳລັບຜູ້ສູດມົນແຕ່ລະຄົນ, ແລະ ສະຖານທີ່ພັກ ຜ່ອນຢ່ອນໃຈຕ່າງໆ ເຊັ່ນໂຮງລະຄອນທີ່ໃຫ້ເບິ່ງຢູ່ໃນລົດ ແລະ ສວນສັດ. ປະຊາຊົນ ແມ່ນຍັງຕ້ອງໄດ້ປະຕິບັດກົດລະບຽບການຢູ່ຫ່າງກັນໃນສັງຄົມ ແລະ ລັດຖະບານ ໄດ້ແນະນຳໃຫ້ໃຊ້ໜ້າກາກເມື່ອປະຊາຊົນອອກໄປຂ້າງນອກ.

ໃນການຂົນສົ່ງສາທາລະນະຂອງ ອັງກິດ ນັ້ນ, ໃນວັນຈັນມື້ນີ້ ໄດ້ມີຄຳສັ່ງໃໝ່ ສຳລັບການບັງຄັບໃຊ້ໜ້າກາກ.

ປະເທດ ກຣີສ ໄດ້ເປີດສະໜາມບິນສາກົນໃນເມືອງ ເທັສຊາລອນນິກີ (Thessaloniki) ທີ່ເປັນເມືອງທີ່ໃຫຍ່ເປັນອັນດັບສອງຂອງເຂົາເຈົ້າ ຕໍ່ບັນດານັກທ່ອງທ່ຽວສະຫະພາບ ຢູໂຣບ, ແລະ ຫໍພິພິຕະພັນຕ່າງໆຂອງປະເທດ ກໍໄດ້ເປີດຄືນຫຼັງຈາກການປິດສາມເດືອນ.

ສະຖານທີ່ໆມີກຳນົດເປີດຄືນໃນວັນພະຫັດຈະມາເຖິງນີ້ແມ່ນສວນສະໜຸກ ດິສນີ ແລນ ຮົງກົງ. ສວນດັ່ງກ່າວແມ່ນໄດ້ຖືກປິດນັບຕັ້ງແຕ່ເດືອນມັງກອນແລ້ວນີ້ ແລະ ໃນຕອນທຳອິດ ຜູ້ໄປທ່ຽວໃນຈຳນວນຈຳກັດຈະໄດ້ຮັບອະນຸຍາດໃຫ້ເຂົ້າ ໄປ. ຜູ້ໄປທ່ຽວຈະຕ້ອງໄດ້ເຮັດການປະກາດດ້ານສຸຂະພາບ ດັ່ງກັບສ່ວນນຶ່ງ ຂອງຂະບວນການຈອງກ່ອນໄປຮອດຂອງເຂົາເຈົ້າ. ສວນ ດິສນີ ໃນນະຄອນ ຊຽງໄຮ ໄດ້ເປີດຄືນໃນເດືອນທີ່ຜ່ານມາ.

ຈີນ ໄດ້ລາຍງານການຢືນຢັນ 49 ກໍລະນີໃໝ່ຂອງ ໂຄວິດ-19, ເຊິ່ງຄົນສ່ວນ ຫຼາຍໄດ້ຖືກເຊືອມ ໂຍງໃສ່ຕະຫຼາດຂາຍສົ່ງໃນນະຄອນຫຼວງ ປັກກິ່ງ,​ ຈົນກໍ່ໃຫ້ ບັນດາເຈົ້າໜ້າທີ່ຕ້ອງວາງຂໍ້ຫ້າມການຢູ່ປ່ຽວໃນສັງຄົມບາງອັນຄືນ ແລະ ຢຸດ ແຜນການທີ່ຈະເລີ່ມຄືນບາງຫ້ອງຮຽນໄວ້ຊົ່ວຄາວ.

