ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສ​ປ​ຊ ກ່າວວ່າ ພະນັກງານ 16 ຄົນຂອງຕົນ ແລະຄອບຄົວ ຖືກກັກໂຕ ໃນເອທິໂອເປຍ


ອົບພະຍົບຊາວເອທິໂອເປຍຄົນນຶ່ງ ຢືນຢູ່ໃນຂະນະທີ່ນາງ ກຳລັງຈົດທະບຽນໂດຍອົງການຂ້າຫຼວງໃຫຍ່ເພື່ອອົບພະຍົບຂອງສປຊ ຫຼື UNHCR ຢູ່ທີ່ສູນ Um Rakuba ສຳລັບອົບພະຍົບຊາວເອທິໂອເປຍ ທີ່ຫລົບໜີການສູ້ລົບຢູ່ໃນຂົງເຂດທິເກຣຂອງປະເທດ, ຊຶ່ງຕັ້ງຢູ່ເຂດຊາຍແດນລະຫວ່າງຊູດານແລະເອທິໂອເອທິໂອເປຍ, ວັນທີ 28 ພະຈິກ 2020.
ອົບພະຍົບຊາວເອທິໂອເປຍຄົນນຶ່ງ ຢືນຢູ່ໃນຂະນະທີ່ນາງ ກຳລັງຈົດທະບຽນໂດຍອົງການຂ້າຫຼວງໃຫຍ່ເພື່ອອົບພະຍົບຂອງສປຊ ຫຼື UNHCR ຢູ່ທີ່ສູນ Um Rakuba ສຳລັບອົບພະຍົບຊາວເອທິໂອເປຍ ທີ່ຫລົບໜີການສູ້ລົບຢູ່ໃນຂົງເຂດທິເກຣຂອງປະເທດ, ຊຶ່ງຕັ້ງຢູ່ເຂດຊາຍແດນລະຫວ່າງຊູດານແລະເອທິໂອເອທິໂອເປຍ, ວັນທີ 28 ພະຈິກ 2020.

ອົງການສະຫະປະຊາຊາດ ຫຼື UN ໄດ້ກ່າວໃນວັນອັງຄານວານນີ້ ວ່າ ພະນັກງານຊາວເອທິໂອເປຍຂອງອົງການ 22 ຄົນ ໄດ້ຖືກຄວບຄຸມໂຕ ໂດຍລັດຖະບານກາງ ໃນນະຄອນຫຼວງອາດິສອາບາບາ ຫຼັງຈາກມີລາຍງານຂອງການເຂົ້າກວດຄົ້ນທີ່ແນເປົ້າໝາຍໃສ່ພວກຊົນເຜົ່າທິເກຣ. ພະນັກງານຂອງອົງການສະຫະປະຊາຊາດ 6 ຄົນດັ່ງກ່າວ ໄດ້ຖືກປ່ອຍໂຕ.

“ແນ່ນອນຢູ່ແລ້ວ ພວກເຮົາກຳລັງເຮັດວຽກກັບລັດຖະບານຂອງເອທິໂອເປຍ ເພື່ອໃຫ້ປ່ອຍໂຕພວກເຂົາເຈົ້າໃນທັນທີ” ໂຄສົກຂອງ UN ທ່ານສະແຕັບຟານ ດູຈາຣິກ (Stephane Dujarric) ໄດ້ກ່າວຕໍ່ບັນດານັກຂ່າວ ກ່ຽວກັບ 16 ຄົນ ຜູ້ທີ່ຍັງຄົງຖືກຄວບຄຸມໂຕຢູ່ນັ້ນ. ທ່ານກ່າວອີກວ່າ “ມັນເປັນສິ່ງຈຳເປັນທີ່ພວກເຂົາຄວນຖືກປ່ອຍໂຕ.”

ທ່ານໄດ້ກ່າວວ່າ ບໍ່ໄດ້ໃຫ້ຄຳອະທິບາຍໃດໆເລີຍສຳລັບການຄຸມຂັງພວກພະນັກງານດັ່ງກ່າວ ຜູ້ທີ່ເຮັດວຽກໃຫ້ແກ່ອົງການຕ່າງໆຂອງສະຫະປະຊາຊາດ. ທ່ານເວົ້າວ່າ “ພວກເຂົາບາງຄົນໄດ້ຖືກຄຸມໂຕມາໄດ້ບໍ່ເທົ່າໃດວັນຜ່ານມານີ້.” ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພຂອງ UN ໄດ້ເດີນທາງໄປຢ້ຽມຢາມພວກເຂົາ ຜູ້ທີ່ຍັງຢູ່ພາຍໃຕ້ການກັກຂັງຢູ່ນັ້ນ.

ໃນວັນທີ 30 ກັນຍາ ເອທິໂອເປຍ ໄດ້ເນລະເທດເຈົ້າໜ້າທີ່ດ້ານມະນຸດສະທຳຂອງອົງການສະຫະປະຊາດ 7 ຄົນ ໂດຍກ່າວວ່າ ພວກເຂົາໄດ້ແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດ.

ການປະກາດຂອງການກັກຂັງດັ່ງກ່າວມີຂຶ້ນພຽງນຶ່ງວັນຫຼັງຈາທີ່ຫົວໜ້າດ້ານມະນຸດສະທຳຂອງ UN ທ່ານມາຣຕິນ ກຣິຟຟິຕສ໌ (Martin Griffiths) ໄດ້ສິ້ນສຸດການຢ້ຽມຢາມປະເທດໄລຍະສີ່ວັນ ເພື່ອພະຍາຍາມທີ່ຈະປັບປຸງການເຂົ້າເຖິງໃນດ້ານການຊ່ອຍເຫຼືອຢູ່ໃນພາກເໜືອຂອງເອທິໂອເປຍ.

ທ່ານໄດ້ພົບປະກັບນາຍົກລັດຖະມົນຕີ ອາບີ ອາເມດ ແລະໄດ້ເດີນທາງໄປຍັງ ເມແຄລເລ ຊຶ່ງເປັນເມືອງເອກຂອງຂົງເຂດທິເກຣ ໄລຍະນຶ່ງວັນ.

ເມື່ອວັນພະຫັດທີ່ຜ່ານມາ ອັນເປັນຂີດໝາຍວັນຄົບຮອບນຶ່ງປີ ຄັ້ງທຳອິດຂອງການສົ່ງກຳລັງທະຫານເຂົ້າໄປໃນເຂດທິເກຣຂອງນາຍົກລັດຖະມົນຕີ ອາບີ ໃນການຕອບໂຕ້ຕໍ່ກອງກຳລັງຂອງກຸ່ມແນວໂຮມປົດປ່ອຍປະຊາຊົນຂອງທິເກຣ ຫຼື TPLF ທີ່ໄດ້ເຂົ້າຢຶດເອົາຖານທັບຕ່າງໆຂອງກອງທັບ.

ບັນຫາຂັດແຍ້ງທີ່ເກີດຂຶ້ນນັ້ນ ໄດ້ສັງຫານປະຊາຊົນຫຼາຍພັນຄົນ ແລະເຮັດໃຫ້ຫຼາຍລ້ານຄົນຕ້ອງຍົກຍ້າຍອອກຈາກເຮືອນຊານຂອງພວກເຂົາເຈົ້າ ແລະເຮັດໃຫ້ຫຼາຍລ້ານຄົນຕ້ອງການຄວາມຊ່ອຍເຫຼືອ ແລະພົນລະເມືອງຂອງທິເກຣ ຢ່າງໜ້ອຍ 400,000 ຄົນ ກຳລັງປະເຊີນກັບຄວາມອຶດຢາກ ອີງຕາມອົງການສະຫະປະຊາຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG