ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບ ມີຄວາມເປັນຫ່ວງ ກ່ຽວກັບກົດໝາຍໃໝ່ ຂອງຣັດເຊຍ


ທ່ານນາງ Catherine Ashton ຫົວໜ້ານະໂຍບາຍຕ່າງປະເທດ ຂອງ ສະຫະພາບຢູໂຣບ ສະແດງຄວາມເປັນຫ່ວງ ນໍາກົດໝາຍໃໝ່ ຂອງຣັດເຊຍ.
ທ່ານນາງ Catherine Ashton ຫົວໜ້ານະໂຍບາຍຕ່າງປະເທດ ຂອງ ສະຫະພາບຢູໂຣບ ສະແດງຄວາມເປັນຫ່ວງ ນໍາກົດໝາຍໃໝ່ ຂອງຣັດເຊຍ.
ຫົວໜ້າຝ່າຍນະ​ໂຍບາຍຕ່າງປະ​ເທດ ຂອງສະຫະພາບຢູ​ໂຣບ
ທ່ານ​ນາງ Catherine Ashton ​ໄດ້​ສະ​ແດ​ງຄວາມ​ເປັນ​ຫ່ວງ ​
ກ່ຽວ​ກັບ ກົດໝາຍ​ໃໝ່​ຂອງຣັດ​ເຊຍ ທີ່​ຕີຄວາມ​ໝາຍ​ຂອງຄຳ​
ວ່າ ການ​ທໍລະຍົດຕໍ່ຊາດ ອອກ​ໄປ​ກວ້າງ​ກວ່າ​ເກົ່າ.

ຫ້ອງການ​ຂອງ ທ່ານ​ນາງ Ashton ​ໄດ້​ອອກ​ຖະ​ແຫລ​ງການ​ໃນ ວັນ​ພະຫັດວານ​ນີ້​ ວ່າ “ກົ​ດ
ໝາຍ​ໃໝ່​ອາດ​ຈະ​ຂະຫຍາຍ ການຟ້ອງ​ຮ້ອງ ​ອອກ​ໄປ​ຕື່ມທັງ​ຜ່ອນ​ເບົາ​ຄວາມ​ໜັກໜ່ວງ​ໃນ​ດ້ານ​ພິສູດ​ຫຼັກ​ຖານ ​ເລື້ອງ​ການ​ທໍລະຍົດຕໍ່ຊາດ ​ແລະ​ການສືບລັບລົງ​ນຳ.”

ກົດໝາຍ​ປັດຈຸບັນ ບັນ​ລະ​ຍາຍ​ການທໍລະຍົດຕໍ່ຊາດລະດັບ​ສູງ​ວ່າ​ ເປັນ​ການ​ສືບ​ລັບທີ່​ທໍາລາຍ ຄວາມ​ປອດ​ໄພ​ຂອງຣັດ​ເຊຍ. ກົດໝາຍ​ໃໝ່ນິ້ຂະ​ຫຍາ​ຍຄວາມ​ໝາຍອອກ​ໄປ​ກວມ​ເອົາ​ຄຳ​ວ່າ ຕໍ່ຕ້າ​ນ​ ​ ​“ຄໍາ​ສັ່ງ​ຕາມລັດຖະທໍາ​ມະນູນ ອະທິປະ​ໄຕ ​ແລະ​ເຂດ​ນ້ຳແດນດິນຂອງ​ຣັດ​ເຊຍ ນຳ. ນອກ​ນີ້​ມັນ​ຍັງ​ປ່ຽນ​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ ທໍລະຍົດຕໍ່ຊາດໄປ​ລວມເຖິງກິດຈະກໍາ​ ​ເຊ່ນ
ການ​ຊ່ອຍ​ເຫຼືອ​ດ້ານການ​ເງິນ ຫລື ການ​ຊ່ວຍ​ເຫລືອດ້ານ​ການ​ປຶກສາ​ແກ່ຕ່າງປະ​ເທດ ຫລື​ ການຈັດ​ຕັ້ງ​ນາໆ​ຊາດນຳ.
XS
SM
MD
LG