ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ G20 ໃຫ້ຄໍາໝັ້ນສັນຍາ ທີ່ຈະແກ້ໄຂ ວິກິດການ ໜີ້ສິນຂອງຢູໂຣບ (ເບິ່ງວີດີໂອ)


ພວກລັດຖະມົນຕີການເງິນກຸ່ມ G20 ຖ່າຍຮູບຮ່ວມກັນທີ່ກຸງປາຣິ, ຝຣັ່ງ
ວັນທີ 16 ຕຸລາ 2011.
ພວກລັດຖະມົນຕີການເງິນກຸ່ມ G20 ຖ່າຍຮູບຮ່ວມກັນທີ່ກຸງປາຣິ, ຝຣັ່ງ ວັນທີ 16 ຕຸລາ 2011.

ບັນດາ​ລັດຖະມົນຕີ​ການ​ເງິນ​ແລະ​ຫົວໜ້າ​ທະນາຄານ​ແຫ່ງ​ຊາດ​ຈາກ 20 ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຕົກລົງ​ກັນ ​ທີ່ຈະເຄື່ອນໄຫວ​ຢ່າງ​ໄວ​ເພື່ອ​ແກ້​ໄຂ​ວິກິດ​ການ​ໜີ້​ສິນຂອງ ​ຢູ​ໂຣບທີ່​ກໍາລັງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສດຖະກິດ​ໂລກ​ໃນ​ເວລາ​ນີ້.

ລຸນຫລັງ​ການ​ປະຊຸມ​ຫາລື​ກັນ​ເປັນ​ເວລາ 2 ມື້​ທີ່​ກຸງ​ປາຣີ ຊຶ່ງເສັດ​ສິ້ນ​ລົງ​ໃນວັນ​ເສົາ​ວານ​ນີ້ ທ່ານ Francois Baroin ລັດຖະມົນຕີ​ການ​ເງິນຝຣັ່ງປະກາດ​ໃຫ້​ຮູ້​ວ່າ ​ເຂດ​ໃຊ້​ເງິນ​ຢູ​ໂຣຈະຮ່າງ​ແຜນການຂອງ​ຕົນ​ໃຫ້ສໍາ​ເລັດຢູ່ທີ່​ກອງ​ປະຊຸມ​ສະພາ​ຢູ​ໂຣບ​ໃນ​ກຸງ Brussels ​ໃນວັນ​ທີ 23 ຕຸລາ​ນີ້.

ທ່ານ Baroin ກ່າວ​ວ່າ ຝຣັ່ງ​ແລະ​ເຢຍຣະມັນ ສອງ​ເສດຖະກິດໃຫຍ່​ຂອງ​ຢູ​ໂຣບໃກ້​ຈະ​ບັນລຸ​ຂໍ້​ຕົກລົງ​ກັນ​ໄດ້ແລ້ວ ກ່ຽວ​ກັບ​ວ່າຈະ​ປ່ອຍ​ໃຫ້ພວກ​ນັກ​ລົງທຶນ​ພາກ​ເອກະ​ຊົນ​ສູນ​ເສຍ​ເງິນ​ເທ່ົາ​ໃດ​ກ່ຽວ​ກັບ​ພັນທະບັດ​ຂອງ​ກຣິສນັ້ນ.

ການ​ລົດ​ໜີ້​ສິນ​ຂອງ​ກຣິສລົງ​ສູ່​ລະດັບ​ທີ່​ຮັບ​ເອົາ​ໄດ້​ຫລາຍ​ຂຶ້ນ​ນັ້ນ ​ກໍາລັງໂຜ່​ໂຕ​ຂຶ້ນ​ມາ​ເປັນ​ປັດ​ໄຈ​ສໍາຄັນ​ອັນ​ນຶ່ງ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຂອງເຂດ​ຢູ​ໂຣ.

ຄາດ​ວ່າ​ພວກ​ຜູ້​ນໍາ​ປະ​ເທດ​ໃນ​ກຸ່ມ G20 ຈະໃຫ້ການ​ອະນຸມັດ​ຂັ້ນ​ສຸດ​ທ້າຍ​ແກ່ແຜນການ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ເມືອງ Cannes ​ໃນ​ເດືອນ​ໜ້າ​ນີ້. ​ແຜນການ​ດັ່ງກ່າວ​ຈະ​ຮວມທັງ​ບາດກ້າວ​ຕ່າງໆ​ທີ່​ເປັນ​ຮູບ​ປະ​ທໍາ​ ທີ່​ແຕ່ລະ​ປະ​ເທດ​ຈໍາ​ເປັນ​ຈະຕ້ອງ​ຮັບ​ເອົາ​ໃນ​ການ​ຊ່ອຍ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເງິນ​ນີ້.

ທ່ານ Baroin ກ່າວ​ຕື່ມ​ວ່າ ພວກ​ລັດຖະມົນຕີ​ການ​ເງິນ​ພາກັນ​ດໍາ​ເນີນ​ການ​ຢ່າງ​ເດ​ຂາດ​ເພື່ອ​ຮັກສາ​ໄວ້​ ຊຶ່ງ​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ ​ແລະປ້ອງ​ກັນ​ບໍ່​ໃຫ້​ເກີດ​ພາວະ​ເສດຖະກິດ​ຕົກ​ຕໍ່າໃນ​ໂລກຂຶ້ນ​ອີກ.

ທ່ານ Timothy Geithner ລັດຖະມົນຕີ​ການ​ເງິນ​ສະຫະລັດ​ກ່າວ​ຕໍ່​ບັນ ດາ​ນັກ​ຂ່າວ​ວ່າ ທ່ານ​ມີ​ກໍາລັງ​ໃຈ​ຫລາຍ​ຂຶ້ນ​ນໍາ​ການ​ເຄື່ອນ​ໄຫວ​ບັ້ນ​ຫລ້າ​ສຸດ​ຂອງ​ຄະນະ​ນໍາພາ​ຢູ​ໂຣບ ທີ່​ໄດ້​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບແຜນການ​ຮອບດ້ານເພື່ອ​ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ. ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ເຄີຍ​ຕໍາ​ໜິຕິຕຽນ​ຄະນະ​ນໍາພາ​ຂອງ​ຢູ​ໂຣບສໍາລັບທ່ີ​ຕົນ​ເອີ້ນ​ວ່າ ການຂາດ ການ​ເຄື່ອນ​ໄຫວ​ຂັ້ນ​ເດັດຂາດນັ້ນ.

ທ່ານ Christine Lagarde ຫົວໜ້າ​ກອງ​ທຶນ​ສາກົນ​ຫລື IMF ​ໄດ້​ກ່າວ​ເຕືອນ​ວ່າ ຄວາມ​
ອ່ອນ​ແອ​ຂອງ​ບັນດາເສດຖະກິດ​ທີ່​ກ້າວໜ້າກໍາລັງເລີ້ມສົ່ງ​ຜົນ​ກະທົບ​ຕໍ່​ພວກ​ປະ​ເທດ​ທີ່ກໍາ
ລັງ​ໂຜ່​ໂຕ​ຂຶ້ນ​ມາ.

ເບິ່ງວີດີໂອ ລາຍງານກ່ຽວກັບບັນຫາໜີ້ສິນຂອງຢູໂຣບ:

XS
SM
MD
LG