ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ກຸ່ມຕິດອາວຸດຂອງຊົນເຜົ່າ ພວມສ້າງຄວາມສາມັກຄີ ກັບພວກນັກເຄື່ອນໄຫວ ມຽນມາ ຕໍ່ຕ້ານການກໍ່ລັດຖະປະຫານ


ພາບນີ້ໄດ້ມາຈາກແຫລ່ງຂ່າວທີ່ປະສົງບໍ່ອອກຊື່ ຜ່ານເຟສບຸກ ໃນວັນທີ 30 ມີນາ 2021, ສະແດງໃຫ້ເຫັນພວກປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ພາກັນແລ່ນໜີ ໃນລະຫວ່າງການເດີນຂະບວນ ໃນເມືອງທາເກຕາ ຂອງນະຄອນຢາງກຸ້ງ, ປະເທດມຽນມາ.

ຢູ່ໃນໝູ່ບ້ານກະຫຼ່ຽງແຫ່ງນຶ່ງທີ່ງຽບສະຫງົບຕັ້ງຢູ່ຊາຍແດນລະຫວ່າງມຽນມາກັບໄທ ໃນລັດກາຢິນ ນຶ່ງວັນຫຼັງຈາກໄດ້ມີການໂຈມຕີທາງອາກາດຫຼາຍບັ້ນ ໃນວັນທີ 27 ມີນາຜ່ານມາ ຂອງລັດຖະບານມຽນມາ ພວກທະຫານຕໍ່ຕ້ານລັດຖະບານ ໄດ້ຍາມລົດກະບະສອງຄັນ ທີ່ເຕັມໄປດ້ວຍຝຸ່ນ ຈອດຢູ່ໃກ້ໆ ຄ້າຍຂອງອົງການປ້ອງກັນກະຫຼ່ຽງແຫ່ງຊາດ ຢູ່ເຂດນອກສຸດຂອງພື້ນທີ່ດັ່ງກ່າວ.

ພວກຜູ້ຊາຍແປດຄົນໄດ້ພາກັນໂດດອອກຈາກທ້າຍລົດກະບະດັ່ງກ່າວ ພ້ອມກັບເຄື່ອງນອນ ແລະໄປເຕົ້າໂຮມກັນຢູ່ໃນຕູບໄມ້ໄຜ່ຢູ່ໃກ້ຄຽງນັ້ນ.

ກຸ່ມທີ່ກ່າວມານີ້ ໄດ້ມາຈາກຢາງກຸ້ງເພື່ອສະແຫວງຫາການຝຶກແອບດ້ານການທະຫານ. ແນ່ນອນພວກເຂົາບໍ່ແມ່ນທະຫານ.

ການໄປມີໜ້າຂອງພວກເຂົາ ເປັນຜົນມາຈາກການສ້າງພັນທະມິດໃໝ່ ທີ່ກຳລັງເພີ້ມຂຶ້ນລະຫວ່າງພວກຜູ້ເຄາະຮ້າຍຈາກການໂຈມຕີຂອງກອງທັບມຽນມາເມື່ອບໍ່ດົນມານີ້ ກັບກອງກຳລັງສະໜັບສະໜຸນປະຊາທິປະໄຕ ແລະກຸ່ມຊົນເຜົ່າອື່ນໆທີ່ບໍ່ແມ່ນຊາວມຽນມາ ເຊັ່ນວ່າ ຊາວກະຫຼ່ຽງ ທີ່ໄດ້ມີສ່ວນກ່ຽວຂ້ອງ ໃນບັນຫາຂັດແຍ້ງກັບທະຫານຂອງມຽນມາ.

ຊາຍໜຸ່ມຜູ້ນຶ່ງໃນກຸ່ມ ໄດ້ອະທິບາຍເຖິງສາເຫດທີ່ກຸ່ມນີ້ ໄດ້ມາເຂົ້າຮ່ວມ.

ຊາຍຜົມດຳໃສ່ໜ້າກາກຜ່າຕັດເວົ້າວ່າ “ເມື່ອພວກເຮົາປະທ້ວງຢູ່ຕາມຖະໜົນຫົນ ທາງ ທະຫານກອງທັບຂອງມຽນມາແລະຕຳຫຼວດຍິງປືນໃສ່ພວກເຮົາ ແລະປາບປາມຕໍ່ການເດີນຂະບວນປະທ້ວງຂອງພວກເຮົາ ແຕ່ພວກເຮົາບໍ່ຢ້ານເພາະວ່າ ພວກເຮົາເຄີຍຢ້ານພວກເຂົາມາເປັນເວລາຫຼາຍປີ ແລະເທື່ອນີ້ພວກເຮົາຈະຕໍ່ສູ້ຕ້ານອຳນາດຂອງພວກເຂົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG