ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຊົນກຸ່ມ​ນ້ອຍຊາວ Rohingya ກ່າວຫາ ມຽນມາ ວ່າ ກໍ່ຄວາມໂຫດຮ້າຍ ຕໍ່ພວກຕົນ

 ພວກຊົນກຸ່ມ​ນ້ອຍຊາວ Rohingya ຫຼາຍພັນຄົນ ຜູ້ທີ່ໄດ້ຫລົບໜີອອກຈາກມຽນມາ ຕະຫຼອດໄລຍະ ຫຼາຍທົດສະວັດ ຜ່ານມາ ອາໄສ ຢູ່ໃນ ອານາເຂດ ອານານິຄົມ Kutupalong ຂອງຊາວ Rohingya ທີ່ຜິດກົດໝາຍ ໃນເມືອງ Cox’s Bazar ຂອງປະເທດ ບັງກລາແດັສ.

ຢູ່ທີ່ ສູນອົບພະຍົບ Kutapalong ​ໃນບັງກລາແດັສ ພວກຊົນກຸ່ມ​ນ້ອຍຊາວ
Rohingya ຫຼາຍພັນຄົນ ທີ່ໄດ້ຫລົບໜີ ການປະຫັດ​ປະຫານ ຢູ່ໃນມຽນມາ ຕະຫຼອດໄລຍະ 3 ທົດສະວັດທີ່​ຜ່ານ​ມານັ້ນ ພວມປະເຊີນໜ້າກັບ ສະພາບ ການເປັນຢູ່ທີ່ຍາກລຳບາກ.

ຊາວ Rohingya ກຳລັງໄປຮອດ ສູນອົບພະຍົບ Kutupalang ຫຼັງຈາກທີ່ໄດ້ຂ້າມເຂດຊາຍແດນ ຢ່າງຜິດກົດໝາຍ ລະຫວ່າງ ມຽນມາ ແລະ ບັງກລາແດັສ ໃນເມືອງ Cox’s Bazar, ຂອງບັງກລາແດັສ, ວັນທີ 21 ພະຈິກ 2016.
ຊາວ Rohingya ກຳລັງໄປຮອດ ສູນອົບພະຍົບ Kutupalang ຫຼັງຈາກທີ່ໄດ້ຂ້າມເຂດຊາຍແດນ ຢ່າງຜິດກົດໝາຍ ລະຫວ່າງ ມຽນມາ ແລະ ບັງກລາແດັສ ໃນເມືອງ Cox’s Bazar, ຂອງບັງກລາແດັສ, ວັນທີ 21 ພະຈິກ 2016.

ດ່ານກວດກາຄວາມປອດໄພທັງຫຼາຍ ຢູ່ຕາມເສັ້ນທາງໄປຍັງສູນອົບພະຍົບນັ້ນ ເຮັດໃຫ້ການເດີນທາງຫຍຸ້ງຍາກ ແລະ ຈຳນວນຂອງພວກທີ່ມາຮອດໃໝ່ ໄດ້
ເພີ້ມຂຶ້ນ ເຮັດໃຫ້ສະບຽງອາຫານ ຂາດເຂີນ. ແຕ່ອົງການຊ່ອຍເຫຼືອ ແລະ ກຸ່ມ ປົກປ້ອງສິດທິມະນຸດ ທັງຫຼາຍ ກ່າວວ່າ ອົບພະຍົບ ທີ່ຫລັ່ງໄຫລໜີ ຄັ້ງຫຼ້າສຸດນີ້
ທີ່​ມີຊາວ Rohingya ຫຼາຍກວ່າ 25,000 ຄົນ ຈະປະເຊີນໜ້າກັບສະພາບ ທີ່ ຮ້າຍແຮງກວ່ານີ້.

ພວກທີ່ມາຮອດໃໝ່ ຫຼາຍໆຄົນ ກ່າວວ່າ ກຳລັງຮັກສາຄວາມປອດໄພ ຂອງມຽນມາ ແມ່ນພວມໂຈມຕີພວກພົນລະເຮືອນ ແລະ ພາບຖ່າຍຕ່າງໆ ຈາກດາວທຽມ ໄດ້
ຢັ້ງຢືນ ການ​ກ່າວ​ອ້າງ​ເຫລົ່ານີ້ ທີ່ສະແດງໃຫ້ເຫັນວ່າ ໝູ່ບ້ານທັງໝົດ ໄດ້ຖືກຈູດເຜົາ
ບໍ່​ເຫລືອຫຍັງ​ເລີຍ.

ສຳລັບ ນາງ Gul Jahar ທີ່ຫາກໍມາຮອດບໍ່ດົນ ຜູ້ທີ່ມີລູກຊາຍ 3 ຄົນ ຫາຍສາບສູນ​ໄປ ໃນລະຫວ່າງ ການໂຈມຕີ ທີ່ບ້ານ Kearipara ຢູ່ໃກ້ກັບ​ເມືອງ Muangdaw ເມື່ອກາງ ເດືອນພະຈິກ ຜ່ານມາ ບໍ່ມີຫຍັງຫລົງເຫຼືອ ເພື່ອທີ່ຈະກັບຄືນໄປຫາບ້ານ​ເກົ່າອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Rohingya Allege Atrocities in Myanmar
please wait

No media source currently available

0:00 0:02:07 0:00

XS
SM
MD
LG