ຫຼາຍເຂດໃນທົ່ວໂລກແມ່ນໄດ້ປະສົບກັບຄວາມຫຍຸ້ງຍາກໃນການຕັດສິນໃຈ ກ່ຽວກັບ ເວລາ ແລະ ຄວາມໄວທີ່ຈະຜ່ອນຄາຍມາດຕະການຕ່າງໆ ທີ່ໄດ້ ຖືກກຳນົດ ຂຶ້ນເພື່ອຫຼຸດຜ່ອນການແຜ່ລາມຂອງໄວຣັສທີ່ໄດ້ຕິດແປດໃສ່ປະ ຊາຊົນ ເຈັດລ້ານ ເກົ້າແສນຄົນໃນທົ່ວໂລກ ແລະ ໄດ້ສັງຫານຢ່າງໜ້ອຍ 433,000 ຄົນ.

ຜູ້ປົກຄອງລັດ ນິວ ຢອກ, ເຊິ່ງແມ່ນລັດທີ່ໄດ້ຮັບຜົນກະທົບໜັກສຸດຂອງ ສະ ຫະລັດ ນັ້ນ, ໄດ້ສະ ແດງຄວາມເປັນຫ່ວງຂອງທ່ານ ດ້ວຍການຕຳໜິຕໍ່ບັນດາ ເຈົ້າໜ້າທີ່ໃນທ້ອງຖິ່ນ ແລະ ທຸລະກິດຕ່າງໆ ທີ່ບໍ່ບັງຄັບໃຊ້ການຫ້າມຢ່າງຖືກ ຕ້ອງ, ຈົນນຳໄປສູ່ການເຕົ້າໂຮມກັນຂະໜາດໃຫຍ່ ດ້ວຍການຢູ່ຫ່າງກັນໃນສັງ ຄົມທີ່ບໍ່ດີ ແລະ ມີບາງຄົນເທົ່ານັ້ນທີ່ໃສ່ໜ້າກາກ.

ທ່ານ ຄູໂອໂມ ໄດ້ກ່າວວ່າ ຖ້າເຈົ້າມີຄົນເຕົ້າໂຮມກັນຂະໜາດໃຫຍ່ ຜູ້ທີ່ບໍ່ຢູ່ ຫ່າງຈາກກັນໃນສັງ ຄົມ, ຜູ້ທີ່ບໍ່ໃສ່ໜ້າກາກ, ເຈົ້າກໍຈະມີການແຜ່ລາມຂອງໄວ ຣັສເພີ່ມຂຶ້ນ. ມັນອາດຈະບໍ່ມາໃນໄລຍະໃດນຶ່ງ,​ ແຕ່ມັນຈະມາ. ແລະເມື່ອມັນ ມາ,​ ມັນກໍຈະຊ້າເກີນໄປແລ້ວ. ແລະຕອນນີ້ເຈົ້າກໍຈະມີສະຖາ ນະການທີ່ກັບມາ ຮຸນແຮງອີກ ແລະ ມັນກໍຈະເຮັດໃຫ້ເຈົ້າໃຊ້ຄວາມພະຍາຍາມອີກຫຼາຍອາທິດ ທີ່ຈະເຮັດໃຫ້ມັນກັບລົງມາ.”

ລັດຖະມົນຕີສາທາລະນະສຸກຂອງປະເທດ ເທີກີ ກໍໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ຄວາມພະ ຍາຍາມຂອງປະເທດຂອງທ່ານເຊັ່ນກັນ, ໂດຍເວົ້າວ່າ ເທີກີ ແມ່ນ “ກຳລັງຫຍັບໜີອອກຈາກເປົ້າ ໝາຍ” ດ້ວຍຫຼາຍກວ່າ 1,500 ກໍລະນີໃໝ່ ໄດ້ຖືກຢືນຢັນໃນມື້ດຽວ. ມັນເປັນຕົວເລກທີ່ສູງທີ່ສຸດສຳລັບ ເທີກີ ນັບຕັ້ງແຕ່ວັນ ທີ 3​ ມິຖຸນາເປັນຕົ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG