ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະພາ ສະຫະພາບຢູໂຣບ ຮຽກຮ້ອງ ໃຫ້ດຳເນີນການ ເອົາມາດຕະການລົງໂທດ ຕໍ່ເບລາຣຸສ


ຜູ້ນຳພັກຝ່າຍຄ້ານຂອງເບລາຣຸສ ທ່ານນາງ ສວິດລານາ ສິການູສກາຢາ ສະແດງທ່າທາງໃຫ້ກັບ ບັນດາຜູ້ສະໜັບສະໜຸນ ໃນນະຄອນຫຼວງ ວໍຊໍ ຂອງໂປແລນ, ວັນພຸດ ທີ 9 ກັນຍາ 2020.
ຜູ້ນຳພັກຝ່າຍຄ້ານຂອງເບລາຣຸສ ທ່ານນາງ ສວິດລານາ ສິການູສກາຢາ ສະແດງທ່າທາງໃຫ້ກັບ ບັນດາຜູ້ສະໜັບສະໜຸນ ໃນນະຄອນຫຼວງ ວໍຊໍ ຂອງໂປແລນ, ວັນພຸດ ທີ 9 ກັນຍາ 2020.

ປະທານສະພາບັນດາປະເທດໃນຢູໂຣບ ທ່ານຊອຣສ໌ ມິແຊລ ໄດ້ຮຽກຮ້ອງໃຫ້ພິຈາລະນາກ່ຽວກັບມາດຕະການລົງໂທດຕໍ່ພວກເຈົ້າໜ້າທີ່ໃນເບລາຣຸສ ວ່ອງໄວຂຶ້ນ ຫຼັງຈາກມີການຄຸມຂັງພວກຜູ້ນຳຝ່າຍຄ້ານຫຼາຍຄົນ.

“ການປາບປາມທາງດ້ານການເມືອງໃນເບລາຣຸສ ລວມທັງການຄຸມຂັງບົນພື້ນຖານດ້ານການເມືອງ ແລະການບັງຄັບໃຫ້ຫລົບໜີໄປລີ້ໄພທັງຫຼາຍ ຕ້ອງຍຸຕິລົງ” ນັ້ນຄືຄໍາເວົ້າຂອງທ່ານມິແຊລ ທີ່ຂຽນລົງໃນທວີດເຕີ້ ເມື່ອວັນພຸດວານນີ້. ທ່ານໄດ້ຂຽນອີກວ່າ “ພວກເຈົ້າໜ້າທີ່ເບລາຣຸສ ຕ້ອງປ່ອຍໂຕພວກນັກໂທດທາງການເມືອງ ແລະປ່ອຍໃຫ້ພົນລະເມືອງປະຕິບັດສິດທິໃນການປາກເວົ້າຢ່າງເສລີ ແລະການໂຮມຊຸມນຸມຂອງພວກເຂົາເຈົ້າ.”

ພວກເຈົ້າໜ້າທີ່ເບລາຣຸສທີ່ບໍ່ສາມາດລະບຸໂຕໄດ້ ໃນວັນພຸດວານນີ້ ໄດ້ຄວບຄຸມໂຕຜູ້ນໍາຄົນນຶ່ງໃນຈໍານວນສອງຄົນ ທີ່ເປັນຜູ້ນຳເສລີຂອງສະພາພັກຝ່າຍຄ້ານ ຜູ້ທີ່ຍັງເຫຼືອຢູ່ນັ້ນ ທ່າມກາງການປະທ້ວງທີ່ມີຢູ່ຢ່າງຕໍ່ເນື່ອງ ເພື່ອຕໍ່ຕ້ານປະທານາ ທິບໍດີ ອາເລັກແຊນເດີ ລູກາເຊັນໂກ ທີ່ດຳລົງຕຳແໜ່ງມາຍາວນານ ຫຼັງຈາກການເລືອກຕັ້ງທີ່ມີການຂັດແຍ້ງກັນນັ້ນ.

