ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ສະຫະລັດ ຮ່ວມກັບ ECOWA ຮຽກຮ້ອງໃຫ້ ລັດຖະບານທະຫານ ຢູ່ໄນເຈີ ຍຸຕິການກໍ່ລັດຖະປະຫານ


ແຟ້ມພາບ - ປະທານາທິບໍດີຂອງໄນເຈີ ທ່ານໂມຮາມເມດ ບາຊູມ ຢູ່ທີ່ທຳນຽບປະທານາທິບໍດີ ໃນເມືອງນີອາມີ ຂອງໄນເຈີ, ວັນທີ 16 ມີນາ 2023. ອີຢູ ແລະສະຫະລັດ ໄດ້ຮຽກຮ້ອງຕໍ່ ລັດຖະບານທະຫານ ທີ່ໄດ້ຢຶດອຳນາດຢູ່ໄນເຈີ ເມື່ອອາທິດແລ້ວນີ້ ໃຫ້ຍຸຕິການກໍ່ລັດຖະປະຫານ ແລ້ວນຳເອົາທ່ານບາຊູມ ກັບຄືນມາດຳລົງຕຳແໜ່ງ.
ແຟ້ມພາບ - ປະທານາທິບໍດີຂອງໄນເຈີ ທ່ານໂມຮາມເມດ ບາຊູມ ຢູ່ທີ່ທຳນຽບປະທານາທິບໍດີ ໃນເມືອງນີອາມີ ຂອງໄນເຈີ, ວັນທີ 16 ມີນາ 2023. ອີຢູ ແລະສະຫະລັດ ໄດ້ຮຽກຮ້ອງຕໍ່ ລັດຖະບານທະຫານ ທີ່ໄດ້ຢຶດອຳນາດຢູ່ໄນເຈີ ເມື່ອອາທິດແລ້ວນີ້ ໃຫ້ຍຸຕິການກໍ່ລັດຖະປະຫານ ແລ້ວນຳເອົາທ່ານບາຊູມ ກັບຄືນມາດຳລົງຕຳແໜ່ງ.

ສະຫະພາບຢູໂຣບ ຫຼື EU ແລະ ສະຫະລັດ ໄດ້ຮຽກຮ້ອງຕໍ່ລັດຖະບານທະ ຫານທີ່ໄດ້ຢຶດອຳນາດຢູ່ໃນປະເທດໄນເຈີ ເມື່ອອາທິດແລ້ວນີ້ ໃຫ້ຍຸຕິການກໍ່ລັດ ຖະປະຫານຂອງພວກເຂົາ ແລະໃຫ້ປະທານາທິບໍດີ ໂມຮາມເມດ ບາຊູມ ກັບຄືນໄປດຳລົງຕຳແໜ່ງ.

ຫົວໜ້າດ້ານນະໂຍບາຍຕ່າງປະເທດຂອງ EU ທ່ານໂຈເສັບ ບໍແຣວ (Josep Borrell) ໃນວັນຈັນມື້ນີ້ ໄດ້ສະແດງການສະໜັບສະໜຸນສຳລັບມາດຕະການ ຕ່າງໆໂດຍກຸ່ມປະຊາຄົມເສດຖະກິດຂອງບັນດາປະເທດໃນອາຟຣິກຕາເວັນຕົກ ຫຼື ECOWAS ຊຶ່ງໃນວັນອາທິດວານນີ້ ໄດ້ວາງມາດຕະການລົງໂທດ ຕໍ່ພວກ ຜູ້ນຳທີ່ກໍ່ລັດຖະປະຫານ ແລະໄດ້ຕັ້ງ​ຂີດເສັ້ນຕາຍນຶ່ງອາທິດເພື່ອໃຫ້ພວກເຂົາ ມອບອຳນາດຄືນ ຫຼືບໍ່ດັ່ງນັ້ນກໍຈະປະເຊີນກັບມາດຕະການຕ່າງໆທີ່ລວມມີ “ການໃຊ້ກຳລັງ.”

ທ່ານບໍ​ແຣວ ໄດ້ກ່າວໃນຖະແຫລງການວ່າ ທ່ານບາຊູມ ຕ້ອງໄດ້ກັບຄືນໄປກຳ ອຳນາດໂດຍບໍ່ມີການຊັກຊ້າ. ທ່ານຍັງໄດ້ກ່າວອີກວ່າ ສະຫະພາບຢູໂຣບ ປະຕິເສດຕໍ່ການກ່າວຫາໃດໆຂອງການແຊກແຊງໂດຍຕ່າງປະເທດ ແລະວ່າ ຕົນຈະນຳເອົາພວກຜະເດັດການມາດຮັບຜິດຊອບສຳລັບການໂຈມຕີຕໍ່ພົນລະເຮືອນ ຫຼື ຕໍ່ພະນັກງານ ຫຼື ສະຖານທີ່ການທູດແຫ່ງຕ່າງໆ.

ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ຍັງໄດ້ສະ​ແດງ​ຄວາມຍິນດີໃນອັນທີ່ທ່ານເອີ້ນວ່າ ການນຳພາທີ່ເຂັ້ມແຂງຂອງ ECOWAS ເພື່ອ “ປົກປ້ອງກົດລະບຽບຂອງລັດຖະທຳມະນູນໃນໄນເຈີ” ແລະໄດ້ກ່າວວ່າ ສະຫະລັດ ​ໄດ້ເຂົ້າຮ່ວມໃນການຮຽກຮ້ອງໃຫ້ປ່ອຍໂຕທ່ານ ບາຊູມ ໃນທັນທີ ແລະໃຫ້ຟືນຟູລັດຖະບານທີ່ຖືກເລືອກມາຢ່າງເປັນປະຊາທິ ປະໄຕ ຂອງໄນເຈີ.

The European Union and the United States have called for the military junta that seized power in Niger last week to halt their coup and return President Mohamed Bazoum to office.

European Union foreign policy chief Josep Borrell on Monday expressed support for actions by the Economic Community of West African States (ECOWAS), which Sunday imposed sanctions on the coup leaders and gave them a one-week deadline to cede power or face measures including "the use of force."

Borrell said in a statement that Bazoum must be returned to power without delay. He also said the EU rejects accusations of foreign interference and that it will hold the junta responsible for any attacks on civilians or against diplomatic personnel or facilities.

ແຜນທີ່ຂອງປະເທດໄນເຈີ ແລະບັນດາປະເທດຢູ່ອ້ອມແ້ອມ.
ແຜນທີ່ຂອງປະເທດໄນເຈີ ແລະບັນດາປະເທດຢູ່ອ້ອມແ້ອມ.

U.S. Secretary of State Antony Blinken also welcomed what he called the strong leadership of ECOWAS to "defend constitutional order in Niger" and said the United States joins calls for the immediate release of Bazoum and restoration of Niger's democratically elected government.

XS
SM
MD
LG