ສະຫະພາບຢູໂຣບ ແມ່ນກຳລັງພິຈາລະນາທີ່ຈະວາງມາດຕະການລົງໂທດໃໝ່ລວມມູນຄ່າທັງໝົດ 11 ຕື້ຢູໂຣ ຕໍ່ ຣັດເຊຍ ແລະ ບາງປະເທດທີສາມ ທີ່ສະໜອງສິນຄ້າທີ່ສຳຄັນທີ່ຣັດເຊຍໃຊ້ເພື່ອເສີມຂະຫຍາຍກອງທະຫານຂອງພວກເຂົາຢູ່ສະໜາມລົບໃນ ຢູເຄຣນ.
ປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ ໄດ້ກ່າວ ໃນວັນພຸດວານນີ້ວ່າ ໂຄງການດັ່ງກ່າວ ແມ່ນຢູ່ພາຍໃຕ້ການພິຈາລະນາໂດຍສະມາຊິກ 27 ປະເທດ ຂອງສະຫະພາບຢູໂຣບ ທີ່ພະຍາຍາມຢ່າງສະເພາະເຈາະຈົງເພື່ອກີດກັນ ຣັດເຊຍ ຈາກອຸປະກອນທາງທະຫານ ທີ່ພວກເຂົາຕ້ອງການ ແລະ ບໍ່ສາມາດຊື້ໄດ້ຈາກບ່ອນອື່ນ.
ມັນລວມມີຂໍ້ສະເໜີເພື່ອກຳນົດ 7 ອົງກອນຂອງ ອີຣ່ານ ຕໍ່ມາດຕະການລົງໂທດເພື່ອພະຍາຍາມປ້ອງກັນ ຣັດເຊຍ ຈາກການໃຊ້ໂດຣນຂອງ ອີຣ່ານ ເພື່ອໂຈມຕີພື້ນຖານໂຄງລ່າງພົນລະເຮືອນ ຢູເຄຣນ.
ຂໍ້ສະເໜີດັ່ງກ່າວຖືກສະເໜີໃຫ້ພິຈາລະນາໂດຍທ່ານນາງ ວອນ ເດີ ເລເຢັນ ທີ່ເພັ່ງເລັງໃສ່ອົງປະກອບອາວຸດອີເລັກໂທຣນິກເພີ່ມເຕີມ ສຳລັບອຸປະກອນເຊັ່ນ ໂດຣນ ຫຼື ເຮືອບິນບໍ່ມີຄົນຂັບ, ລູກສອນໄຟ, ເຮລິຄັອບເຕີ ແລະ ກ້ອງຈັບຄື້ນຄວາມຮ້ອນ. ທ່ານນາງໄດ້ແນະນຳ ກ່ຽວກັບ ບາງມາດຕະການ ໃນລະຫວ່າງກອງປະຊຸມສຸດຍອດ ສະຫະພາບຢູໂຣບ-ຢູເຄຣນ ໃນຕົ້ນເດືອນນີ້.
ຖ້າຂໍ້ສະເໜີດັ່ງກ່າວຖືກຮັບຮອງເອົາຢ່າງເປັນເອກະສັນໂດຍບັນດາສະມາຊິກສະຫະພາບຢູໂຣບ, ທ່ານນາງ ວອນ ເດີ ເລເຢັນ ໄດ້ກ່າວວ່າ “ພວກເຮົາຈະຫ້າມທຸກໆຜະລິດຕະພັນເທັກໂນໂລຈີທີ່ຖືກພົບເຫັນໃນສະໜາມລົບ.”
ບັນດາເອກອັກຄະລັດຖະທູດແມ່ນຈະປະເມີນໃນສິ່ງທີ່ຖືກເອີ້ນວ່າ ໂຄງການທີ 10 ຂອງມາດຕະການລົງໂທດຕໍ່ ຣັດເຊຍ ໃນແລງວັນພຸດວານນີ້. ມັນມີການຄາດວ່າຈະມີການປຶກສາຫາລືໃນລະຫວ່າງກອງປະຊຸມຂອງບັນດາລັດຖະມົນຕີຕ່າງປະເທດ ສະຫະພາບຢູໂຣບ ໃນວັນຈັນ ດ້ວຍຄວາມຫວັງທີ່ຈະອະນຸມັດຄັ້ງສຸດທ້າຍໃນວັນທີ 24 ກຸມພາ ເຊິ່ງເປັນວັນຄົບຮອບນຶ່ງປີຂອງການບຸກລຸກ ຢູເຄຣນ ໂດຍຣັດເຊຍ.
ໂຄງການດັ່ງກ່າວຍັງຈະພະຍາຍາມປິດຊ່ອງຫວ່າງທີ່ໄດ້ອະນຸຍາດໃຫ້ບາງມາດຕະການຈາກໂຄງການກ່ອນໜ້ານີ້ຖືກຫຼົບຫຼີກ ແລະ ພະຍາຍາມທີ່ຈະໄລ່ຕາມພວກຜູ້ມີອຳນາດຜູ້ທີ່ພະຍາຍາມຈະຫຼົບໜີມາດຕະການລົງໂທດ.
ຫົວໜ້າການພົວພັນຕ່າງປະເທດສະຫະພາບຢູໂຣບ ທ່ານ ໂຈເຊັບ ບໍແຣລ ໄດ້ກ່າວວ່າ ເຂົາເຈົ້າຍັງຈະພະຍາຍາມແນເປົ້າໃສ່ 100 ບຸກຄົນ ແລະ ອົງກອນ, ລວມທັງຜູ້ທີ່ໄດ້ມີສ່ວນຮ່ວມໃນການລັກພາຕົວ ແລະ ນຳເອົາເດັກນ້ອຍຢູເຄຣນ ໄປ ຣັດເຊຍ.