ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ແນະ​ນຳ​ໃຫ້​ເລີ່ມ​ເຈ​ລະ​ຈາ​ການ​ເປັນ​ສະ​ມາ​ຊິກ ​ກັບ ຢູ​ເຄ​ຣນ


​ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈ​ເຊັບ ບໍ​ແຣ​ລ໌ ຈັບ​ມື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ທ່ານ​ນາງ ໂຢ​ໂກະ ຄາ​ມິ​ກາ​ວະ, ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ສອງ​ຝ່າຍ​ຂອງ​ພວກ​ເພິ່ນ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ, 8 ພະ​ຈິກ 2023.
​ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈ​ເຊັບ ບໍ​ແຣ​ລ໌ ຈັບ​ມື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ທ່ານ​ນາງ ໂຢ​ໂກະ ຄາ​ມິ​ກາ​ວະ, ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ສອງ​ຝ່າຍ​ຂອງ​ພວກ​ເພິ່ນ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ, 8 ພະ​ຈິກ 2023.

ຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ ໃນ​ວັນ​ພຸດ​ວານນີ້ ​ໄດ້​ແນະ​ນຳ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເປີດ​ການ​ເຈ​ລະ​ຈາ​ການ​ເປັນ​ສະ​ມາ​ຊິກ​ກັບ ຢູ​ເຄ​ຣນ ເມື່ອ​ປະ​ເທດ​ດັ່ງ​ກ່າວ​ໄດ້​ແກ້​ໄຂ​ບັນ​ຫາ​ການ​ປະ​ຕິ​ຮູບ​ ທີ່​ໂດດ​ເດັ່ນຫຼາຍ​ຢ່າງ.

ສະ​ຫ​ະ​ພາບ​ຢູ​ໂຣບ ໄດ້​ອະ​ນຸ​ຍາດ​ໃຫ້ ຢູ​ເຄ​ຣນ ໄດ້​ຮັບ​ສະ​ຖາ​ນະ​ພາບ​ຜູ້ສະ​ໝັກ​ເປັນ​ສະ​ມາ​ຊິກໃນ​ປີ​ກາຍນີ້, ສີ່​ເດືອນຫຼັງ​ຈາກ ຣັດ​ເຊຍ ໄດ້​ເປີດ​ການ​ບຸກ​ລຸກ​ເຕັມ​ອັດ​ຕາ​ໃນ ຢູ​ເຄ​ຣນ.

ບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ ແມ່ນ​ຄາດ​ວ່າ​ ຈະ​ທຳ​ການ​ຕັດ​ສິນ​ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ໃນ​ກາງ​ເດືອນ​ທັນ​ວາ ​ວ່າ​ຈະ​ຮັບ​ເອົາ​ຄຳ​ແນະ​ນຳ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ຫຼືບໍ່.

ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສະ​ຫະ​ພາບ​ຢູ​ໂຣບ ທ່ານ ໂຈ​ເຊັບ ບໍ​ແຣ​ລ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຢູ​ເຄ​ຣນ “ແມ່ນ​ສະ​ມາ​ຊິ​ກ​ຄອບ​ຄົວ​ຂອງ​ພວກ​ເຮົາ.”

ທ່ານ ບໍ​ແຣ​ລ ໄດ້​ກ່າວ​ວ່າ “ກາ​ນ​ຕັດ​ສິນ​ໃຈ​ຂອງມື້ນີ້​ແມ່ນ​ການ​ຮັບ​ຮູ້​ຄວາມ​ພະ​ຍາ​ຍາມ​ປະ​ຕິ​ຮູ​ບ​ຢ່າງບໍ່​ລົດ​ລະ​ຂອງ ຢູ​ເຄ​ຣນ ທີ່​ຊັດ​ເຈນ ແລະ ຄວາມ​ຕັ້ງ​ໃຈ​ທາງ​ການ​ເມືອງ​ທີ່​ແຂງ​ແກ່ນ ເຖິງ​ແມ່ນ​ຈະ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ໂສກ​ເສົ້າ ​ກໍ່​ຕາມ. ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ຄວາມ​ສາ​ມາດ​ທີ່​ຈະ​ຟື້ນ​ຕົວ​ຢ່າງ​ແຂງ​ແກ່ນ ແລະ ການ​ຕັດ​ສິນ​ໃຈ​ຂອງ​ສັງ​ຄົມ ຢູ​ເຄ​ຣນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG