ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

EU ຕົກລົງໃຫ້ ທະນາຄານກາງ ​​ເປັນ​ຜູ້​ກໍາກັບ​ເບິ່ງ​ນໍາ​ ທະນາຄານ​ຕ່າງໆ​ ​ໃນ​ເຂດຢູ​ໂຣ (ວີດິໂອ)​


A Buddhist monk prays for the missing passengers who were on the South Korean ferry Sewol, while press and family members pass by, Jindo, April 18, 2014. (Sungmin Do/VOA)
A Buddhist monk prays for the missing passengers who were on the South Korean ferry Sewol, while press and family members pass by, Jindo, April 18, 2014. (Sungmin Do/VOA)
ຄະນະ​ລັດຖະມົນຕີ​ການ​ເງິນ​ຂອງ​ສະຫະພາບ​ຢູ​ໂຣບ​ໄດ້​ບັນລຸ​
ຂໍ້​ຕົກລົງ​ກັນ ​ເພື່ອ​ຈັດ​ຕັ້ງ​ໃຫ້​ມີ​ອົງ​ກອນ​ດຽວເປັນ​ຜູ້​ກໍາກັບ​ເບິ່ງ​ນໍາ
​ທະນາຄານ​ຕ່າງໆ​ຂອງ​ບັນດາປະ​ເທດ​ໃນ​ເຂດຢູ​ໂຣ ​ໃນ​ຄວາມ
​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນຫາ​ການ​ເງິນ​ທີ່​ລົ້ມລຸກ​ຄຸກ​ຄານຂອງ​
ທະ​ວີ​ບຢູ​ໂຣບນັ້ນ.

ຂໍ້​ຕົກລົງ​ດັ່ງກ່າວທີ່​ບັນລຸ​ກັນ​ເມື່ອ​ຕອນ​ເຊົ້າວັນ​ພະຫັດ​ມື້​ນີ້ ​ໄດ້​ມອບ
ອໍານາດ​ຢ່າງ​ກ້ວາງ​ຂວາງ ​ໃຫ້ທະນາຄານ​ກາງ​ຂອງ​ອີ​ຢູ ​ເປັນ​ຜູ້
ກໍາກັບ​ດູ​ແລ​ທະນາຄານ​ຕ່າງໆ​ໃນ 17 ປະ​ເທດ ທີ່​ໃຊ້​ເງິນຕາ​ຢູ​ໂຣ
ພ້ອມ​ທັງ​ສະ​ຖາ​ບັນການ​ເງິນໃນ​ປະ​ເທດ​ອີ​ຢູ​ອື່ນໆ ທີ່ເລືອກ​ເຂົ້າ​ມາ
​ຮ່ວມ​ລະບົບ​ການ​ເງິນ​ນີ້.

ທ່ານ Pierre Moscovici ລັດຖະມົນຕີ​ການ​ເງິນ​ຝຣັ່ງ ​ໄດ້​ຊົມ​ເຊີຍ​
ກັບ​ ຂໍ້ຕົກລົງ​ດັ່ງກ່າວ​ນີ້ ແລະ​ເວົ້າ​ວ່າ​ມັນ​ຈະ​ຊ່ວຍ​ຍົກ​ສູງ​ຄວາມ​ໝັ້ນ​ໃຈ​ຂອງປະ​ເທດ​ອື່ນໆ ​
ໃນ​ເຂດຢູ​ໂຣ.

ບັນດາ​ຜູ້​ນໍາ​ອີ​ຢູ​ໄດ້​ເຫັນ​ພ້ອມ​ກັບຫຼັກການ​ຂອງການ​ມີ​ອົງ​ກອນ​ກໍາກັບ​ດູ​ແລ​ທະນາຄານ​ກາງ
ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ເມື່ອເດືອນ​ມິຖຸນາ​ຜ່ານ​ມາ ​ແລະໄດ້ສັນຍາ​ວ່າ ຈະ​ໃຫ້​ມີ​ແຜນການ​
ເພື່ອ​ຈັດ​ຕັ້ງ​ປະຕິບັດ​ພາຍ​ໃນ​ທ້າຍ​ປີ​ນີ້. ການ​ກໍາກັບ​ດູ​ແລ​ຈະ​ເລີ່​ມຕົ້ນ​ໃນ​ເດືອນ​ມີນາ​ປີໜ້າ ​
ແລະ​ຈະ​ປະຕິບັດ​ງານ​ຢ່າງ​ສົມບູນ​ ໃນ​ຕົ້ນ​ປີ 2014

ພວກທະນາຄານ​ທີ່​ລົ້ມ​ແຫຼວ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຕໍ່​ເສດຖະກິດຂອງ​ພາກ​ພື້ນ​ຢູ​ໂຣບ ​
ໂດຍ​ໄດ້ສ້າງ​ວິ​ກິດ​ການ​ໜີ້​ສິນ​ໃຫ້​ແກ່​ລັດຖະບານ​ທີ່​ເຂົ້າ​ໄປ​ຊ່ວຍ​ທະ​ນາຄາ​ນ​ເຫລົ່າ​ນັ້ນ.

ຕາມ​ແຜນການ​ນັ້ນ ອົງ​ກອນ​ກໍາກັບ​ດູ​ແລ​ທະນາຄານ​ໃໝ່ນີ້ ໃນ​ທີ່​ສຸດ​ແລ້ວ​ ກໍ​ຈະ​ອະນຸຍາດ​
ໃຫ້​ກອງ​ທຶນ​ກອບ​ກູ້​ເສດຖະກິດ​ຂອງ​ຢູ​ໂຣບ ປ້ອນ​ເງິນ​ຊ່ວຍ​ເຫລືອ​ໂດຍ​ກົງ​ເຂົ້າໃສ່​ບັນດາ​
ທະນາຄານ​ທີ່ມີ​ຄວາມ​ເດືອດຮ້ອນ ຊຶ່ງ​ນອກນີ້​ແລ້ວ​ ມັນ​ເປັນ​ບາດກ້າວ​ທໍາ​ອິດໄປ​ສູ່​ລະບົບ
ທະນາຄານ​ນຶ່ງດຽວ​ຂອງ​ສະຫະພາບ​ຢູ​ໂຣບ ທີ່​ມີ​ສິດ​ຈະ​ປິດ​ທະນາຄານ​ໃດໆ​ທີ່​ລົ້ມ​ແຫຼວ
ນັ້ນໄດ້.

EU Edges Toward Banking Union as Greece Gets New Bailout
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ
XS
SM
MD
LG