ທະນາຍຄວາມແມັກຊິມ ຊີແນັກ ໄດ້ຖືກຄຸມໂຕອອກໄປສຳນັກງານສະພາປະສານງານໂດຍພວກຄົນໃສ່ໜ້າກາກສະກີ້ ໂດຍບໍ່ຮູ້ຈັກວ່າເປັນຝ່າຍໃດ ອີງຕາມ ທ່ານເກລບ ເຈີຣມັນ ຄູ່ຮ່ວມງານຂອງທ່ານ.

ການຄຸມຂັງທ່ານຊີແນັກ ໄດ້ມີຂຶ້ນ ໃນຂະນະທີ່ ທ່ານລູກາເຊັນໂກ ໄດ້ພະຍາຍາມທີ່ຈະຍຸຕິການປະທ້ວງຕໍ່ຕ້ານທ່ານ. ທ່ານເຈີຣມັນ ໄດ້ກ່າວວ່າ ທ່ານຊີແນັກ ສາມາດສົ່ງຂໍ້ຄວາມມາວ່າ “ພວກໜ້າກາກ” ກ່ອນທີ່ໂທລະສັບຂອງລາວໄດ້ຖືກຍຶດໄປ.

ສ່ວນທ່ານນາງສະເວັດລານາ ອາແລັກຊີວິຈ໌ ຜູ້ຊະນະລາງວັນ ໂນແບລ ໃນດ້ານວັນນະຄະດີ ໃນປີ 2015, ດຽວນີ້ ເປັນຜູ້ບໍລິຫານຂອງສະພາຝ່າຍຄ້ານ ພຽງຄົນດຽວທີ່ຍັງບໍ່ທັນຖືກຈັບກຸມໃນເບລາຣຸສ ເຖິງແມ່ນວ່າ ຫຼັງຈາກທີ່ພວກຄົນທີ່ບໍ່ສາມາດລະບຸໂຕໄດ້ພະຍາຍາມຈະເຂົ້າໄປໃນຫ້ອງພັກທີ່ເປັນອາພາດເມັນຂອງທ່ານນາງ ໃນວັນພຸດວານນີ້ກໍຕາມ.

ບັນດານັກການທູດຂອງສະຫະພາບຢູໂຣບຈຳນວນນຶ່ງ ແລະບັນດານັກຂ່ວ ໄດ້ເດີນທາງໄປເຖິງຫ້ອງພັກຂອງທ່ານນາງຢູ່ໃນນະຄອນຫຼວງມິນສ໌ ເພື່ອປ້ອງກັນບໍ່ໃຫ້ຖືກຈັບກຸມ. ທ່ານນາງ ອາແລັກຊີວິຈ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານນາງ ບໍ່ມີແຜນທີ່ຈະອອກໄປຈາກເບລາຣຸສ.

“ສິ່ງທີ່ເກີດຂຶ້ນຢູ່ນີ້ ແມ່ນການກໍ່ການຮ້າຍຕໍ່ປະຊາຊົນ” ທ່ານນາງ ອາແລັກຊີວິຈ໌ ໄດ້ກ່າວໄປ ແລະກ່າວຕື່ມວ່າ “ພວກເຮົາໄດ້ສາມັກຄີກັນ ແລະບໍ່ຍົກເລີກຄວາມຕັ້ງໃຈຂອງພວກເຮົາ. ເຖິງແມ່ນຈະມີໄພອັນຕະລາຍ ພວກເຮົາຈະບໍ່ສູນເສຍປະເທດຊາດ.”

ຫຼາຍພັນຄົນ ໄດ້ເຂົ້າຮ່ວມການປະທ້ວງໄລຍະ 5 ອາທິດຜ່ານມາ ຫຼັງຈາກການເລືອກຕັ້ງໃນວັນທີ 9 ສິງຫາ ທີ່ໄດ້ປະກາດໃຫ້ທ່ານລູກາເຊັນໂກ ເປັນຜູ້ຊະນະ ນັ້ນ. ບັນດາພັກຝ່າຍຄ້ານທັງຫຼາຍ, ສະຫະລັດ ແລະສະຫະພາບຢູໂຣບ ລ້ວນແຕ່ກ່າວອ້າງວ່າ ເປັນການເລືອກຕັ້ງທີ່ສໍ້ໂກງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG