ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອັງ​ກິດ ຢາກ​ໃຫ້​ປ່ຽນ​ ຂໍ້​ຕົກ​ລົງ ເບ​ຣັກ​ຊິດ ແຕ່ ​ອີ​ຢູ ເດັດ​ດ່ຽວ ບໍ່​ໃຫ້ມີການ​ປ່ຽນ​ແປງ


ຫົ​ວ​ໜ້າ​ນັກ​ເຈ​ລະ​ຈາ ເບ​ຣັກ​ຊິດ ຂອງ ສະ​ຫະ​ພາບ ຢູ​ໂຣບ ທ່ານ ມິ​ແຊ​ລ ບາ​ນີ​ເອ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ BREXIT. 16 ມັງ​ກອນ, 2019.
ຫົ​ວ​ໜ້າ​ນັກ​ເຈ​ລະ​ຈາ ເບ​ຣັກ​ຊິດ ຂອງ ສະ​ຫະ​ພາບ ຢູ​ໂຣບ ທ່ານ ມິ​ແຊ​ລ ບາ​ນີ​ເອ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ BREXIT. 16 ມັງ​ກອນ, 2019.

ບັນ​ດາ​ນັກ​ເຈ​ລະ​ຈາ ອັງ​ກິດ ແລະ ສະ​ຫະ​ພາບ​ຢູ​ໂຣບ ຫຼື EU ໄດ້​ສະ​ແດງ​ທັດ​ສະ​ນະ​ທີ່​
ແຕກຕ່າງກັນ ໃນວັນພຸດມື້ນີ້ ກ່ຽວກັບ ສະຖານະການ ໃນການຖອນຕົວອອກຈາກ EU
ຂອງ ອັງກິດ ຫຼັງຈາກບັນດາສະມາຊິກສະພາອັງກິດ ໄດ້ອະນຸມັດຕໍ່ສິ່ງທີ່ນາຍົກລັດຖະ
ມົນຕີ ເທີີຣີຊາ ເມ ເອີ້ນວ່າ “ອຳນາດ” ເພື່ອທຳການປ່ຽນແປງ ຕໍ່ຂໍ້ຕົກລົງການຖອນຕົວ
ຂອງປະເທດ.

ການ​ລົງ​ຄະ​ແນນ​ສຽງຫຼາຍ​ຄັ້ງ​ໃນ​ສະ​ພາ​ແຫ່ງ​ຊາດ​ອັງ​ກິດ ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ມີ
ຜົນອອກມາວ່າ ພັກຂອງທ່ານນາງ ເມ ໄດ້ຮັບການອະນຸມັດ ສຳລັບແຜນການຂອງ
ເຂົາເຈົ້າເພື່ອທຳ “ການຈັດການອີກທາງນຶ່ງ” ຕໍ່ການກຳນົດເຂດຊາຍແດນເກາະ
ໄອຣ໌ແລນ (Ireland) ໃນຂໍ້ຕົກລົງ ເບຣັກຊິດ ປັດຈຸບັນ.

ລັດ​ຖະ​ມົນ​ຕີ ເບ​ຣັກ​ຊິດ ອັງ​ກິດ ທ່ານ ສ​ເຕ​ເຟັນ ບາ​ເຄຼ (Stephen Barclay) ໄດ້​ກ່າວ​
ໃນການສຳພາດກັບວິທະຍຸ BBC ໃນວັນພຸດມື້ນີ້ວ່າ ການປ່ຽນແປງພວກນັ້ນຈະເປັນ
ຫົວຂໍ້ຂອງການເຈລະຈາ ໃນສອງສາມວັນທີ່ຈະມາເຖິງນີ້.

ແຕ່​ສຳ​ລັບ​ຝ່າຍ EU ນັ້ນ, ຫົວ​ໜ້າ​ນັກ​ເຈ​ລະ​ຈາ ເບ​ຣັກ​ຊິດ ທ່ານ ມິ​ແຊ​ລ ບາ​ນີ​ເອ ໄດ້​
ກ່າວວ່າ ສະພາບຂອງກຸ່ມດັ່ງກ່າວ “ແມ່ນກະຈ່າງແຈ້ງຫຼາຍ.”

ທ່ານ ບາ​ນີ​ເອ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ
ແບລຈຽມ ໃນວັນພຸດມື້ນີ້ວ່າ “ພຽງຈຸດດຽວທີ່ຂ້າພະເຈົ້າຢາກຈະຢືນຢັນກໍແມ່ນວ່າ
ສະຖາບັນ EU ຍັງຄົງສາມັກຄີກັນ ແລະ ພວກເຮົາລໍຖ້າຂໍ້ຕົກລົງດັ່ງກ່າວ ພວກເຮົາ
ຕ້ອງເຈລະຈາກັບ ສະຫະຣາຊະອານາຈັກ ອັງກິດ.”

ທ່ານ​ໄດ້​ກ່າວ​ວ່າ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ທ່ານ ຊັອງ ຄ​ລອດ ຈັງ​ເກີ
(Jean Claude Juncker) ຈະກ່າວ ກ່ຽວກັບ ບັນຫາດັ່ງກ່າວ ໃນຕອນ ແລງມື້ນີ້.

ສະ​ພາ​ຕ່ຳ ອັງ​ກິດ ໄດ້​ປະ​ຕິ​ເສດ​ແຜນ​ການ​ ເບ​ຣັກ​ຊິກ ຂອງ​ທ່ານ​ນາງ ເມ ເມື່ອ​ສອງ​
ສັບປະດາທີ່ຜ່ານມາ, ສ່ວນໃຫຍ່ແມ່ນຍ້ອນການກຳນົດເຂດເຊຍແດນເກາະ ໄອຣ໌ແລນ,
ທີ່ຮູ້ກັນວ່າເປັນສິ່ງກີດກັ້ນ, ເຊິ່ງຈະຍັງຄົງຢູ່ຈົນກວ່າ ອັງກິດ ແລະ EU ສາມາດເຈລະ
ຈາຂໍ້ຕົກລົງການຄ້າສະບັບໃໝ່ນຳກັນໄດ້ ຫຼັງ ເບຣັກຊິດ.

ສິ່ງ​ກີດ​ກັ້ນ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ ອັງ​ກິດ ຢູ່​ໃນ​ສະ​ຫະ​ພັນ​ພາ​ສີ​ກັບ EU ເພື່ອ​ທີ່​ຈະ​ເຮັດ
ໃຫ້ການສົ່ງສິນຄ້າຕ່າງໆລະຫວ່າງ ເກາະ ໄອຣ໌ແລນ ເຊິ່ງເປັນປະເທດ ສະມາຊິກ EU
ແລະ ໄອຣ໌ແລນເໜືອ ເຄື່ອນໄຫວຢ່າງເສລີ, ເຊິ່ງແມ່ນສ່ວນນຶ່ງຂອງ ສະຫະຣາຊະອາ
ນາຈັກ ອັງກິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG