ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຜູ້ນຳ ປະເທດໃຊ້ເງິນຢູໂຣ ເປີດປະຊຸມສຸກເສີນ


ພວກຜູ້ນຳ ປະເທດໃຊ້ເງິນຢູໂຣ ເປີດປະຊຸມສຸກເສີນ
ພວກຜູ້ນຳ ປະເທດໃຊ້ເງິນຢູໂຣ ເປີດປະຊຸມສຸກເສີນ

ພວກຜູ້ນຳຂອງບັນດາປະເທດທີ່ໃຊ້ເງິນຢູໂຣ ກຳລັງປະຊຸມກັນໃນວັນພະຫັດມື້ນີ້ ເພື່ອປຶກສາຫາລືກ່ຽວກັບການຊ່ອຍກອບກູ້ດ້ານເສດຖະກິດຮອບທີ 2 ສຳລັບກຣີສ.

ເຈົ້າໜ້າທີ່ເວົ້າວ່າ ແຜນການຊ່ອຍກອບກູ້ທີ່ວ່ານີ້ ອາດຈະອຳນວຍໃຫ້ກຣີສຜິດສັນຍາ
ກ່ຽວກັບເລື່ອງໜີ້ສິນໄດ້ເປັນການຊົ່ວຄາວ ອັນເປັນພາກສ່ວນນຶ່ງຂອງແຜນການຈ່າຍ
ຄືນພັນທະບັດ ແຕ່ບໍ່ມີທ່າທາງວ່າຈະຮວມທັງການຈ່າຍຂີ້ດອກໃຫ້ແກ່ທະນາຄານ.

ຜູ້ນຳຂອງຝຣັ່ງແລະເຢຍຣະມັນ ສອງປະເທດທີ່ມີເສດຖະກິດໃຫຍ່ສຸດໃນຢູໂຣບ ໄດ້
ບັນລຸການຕົກລົງ ກ່ຽວກັບການໃຫ້ຄວາມຊ່ອຍເຫຼືອແກ່ປະເທດກຣີສ ບໍ່ເທົ່າໃດຊົ່ວ
ໂມງ ກ່ອນກອງປະຊຸມສຸດຍອດສຸກເສີນຂອງສະຫະພາບຢູໂຣບ ໄຂຂຶ້ນ. ທັງຝຣັ່ງ
ແລະເຢຍຣະມັນ ກໍບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບການຕົກລົງທີ່ວ່ານີ້.

ນາຍົກລັດຖະມົນຕີເຢຍຣະມັນທ່ານນາງ Angela Merkel ກ່າວວ່າ ການລົງທຶນ
ຂອງເອກກະຊົນແມ່ນມີຄວາມຈຳເປັນ ຖ້າກຣີສຈະໄດ້ຮັບການຊ່ອຍກອບກູ້ເສດຖະ
ກິດຮອບທີ 2. ສ່ວນປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ຢືນຢັດວ່າ ການລົງທຶນຂອງເອກກະຊົນຄວນຈະມີແບບສະມັກໃຈ.

ການໃຫ້ເງິນກູ້ຢືມ 160 ພັນລ້ານໂດລາຂອງສະຫະພາບຢູໂຣບແລະອົງການກອງ
ທຶນສາກົນ IMF ໃນປີກາຍນີ້ ບໍ່ໄດ້ເຮັດໃຫ້ເສດຖະກິດທີ່ເຕັມໄປດ້ວຍໜີ້ສິນຂອງ
ກຣີສ ໄດ້ຮັບການປັບປຸງໃຫ້ດີຂຶ້ນທີ່ສຳຄັນໃດໆ.

ສະຫະພາບຢູໂຣບແລະອົງການກອງທຶນສາກົນ IMF ຍັງໄດ້ຊ່ອຍກອບກູ້ເສດ ຖະກິດຂອງໄອຣ໌ແລນແລະປອກຕຸຍກາລ ແລະພວກນັກລົງທຶນຢ້ານວ່າ ບັນຫາ ດັ່ງກ່າວນີ້ອາດຈະແຜ່ລາມໄປຍັງບັນດາປະເທດທີ່ມີເສດຖະກິດສັ່ນຄອນອື່ນໆໃນ
ສະຫະພາບຢູໂຣບ ຮວມທັງອີຕາລີແລະສະເປນນຳດ້ວຍ.

XS
SM
MD
LG