ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດານັກສືບສວນ ເລີ້ມຕົ້ນ ການວິເຄາະ ຫີບດຳສອງຫີບ ຂອງເຮືອບິນ ສາຍການບິນ ເອທີໂອເປຍ ທີ່ປະ​ສົບ ອຸ​ບັດ​ເຫດຕົກ

ພວກນັກສືບສວນ ສືບຕໍ່ວຽກງານເກັບກູ້ ຫຼັກຖານ ຢູ່ຈຸດເກີດເຫດ ບ່ອນທີ່ເຮືອບິນ ໂບອິ້ງ 737 ແມັກສ໌ 8 ໄດ້ຕົກ ບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນໃນວັນອາທິດຜ່ານມາ ໂດຍເຮັດໃຫ້ 157 ຄົນ ຢູ່ໃນເຮືອບິນທັງໝົດ ເສຍຊີວິດ, ໃກ້ໆກັບເມືອງ Bishoftu, ທາງພາກຕາເວັນອອກສຽງໃຕ້ ຂອງ ນະຄອນຫຼວງອາດິສ ອາບາບາ, ວັນທີ 15 ມີນາ 2019.

ໃນວັນສຸກວານນີ້ ບັນດານັກສືບສວນ ຢູ່ໃນຝຣັ່ງ ໄດ້ເລີ້ມຕົ້ນກວດສອບເບິ່ງ ຂໍ້ມູນ
ການບິນ ແລະການບັນທຶກສຽງ ຈາກເຮືອບິນສາຍການບິນຂອງເອທີໂອເປຍ ທີ່ໄດ້
ປະສົບອຸບັດຕິເຫດຕົກ ເມື່ອຕົ້ນສັບປະດານີ້ ໂດຍເຮັດໃຫ້ 157 ຄົນ ຢູ່ໃນເຮືອບິນ
ທັງໝົດເສຍຊີວິດ.

ເຮືອບິນໂບອິ້ງ 737 ແມັກສ໌ 8 ໄດ້ຕົກ ເມື່ອວັນອາທິດຜ່ານມາ ບໍ່ດົນຫຼັງຈາກ ທີ່ໄດ້
ບິນຂຶ້ນ ຈາກນະຄອນຫຼວງ ອາດິສ ອາບາບາ ຂອງເອທີໂອເປຍ ຊຶ່ງເປັນ ການຕົກຄັ້ງ
ທີສອງ ທີ່ກ່ຽວຂ້ອງກັບເຮືອບິນລຸ້ນໃໝ່ ຂອງບໍລິສັດໂບອິ້ງ ຫຼັງຈາກ ທີ່ເຮືອບິນອາຍ
ພົ່ນນີ້ ໄດ້ຕົກເມື່ອເດືອນຕຸລາ ຢູ່ອິນໂດເນເຊຍ.

ພວກຜູ້ຊາຍ ຍົກຫີບທີ່ບັນຈຸຫີບດຳສອງຫີບຈາກເຮືອບິນໂບອິ້ງ 737 ແມັກສ໌ 8 ຂອງສາຍການບິນເອທີໂອເປຍ ທີ່ໄດ້ເກີດອຸບັດຕິເຫດຕົກ, ຢູ່ນອກສຳນັກງານໃຫຍ່ ອົງການສືບສວນອຸບັດຕິເຫດທາງອາກາດ ຂອງຝຣັ່ງ ໃນນະຄອນ Le Bourget, ທາງພາກເໜືອຂອງປາຣີ, ຝຣັ່ງ, ວັນທີ 14 ມີນາ 2019.

ໃນຂະນະທີ່ບັນດາເຈົ້າໜ້າທີ່ ຈາກເອທີໂອເປຍ ກຳລັງນຳພາການສືບສວນສອບສວນ
ຢ່າງເປັນທາງການຢູ່ນັ້ນ ບັນດານັກຊ່ຽວຊານ ຈາກຝຣັ່ງ ແລະສະຫະລັດ ກໍໃຫ້ການ
ຊ່ອຍເຫຼືອນຳດ້ວຍ. ຜົນການກວດສອບ ໃນເບື້ອງຕົ້ນ ຈາກຂໍ້ມູນການບິນ ແລະເຄື່ອງ
ບັນທຶກສຽງ ອາດຈະໃຊ້ເວລາຫຼາຍໆມື້.

ໃນວັນສຸກມື້ດຽວກັນ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ໂອ້ລົມຜ່ານ
ທາງໂທລະສັບ ກັບນາຍົກລັດຖະມົນຕີ ຂອງເອທີໂອເປຍ ທ່ານ ອາບີ ອາເມດ ເພື່ອ
ສະແດງຄວາມເສຍໃຈ ສຳລັບພວກຄົນທັງຫຼາຍ ຜູ້ທີ່ໄດ້ເສຍຊີວິດ ໃນຖ້ຽວບິນດັ່ງ
ກ່າວນັ້ນ.

ທຳນຽບຂາວ ໄດ້ກ່າວວ່າ “ທ່ານປະທານາທິບໍດີ ໄດ້ກ່າວຢ້ຳເຖິງຄວາມໂສກເສົ້າ
ຂອງທ່ານ ກ່ຽວກັບການສູນເສຍຊີວິດແລະໄດ້ເນັ້ນຢ້ຳເຖິງຄວາມໝັ້ນໝາຍຂອງ
ສະຫະລັດ ທີ່ຈະຮ່ວມມືກັບລັດຖະບານຂອງເອທີໂອເປຍທີ່ເປັນພາຄີມາແຕ່ຍາວ
ນານ ແລະເປັນເພື່ອນມິດຂອງສະຫະລັດ ແລະບັນດາເຈົ້າໜ້າທີ່ຂອງອົງການ
ການບິນພົນລະເຮືອນສາກົນ ຈະລະບຸສາເຫດຂອງການຕົກນັ້ນ.”

ນາຍົກລັດຖະມົນຕີ ເອທີໂອເປຍ ທ່ານ ອາບີ ອາເມດ ກ່າວຕໍ່ສື່ມວນຊົນ ໃນລະຫວ່າງ ກອນປະຊຸມຖະແຫລງຂ່າວ ຢູ່ທີ່ ວັງ Elysee ໃນນະຄອນຫຼວງ ປາຣີ ຂອງຟຣັ່ງ, ວັນທີ 29 ຕຸລາ 2018.
ນາຍົກລັດຖະມົນຕີ ເອທີໂອເປຍ ທ່ານ ອາບີ ອາເມດ ກ່າວຕໍ່ສື່ມວນຊົນ ໃນລະຫວ່າງ ກອນປະຊຸມຖະແຫລງຂ່າວ ຢູ່ທີ່ ວັງ Elysee ໃນນະຄອນຫຼວງ ປາຣີ ຂອງຟຣັ່ງ, ວັນທີ 29 ຕຸລາ 2018.

ທຳນຽບຂາວກ່າວຕໍ່ໄປວ່າ ນາຍົກລັດຖະມົນຕີ ອາບີ ຍັງໄດ້ “ສະແດງຄວາມເສຍໃຈ
ຂອງທ່ານ ແກ່ບັນດາຄອບຄົວແລະເພື່ອນມິດ ຂອງຊາວອາເມຣິກັນ 8 ຄົນທີ່ໄດ້
ເສຍຊີວິດ ແລະທ່ານໄດ້ຂອບອົກຂອບໃຈ ທ່ານປະທານາທິບໍດີ ທຣຳ ສຳລັບ
ການຊ່ອຍເຫຼືອຂອງສະຫະລັດ ໃນການສືບສວນສອບສວນ ອຸບັດຕິເຫດດັ່ງກ່າວ.”

ບັນດານັກສືບສວນດ້ານການບິນ ກ່າວວ່າ ພວກເຂົາເຈົ້າ ໄດ້ພົບເຫັນຊິ້ນສ່ວນອັນນຶ່ງ
ຂອງຫາງເພື່ອຄວາມຄົງໂຕ ຢູ່ໃນສະພາບທີ່ຜິດປົກກະຕິ ໃນຊາກຫັກ ພັງຂອງເຮືອບິນ
ສາຍການບິນເອທີໂອເປຍ. ແຫລ່ງຂ່າວທີ່ຮູ້ເລື້ອງດີ ກ່ຽວກັບເຫດການນີ້ ກ່າວວ່າ ຕຳແໜ່ງຂອງຫາງເພື່ອຄວາມຄົງໂຕນັ້ນ ແມ່ນຄ້າຍຄືກັນກັບ ເຮືອບິນອາຍພົ່ນ Lion
Air ຂອງອິນໂດເນເຊຍ ທີ່ໄດ້ຕົກເມື່ອເດືອນຕຸລາ ປີກາຍນີ້.

ຂໍ້ມູນທີ່ໄດ້ຖືກບັນທຶກຈາກດາວທຽມ ສະແດງໃຫ້ເຫັນວ່າ ຖ້ຽວບິນ 302 ຂອງເຮືອບິນ
ໂດຍ​ສານ ສາຍການບິນເອທີໂອເປຍ ແລະ ຖ້ຽວບິນ 610 ຂອງສາຍ ການບິນ Lion
Air ໄດ້ບິນຢູ່ໃນລະດັບຄວາມສູງປ່ຽນໄປປ່ຽນມາແບບທີ່ຂຶ້ນໆລົງໆ ຫຼາຍຮ້ອຍຟຸດ ຊຶ່ງມັນບົ່ງຊີ້ໃຫ້ເຫັນວ່າ ພວກນັກບິນສູ້ຊົນທີ່ຈະຄວບຄຸມ ເຮືອບິນໄວ້. ໃນທັງສອງ
ກໍລະນີ ພວກນັກ​ບິນໄດ້ຂໍອະນຸຍາດ ເພື່ອບິນກັບຄືນ ໄປສະໜາມບິນ ຈາກບ່ອນທີ່
ພວກເຂົາເຈົ້າໄດ້ບິນອອກມານັ້ນ ພຽງບໍ່ເທົ່າໃດນາທີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG