ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ພາບ ຢູ​ໂຣບ ຍັງ​ບໍ່​ເຊື່ອ​ໝັ້ນ ​ໃນ​ມາດ​ຕະ​ການ ​ປາບ​ປາມ ​ການ​ລັກ​ລອບ​ຕັດ​ໄມ້ ແລະ ການ​ຄ້າ​ໄມ້​ເຖື່ອນ​ໃນ ລາວ


​ສາງ​ເກັບ​ໄມ້​ແປ​ຮູບເຖື່ອນແຫ່ງ​ນຶ່ງ​ໃນ​ແຂວງ ​ຫລວງ​ພະ​ບາງ
​ສາງ​ເກັບ​ໄມ້​ແປ​ຮູບເຖື່ອນແຫ່ງ​ນຶ່ງ​ໃນ​ແຂວງ ​ຫລວງ​ພະ​ບາງ

ສະ​ຫະ​ພາບ ຢູ​ໂຣບ ຍັງ​ບໍ່​ເຊື່ອ​ໝັ້ນ​ໃນ​ມາດ​ຕະ​ການ​ປາບ​ປາມ​ການ​ລັກ​ລອບ​ຕັດ​ໄມ້ ແລະ ການ​ຄ້າ​ໄມ້​ເຖື່ອນ​ໃນ ລາວ ຊຶ່ງ​ເປັນ​ຜົນ​ເຮັດ​ໃຫ້​ຍັງ​ບໍ່​ມີ​ການ​ຕົກ​ລົງ​ທາງ​ການ​ຄ້າ ເພື່ອ​ຮັບ​ການ​ນຳ​ເຂົ້າ​ສິນ​ຄ້າ​ໄມ້​ສຳ​ເລັດ​ຮູບ​ຈາກ ລາວ.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວ​ງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເປີດ​ເຜີຍ​ວ່າ ຄະ​ນະ​ຜູ້​ຕາງ​ໜ້າ
​ການ​ຄ້າ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ຍັງ​ບໍ່​ມີ​ທີ​ທ່າ​ວ່າ​ຈະ​ຕົກ​ລົງ​ອະ​ນຸ​ຍາດ​ໃຫ້​ມີ​ການ​ນຳ​ເຂົ້າ​
ສິນ​ຄ້າ​ປະ​ເພດ​ໄມ້​ສຳ​ເລັດ​ຮູບ​ຈາກ ລາວ ແຕ່​ຢ່າງ​ໃດ ເຖິງ​ແມ່ນ​ວ່າ​ຄະ​ນະ​ຜູ້​ແທນ​ການ​
ຄ້າ​ຂອງ​ ລາວ ກັບ​ສະ​ຫະ​ພາບ ຢູ​ໂຣບ ໄດ້​ເຈ​ລະ​ຈາ​ກັນ​ແລ້ວ 3 ຄັ້ງ​ໃນ​ຊ່ວງ​ປີ 2017-
2019 ແຕ່​ຍັງ​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ຈົນ​ກວ່າ​ສະ​ຫະ​ພາບ​ຢູ​ໂຣບ ຈະ​ໝັ້ນ​ໃຈ​ວ່າ ລັດ​ຖະ
​ບານ ລາວ ສາ​ມາດ​ຢຸດ​ການ​ລັກ​ລອບ​ຕັດ​ໄມ້​ໄດ້​ຢ່າງ​ຊິ້ນ​ເຊີງແລ້ວ ຈຶ່ງ​ຈະ​ພິ​ຈາ​ລະ​ນາ​
ເປີດ​ຕະຫຼາດ​ສະ​ຫະ​ພາບ ຢູ​ໂຣບ ເພື່ອ​ຮັບ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ໄມ້​ສຳ​ເລັດ​ຮູບ​
ຈາກ ລາວ ຢ່າງ​ເປັນ​ທາງ​ການ.

ທັງ​ນີ້​ ສະ​ຫະ​ພາບ ຢູ​ໂຣບ ກໍ​ໄດ້​ກຳ​ນົດ​ເງື່ອນ​ໄຂ​ເພື່ອ​ປະ​ກອບ​ການ​ພິ​ຈາ​ລະ​ນາ​ດັ່ງ​ກ່າວ​
ໃນ 6 ດ້ານ​ດ້ວຍ​ກັນ ຊຶ່ງ​ໃນ​ນີ້​ທາງ​ການ ລາວ ສາ​ມາດ​ປະ​ຕິ​ບັດ​ໄດ້​ແລ້ວ 3 ດ້ານ​ກໍ​ຄື​ການ​
ກຳ​ນົດ​ໃຫ້​ນຳ​ເອົາ​ໄມ້​ຈາກ​ປ່າ​ຜະ​ລິດ​ເທົ່າ​ນັ້ນ​ມາ​ແປ​ຮູບ​ເປັນ​ສິນ​ຄ້າ​ສຳ​ເລັດ​ຮູບ ການກ​ຳ​
ນົດ​ພັນ​ທະ​ລະ​ຫວ່າງ​ ແຮງ​ງານ​ກັບ​ການ​ຜະ​ລິດ ແລະ ການ​ຂຶ້ນ​ທະ​ບ​ຽນ​ຫົວ​ໜ່ວຍ​ທຸ​ລະ
​ກິດ​ຄ້າ​ໄມ້ ສ່ວນ 3 ເງື່ອນ​ໄຂ​ທີ່​ຄະ​ນະ​ຜູ້​ຕາງ​ໜ້າ​ທາງ​ການ​ຄ້າ​ຂອງ​ສະ​ຫະ​ພາບ ຢູ​ໂຣບ
ຍັງ​ບໍ່​ເຊື່ອ​ໝັ້ນ​ວ່າ ທາງ​ການ ລາວ ຈະ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຈິງ ກໍ​ຄື​ການ​ພັດ​ທະ​
ນາ​ນິ​ຕິ​ກຳ ກ່ຽວ​ກັບ ປ່າ​ໄມ້ ການ​ພັດ​ທະ​ນາ​ລະ​ບົບ​ຄ້ຳ​ປະ​ກັນ​ໄມ້​ທີ່​ຖືກ​ກົດ​ໝາຍ​ໃຫ້​ເປັນ​
ເອ​ກະ​ສານ​ທີ່​ສົມ​ບູນ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງຢ່າງ​ມີ​ປະ​ສິດ​ທິ​ພາບ ໂດຍ​ສະ
​ເພາະ​ແມ່ນ​ການ​ຮັບ​ປະ​ກັນ​ວ່າ ໄມ້​ທີ່​ນຳ​ເອົາ​ມາ​ແປ​ຮູບ​ນັ້ນ​ເປັນ​ໄມ້​ທີ່​ຖືກ​ກົດ​ໝາຍ​ຢ່າ​ແທ້
​ຈິງ​ນັ້ນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ລາວ ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ

"ໄມ້ ແລະ ຂະ​ບວນ​ການ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ອັນ​ນຶ່ງລະ​ແມ່ນ​ໄມ້​ຈາກ​ປ່າ​ຜະ​ລິດ ຊຶ່ງ
​ມາ​ຮອດ​ປັດ​ຈຸ​ບັນ​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູ​ນ​ທຶ​ນ​ຮອນ​ຈາກ​ທະ​ນາ​ຄານ​ໂລກ ແລະ
ລັດ​ຖະ​ບານ ຟິນ​ແລນ ພວກ​ເຮົາ​ໄດ້​ເຮັດ​ສຳ​ເລັດ​ໝົດແຜນ​ຈັດ​ສັນ​ປ່າ​ຜະ​ລິດ ແລະ ຮູ້​ໄດ້​
ແລ້​ວ​ວ່າ ໃນ​ແຕ່​ລະ​ເຂດ​ປ່າ​ຜະ​ລິດນີ້ ຈະ​ສາ​ມາດ​ຂຸດ​ຄົ້ນ​ໄມ້​ອອກ​ມາ​ໄດ້​ເທົ່າ​ໃດ ຂົນ​ສົ່ງ
​ອອກ​ມາ​ສະ​ໜາມ 2 ແນວ​ໃດ ມາ​ຮອດ​ສະ​ໜາມ 3 ແນວ​ໃດ ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ມີ​
ນິ​ຕິ​ກຳ​ເປັນ​ຕົວ​ຢັ້ງ​ຢືນ. ອັນ​ທີ​ສອງ​ແມ່ນ​ໄມ້​ຈາກ​ເຂດ​ຫັນ​ປ່ຽນ​ທີ່​ລັດ​ຖະ​ບານ​ອະ​ນຸ​ຍາດ
ແລະ ສ​ະ​ພາ​ຮັບ​ຮອງ​ເປັນ​ຕົ້ນ​ແມ່ນຫັນ​ປ່ຽນ​ໄປ​ເປັນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ເຂື່ອນ​
ໄຟ​ຟ້າ ບໍ່​ແຮ ຫຼື​ວ່າ​ເຂດ​ພັດ​ທະ​ນາ​ທີ່​ຈຳ​ເປັນ."

​ລັດ​ຖະ​ບານ ລາວ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ນາ​ຍົກ​ລັດຖະມົນຕີເລກທີ 15/ນຍ ວ່າດ້ວຍ
ການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບຈາກເດືອນພຶດສະພາ 2016
ເປັນຕົ້ນມາ ແລະ ໄດ້ມີຄຳສັ່ງປິດໂຮງງານປຸງແຕ່ງໄມ້ທີ່ລະເມີດຄຳສັ່ງ 1,545 ແຫ່ງ ຈັບ
ກຸມຜູ້ກະທຳຄວາມຜິດ 700 ຄົນ ປິດໂຮງເລື່ອຍ 1,206 ແຫ່ງທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ການ
​ລັກ​ລອບ​ຕັດໄມ້ ແລະ ຄ້າ​ໄມ້​ໂດຍ​ຜິດ​ກົດ​ໝາຍ​ໃນ​ປີ 2017 ສ່ວນ​ໃນ​ປີ 2018 ກໍ​ສັ່ງ​ປິດ​
ໂຮງ​ງານ​ໄມ້​ທີ່ບໍ່​ໄດ້​ມາ​ດ​ຕະ​ຖານ 952 ແຫ່ງ​ຈາກ​ທີ່​ມີ​ຢູ່​ທັງ​ໝົດ 2,102 ແຫ່ງ​ທົ່ວ​ປະ​ເທດ
ແລະ ຍຶດ​ໄມ້​ຜິດ​ກົດ​ໝາຍ​ທີ່​ໄດ້​ນຳ​ອອກ​ປະ​ມູນ​ຂາຍ​ໄດ້​ເງິນ​ເຂົ້າ​ງົບ​ປະ​ມານ​ລັດ​ຖະ​ບານ​
ເກີນກວ່າ 51 ຕື້​ກີບ​ກັບ 2 ລ້ານ​ໂດ​ລາ.

​ກະ​ຊວງກະສິກຳ ​ແລະ​ປ່າ​ໄມ້ກໍ​ປະ​ເມີນວ່າ ສະພາບ​ປ່າ​ໄມ້​ໃນ​ລາວ ​ຍັງຄົງ​ມີ​ຄວາມ​ໜາ​
ແໜ້ນ​ເຫຼືອ​ຢູ່ ປະ​ມານ 58 ​ເປີ​ເຊັນ​ ຂອງ​ພື້ນ​ທີ່ທັງ​ໝົດໃນ ລາວ ​ໝາຍ​ຄວາມ​ວ່ານັບ​ຈາກ​
ປີ 2020 ລັດຖະບານ​ລາວ​ ຕ້ອງ​ເພີ້​ມ​ການ​ປົກ​ຫຸ້​ມຂອງ​ປ່າ​ໄມ້​ໃຫ້​ໄດ້ 12 ​ເປີ​ເຊັນ ຈຶ່ງ​
ຈະບັນລຸເປົ້າໝາຍການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້ໄດ້​ເຖິງ 70 ​ເປີ​ເຊັນຂອງ​ພື້ນ​ທີ່​
ທັງ​ໝົດຂອງລາວ ໃນປີ 2020 ດັ່ງກ່າວ ຫາກ​ແຕ່​ບັນ​ຫາ​ທ້າ​ທາຍ​ກໍ​ຄື ການ​ລັກ​ລອບ​ຕັດ​
ໄມ້​ໃນ ລາວ ຍັງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ໃນ​ປັດ​ຈຸ​ບັນ.

​ທັງ​ນີ້ ອົງການອະນຸລັກສິ່ງແວດລ້ອມ ຫຼື Global Witness ລາຍງານວ່າ ເຂດທີ່ມີການ
ລັກລອບຕັດໄມ້ຫຼາຍທີ່ສຸດໃນລາວ ຄືເຂດຊາຍແດນລາວ ທີ່ຕິດຕໍ່ກັບຊາຍແດນ ຫວຽດ
ນາມ ແລະຈີນ ໂດຍສະເພາະ ກໍແມ່ນແຂວງຜົ້ງສາລີ ແລະຫລວງນໍ້າທານັ້ນ ກໍຄືເຂດທີ່
ມີການລັກລອບຕັດໄມ້ ແລະຂົນສົ່ງໄປຈີນ ສ່ວນເຂດແຂວງບໍລິຄຳໄຊ, ຄຳມ່ວນ
ສະຫວັນນະເຂດ ສາລະວັນ ເຊກອງ ແລະອັດຕະປືນັ້ນ ກໍຄືເຂດທີ່ມີການລັກລອບ
ຕັດໄມ້ ແລະຂົນສົ່ງ ໄປຫວຽດນາມ ຊຶ່ງຮວມເຖິງເຂດປ່າສະຫງວນແຫ່ງຊາດນາກາຍໃນ
ແຂວງຄຳມ່ວນ ທີ່ມີການວ່າຈ້າງປະຊາຊົນໃນທ້ອງຖິ່ນ ໃຫ້ລັກລອບຕັດໄມ້ ແລະ ລັກ
ລອບຂົນສົ່ງໄປຊາຍແດນຫວຽດນາມ ໃນຕອນກາງຄືນນັ້ນ ຍັງເກີດຂຶ້ນຢູ່ເລື້ອຍມາ.
ຫລ້າສຸດ ໜ່ວຍສະເພາະກິດຈາກສູນກາງຂອງລັດຖະບານລາວ ສາມາດຢຶດໄມ້ເຖື່ອນ
ໃນຂະນະທີ່ກໍາລັງລັກລອບຂົນຈາກ​ແຂວງ​ຊຽງຂວາງ ໄປ ຫວຽດນາມ ໄດ້ ໃນປະລິມານ
ລວມເຖິງ 13,000 ແມັດກ້ອນ ແລະ ໄດ້ລົງໂທດ ພະນັກງານລັດ ທີ່ກ່ຽວຂ້ອງໃນການ
ລັກລອບຂົນ​ສົ່ງ​ໄມ້ດັ່ງກ່າວ ຈໍານວນ 33 ຄົນ. ທັງຍັງມີພະນັກງານລັດຫລາຍສິບ​ຄົນ ຈະ
ຕ້ອງຖືກດໍາເນີນຄະດີແພ່ງ ແລະຄະດີອາຍາ ໃນສານປະຊາຊົນລາວ ໃນໄລຍະຕໍ່ໄປນີ້.

XS
SM
MD
LG