ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໂຈມຕີ ຂະບວນລົດ ຂອງ ພວກຫົວຮຸນແຮງ ໃກ້ໆເມືອງ Sinjar (ສະໄລດ໌/ວີດີໂອ)


EU Approves Arming of Kurds; US Says Air Strikes Will Continue
please wait

No media source currently available

0:00 0:03:14 0:00

ເຈົ້າໜ້າທີ່ກອງທັບສະຫະລັດ ກ່າວວ່າ ການໂຈມຕີຂອງເຮືອບິນ
ບໍ່ມີຄົນຂັບ ຕໍ່ພວກກະບົດລັດອິສລາມໃນອີຣັກ ໄດ້ທຳລາຍລົດ
ຫຸ້ມເກາະ 2 ຄັນ ຢູ່ທາງທິດໃຕ້ຂອງເມືອງ Sinjar.

ກອງບັນຊາການທະຫານໃນເຂດພາກຕາເວັນອອກກາງ ອາຟຣິ
ກາເໜືອແລະເອເຊຍກາງ ຫຼື Central Command ຂອງສະຫະ
ລັດກ່າວຢູ່ໃນຖະແຫລງຂ່າວສະບັບນຶ່ງໃນວັນສຸກວານນີ້ວ່າ ຕົນ
ໄດ້ຮັບລາຍງານ ຈາກກຳລັງຊາວເຄີດວ່າ ພວກກໍ່ການຮ້າຍ ລັດ
ອິສລາມ ໄດ້ໂຈມຕີພົນລະເຮືອນ ທີ່ເມືອງ Kawju ຊຶ່ງ ຕັ້ງຢູ່ທາງ
ທິດໃຕ້ຂອງເມືອງ Sinjar.

ໃນການເຄື່ອນໄຫວອີກຢ່າງນຶ່ງ ເພື່ອເສີມຄວາມເຂັ້ມແຂງ ໃຫ້ແກ່ກອງທັບອີກນັ້ນ ສະຫະ ພາບຢູໂຣບຫລືອີຢູ ໄດ້ຕົກລົງທີ່ຈະໃຫ້ການສະໜັບສະໜຸນກ່ຽວກັບການຕັດສິນໃຈສ່ວນ ໂຕ ຂອງບັນດາປະເທດສະມາຊິກ ເພື່ອໃຫ້ຄວາມຊ່ອຍເຫຼືອ ດ້ານອາວຸດແກ່ຊາວເຄີດ ທີ່ ພວມທຳການສູ້ລົບກັບພວກຫົວຮຸນແຮງລັດອິສລາມນັ້ນ.

ລັດຖະມົນຕີການຕ່າງປະເທດຂອງອີຢູ ໄດ້ໃຫ້ການອະນຸມັດ ທີ່ກອງປະຊຸມສຸກເສີນ ຢູ່ນະ ຄອນ Brussels ໃນມື້ວັນສຸກວານນີ້ ຊຶ່ງເປັນຂີດໝາຍ ໃນການປ່ຽນແປງ ໄປສູ່ການພົວ ພັນຫຼາຍຂຶ້ນ ໃນວິກິດການອີຣັກ.

Maliki Steps Down, Pledges Support for Abadi
please wait

No media source currently available

0:00 0:02:50 0:00

ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ Philip Hammond ກ່າວວ່າ ພວກຫົວຮຸນ ແຮງລັດອິສລາມ ໃນອີຣັກ ທີ່ໄດ້ເຂົ້າຍຶດ ເອົາດິນແດນສ່ວນໃຫຍ່ ໃນເຂດພາກຕາເວັນ ຕົກສຽງເໜືອຂອງປະເທດ ແມ່ນເປັນໄພຂົ່ມຂູ່ຕໍ່ພູມີພາກ ຕໍ່ຢູໂຣບ ແລະຕໍ່ຄວາມສີວິໄລ ຂອງໂລກ.

ຝຣັ່ງໄດ້ເລີ້ມຕິດອາວຸດໃຫ້ແກ່ຊາວເຄີດແລ້ວ ໃນຂະນະທີ່ອັງກິດ ແລະເນເທີແລນ ກ່າວ
ວ່າຕົນຈະພິຈາລະນາເພື່ອດຳເນີນການແບບດຽວກັນນີ້. ສ່ວນລັດຖະມົນຕີການຕ່າງປະ ເທດເຢຍຣະມັນ ທ່ານ Frank-Walter Steinmeier ກ່າວວ່າ ເຢຍຣະມັນ ຈະດຳເນີນ ການທຸກໆຢ່າງທີ່ຖືກຕ້ອງຕາມກົດໝາຍ ແລະເປັນໄປໄດ້ທາງດ້ານການເມືອງ.

ນອກນັ້ນແລ້ວໃນມື້ວັນສຸກວານນີ້ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ຍັງໄດ້ຮັບຮອງເອົາມະຕິສະບັບນຶ່ງ ເພື່ອທຳການລົງໂທດຕໍ່ໂຄສົກຂອງກຸ່ມລັດອິສລາມ ແລະຜູ້ຊາຍອີກ 5 ຄົນທີ່ເປັນເກັບເກນຫຼືໃຫ້ການສະໜັບສະໜຸນທາງດ້ານການເງິນແກ່ ພວກນັກລົບອິສລາມໃນອີຣັກແລະຊີເຣຍ. ສະພາຄວາມໝັ້ນຄົງຍັງຂົ່ມຂູ່ວ່າ ຈະທຳການ ລົງໂທດ ຕໍ່ບຸກຄົນອື່ນໆ ທີ່ໃຫ້ການສະໜັບສະໜຸນທາງດ້ານການເງິນ ເກນພວກນັກລົບ ຫລືຈັດສົ່ງອາວຸດໃຫ້ພວກກະບົດຈຸນີ້.

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Saman-
tha Power ກ່າວວ່າມະຕິດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມຮີບດ່ວນກ່ຽວກັບເລື່ອງ ນີ້ ແລະເວົ້າວ່າ ພວກຫົວຮຸນແຮງລັດອິສລາມ ເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ຂົງເຂດແລະ ຕໍ່ປະຊາຄົມນາໆຊາດ.

ການເຄື່ອນໄຫວທີ່ວ່ານີ້ ມີຂຶ້ນນຶ່ງມື້ຫລັງຈາກນາຍົກລັດຖະມົນຕີທີ່ພວມດີ້ນຮົນຕໍ່ສູ້ຂອງອີ ຣັກ ທ່ານ Nouri al-Maliki ໄດ້ຍອມຮັບເອົາ ການກົດດັນ ຂອງນາໆຊາດ ໂດຍການລາ ອອກ ແລະໃຫ້ການສະໜັບສະໜຸນຕໍ່ທ່ານ Haider al-Aba di ທີ່ຖືກສະເໜີແຕ່ງຕັ້ງ ໃຫ້ ເຂົ້າຮັບຕຳແໜ່ງແທນທ່ານນັ້ນ.

IRAQ CNPK
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG