ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນໍາຢູໂຣບ ປະຊຸມສຸດຍອດ ທີ່ນະຄອນ Brussels


ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy (ຂວາ) ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ຖະແຫຼງຂ່າວຮ່ວມກັນທີ່ທຳນຽບ Elysee ໃນກຸງປາຣີ (5 ທັນວາ 2011)
ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy (ຂວາ) ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ຖະແຫຼງຂ່າວຮ່ວມກັນທີ່ທຳນຽບ Elysee ໃນກຸງປາຣີ (5 ທັນວາ 2011)

ພວກຜູ້ນຳຂອງຢູໂຣບພວມກະກຽມທີ່ຈະພົບປະກັນຢູ່ນະຄອນ Brussels ໃນວັນພະຫັດມື້ນີ້ ເພື່ອເລີ່ມກອງປະຊຸມສຸດຍອດ ທີ່ອາດຈະຕັດສິນຊີ້ຂາດກ່ຽວກັບຊະຕາກຳຂອງເງິນຢູໂຣ.

ເຈົ້າໜ້າທີ່ບາງຄົນກ່າວເຖິງກອງປະຊຸມສຸດຍອດໃນຄັ້ງນີ້ວ່າ ເປັນໂອກາດສຳລັບການປະເມີນ
ຊັ່ງຊາກ່ຽວກັບເງິນຕາຮ່ວມ ທີ່ພວມຕົກຢູ່ໃນອັນຕະລາຍ ຍ້ອນວິກິດການໜີ້ສິນທີ່ພວມເພີ່ມ
ທະວີຂຶ້ນຂອງຢູໂຣບ. ແຕ່ໃນຂະນະທີ່ພິທີເປີດພວມຫຍັບໃກ້ເຂົ້າມາຄວາມຫວັງໄປໃນແງ່ທີ່ດີ
ກໍຄ່ອຍໆໝົດໄປ.

ນາຍົກລັດຖະມົນຕີເຢຍຣະມັນທ່ານນາງ Angela Merkel ແລະປະທານາທິບໍດີຝຣັ່ງ ທ່ານ
Nicolas Sarkozy ຮຽກຮ້ອງໃຫ້ 17 ປະເທດທີ່ໃຊ້ເງິນຢູໂຣຢຶດໝັ້ນໃນການສ້າງຄວາມກໍ້າ
ເກິ່ງດ້ານງົບປະມານ ແລະປະຕິບັດຢ່າງເຄັ່ງຄັດໃນການລົງໂທດຕໍ່ຜູ້ທີ່ລ່ວງລະເມີດ. ນອກນັ້ນ ແລ້ວແຜນການຂອງພວກທ່ານ ຍັງຈະມີການສ້າງຕັ້ງອັດຕາການເກັບພາສີບໍລິສັດແບບດຽວ
ກັນແລະການເກັບພາສີໃໝ່ໃນການໂອນເງິນນັ້ນ.

ໃນຂັ້ນທຳອິດນັ້ນ ທ່ານນາງ Merkel ແລະທ່ານ Sarkozy ແມ່ນຊອກຫາຫາງສຽງສະໜັບ
ສະໜຸນຕໍ່ແຜນການຂອງພວກທ່ານໃນລະຫວ່າງກອງປະຊຸມຂອງພັກປະຊາຊົນຢູໂຣບທີ່ເປັນ
ກາງອຽງຂວາ ທີ່ເມືອງມາກໄຊຂອງຝຣັ່ງ ກ່ອນທີ່ຈະເດີນທາງໄປ ນະຄອນ Brussels ແຕ່
ພວກເຈົ້າໜ້າທີ່ອະວຸໂສກ່າວໃນຕອນແລງຂອງວັນພຸດວານນີ້ວ່າ ການຕົກລົງກັນຂັ້ນສຸດທ້າຍ
ກ່ຽວກັບຂໍ້ຕົກລົງສະບັບນີ້ອາດຈະໃຊ້ເວລາອີກຫຼາຍອາທິດ.

ເຈົ້າໜ້າທີເຢຍຣະມັນຄົນນຶ່ງ ກ່າວຕໍ່ອົງການຂ່າວເອພີວ່າ ອາດຈະເປັນ ວັນບຸນຄຣິສຕ໌ມາສ
ກ່ອນທີ່ຂໍ້ຕົກລົງດັ່ງກ່າວຈະບັນລຸກັນໄດ້. ມີການອ້າງຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສອີກຄົນ
ນຶ່ງທີ່ກ່າວວ່າ ບາງປະເທດຍັງບໍ່ທັນເຂົ້າໃຈເທື່ອເຖິງຄວາມຮ້າຍແຮງຂອງສະຖານະການ.

ນາຍົກລັດຖະມົນຕີຂອງລຸກຊຳເບີກທ່ານ Jean-Claude Juncker ຊຶ່ງເປັນປະທານຂອງ ກຸ່ມລັດຖະມົນຕີປະເທດໃຊ້ເງິນຢູໂຣກ່າວຕໍ່ວິທະຍຸຝຣັ່ງໃນວັນພະຫັດມື້ນີ້ວ່າ ເປົ້າໝາຍກໍຄື
ຢາກໃຫ້ 27 ປະເທດສະມາຊິກຂອງສະຫະພາບຢູໂຣບເຫັນພ້ອມນຳ. ທ່ານເວົ້າວ່າ ຖ້ານັ້ນ
ຫາກເປັນໄປບໍ່ໄດ້ແລ້ວ ເຈົ້າໜ້າທີ່ກໍຈະຊອກຫາຊ່ອງທາງ ເພື່ອເຮັດສົນທິສັນຍາສະບັບໃໝ່
ສຳລັບ 17 ປະເທດທີ່ໃຊ້ເງິນຢູໂຣ.

ຄວາມຢ້ານກົວທີ່ວ່າວິກິດການໜີ້ສິນຂອງຢູໂຣບອາດກໍ່ໃຫ້ເກີດບັນຫາເພີີ່ມຕື່ມນັ້ນໄດ້ເຮັດ ໃຫ້ຕະຫຼາດການເງິນຢູ່ໃນທົ່ວໂລກ ບໍ່ສະບາຍໃຈ ແລະພາໃຫ້ມີການເຕືອນ ຈາກບັນດາອົງ ການໃຫ້ຄະແນນສິນເຊື່ອທີ່ສຳຄັນໆຫຼາຍໆອົງການ.

XS
SM
MD
LG