ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເອທີໂອເປຍ ເຂົ້າຢຶດຄອງພາກ​ພື້ນ ທິເກຣ ກ່ອນໜ້າການເຈລະຈາສັນຕິພາບ


ປະຊາຊົນຊາວເອທີໂອເປຍ ພາກັນປະທ້ວງຕໍ່ຕ້ານໃນສິ່ງທີ່ພວກເຂົາເຈົ້າຮ້ອງວ່າ ເປັນການແຊກແຊງຕໍ່ພາລະກິດພາຍໃນປະເທດໂດຍບຸກຄົນພາຍນອກ, ຢູ່ທີ່ບ່ອນຊຸມນຸມ ເຊິ່ງຈັດໂດຍຝ່າຍບໍລິຫານຂອງເມືອງ ຢູ່ໃນນະຄອນຫຼວງອາດິສອາບາບາ, ປະເທດເອທີໂອເປຍ, ວັນທີ 22 ຕຸລາ 2022.
ປະຊາຊົນຊາວເອທີໂອເປຍ ພາກັນປະທ້ວງຕໍ່ຕ້ານໃນສິ່ງທີ່ພວກເຂົາເຈົ້າຮ້ອງວ່າ ເປັນການແຊກແຊງຕໍ່ພາລະກິດພາຍໃນປະເທດໂດຍບຸກຄົນພາຍນອກ, ຢູ່ທີ່ບ່ອນຊຸມນຸມ ເຊິ່ງຈັດໂດຍຝ່າຍບໍລິຫານຂອງເມືອງ ຢູ່ໃນນະຄອນຫຼວງອາດິສອາບາບາ, ປະເທດເອທີໂອເປຍ, ວັນທີ 22 ຕຸລາ 2022.

ກອງກໍາລັງຂອງ ເອທີໂອເປຍ ແລະ ເອຣິເທ​ຣຍ ໄດ້ເຂົ້າຄວບຄຸມເມືອງ ແອດວາ (Adwa) ເຊິ່ງເປັນເມືອງປະຫວັດສາດ ສໍາລັບກຽມພ້ອມສູ້ລົບໃນຂົງເຂດພູມິພາກ ທິເກຣ, ພະນັກງານທີ່ເຮັດວຽກທາງດ້ານມະນຸດສະທໍາກ່າວໃນວັນອາທິດວານນີ້, ກ່ອນເລີ້ມຕົ້ນການເຈລະຈາສັນຕິພາບລະຫວ່າງພັກທີ່ກໍ່ສົງຄາມທັງສອງ. ໜ່ວຍງານທາງທະຫານຂອງເອທີໂອເປຍ ແລະເອຣິເທຣຍ ໄດ້ເຂົ້າຢຶດເມືອງແອດວາ ໃນວັນເສົາທີ່ຜ່ານມາ ໃນຂະນະທີ່ກອງກໍາລັງຂອງ ທິເກຣ ໄດ້ຖອຍອອກຈາກເມືອງ ລຸນຫຼັງທີ່ປະສົບກັບການ “ສູນເສຍຄັ້ງໃຫຍ່,” ເຊິ່ງພະນັກງານໃຫ້ຄວາມຊ່ວຍເຫຼືອໄດ້ບອກກັບບັນດາອົງການຂ່າວ. ມີການໂຈມຕີທາງອາກາດໃສ່ເມືອງ ແອດວາ ໃນວັນສຸກທີ່ຜ່ານມາ ເຮັດໃຫ້ມີພົນລະເຮືອນບາດເຈັບລົ້ມຕາຍທີ່ຍັງບໍ່ສາມາດລະບຸຈໍານວນໄດ້, ອີງຕາມການເປີດເຜີຍຂອງຜູ້ປະຕິບັດງານຢູ່ໃນຂົງເຂດດັ່ງກ່າວ ທີີ່ບໍ່ເປີດເຜີຍຊື່ເນື່ອງຈາກມີຄວາມກັງວົນກ່ຽວກັບຄວາມປອດໄພຂອງຕົນ, ອີງຕາມອົງການຂ່າວ AP.

ການສູນເສຍເມືອງ ແອດວາ ເປັນຄວາມຜ່ານແພ້ເທື່ອຫຼ້າສຸດຂອງບັນດາຜູ້ນໍາລີ້ທີ່ໄພທາງການເມືອງຂອງ ທິເກຣ, ເຊິ່ງໄດ້ເສຍການຄວບຄຸມເມືອງຕ່າງໆໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ. ລັດຖະບານກາງຂອງເອທີໂອເປຍກ່າວໃນວັນ ອັງຄານທີ່ຜ່ານມາວ່າ ພວກເຂົາເຈົ້າໄດ້ເຂົ້າຢຶດເອົາເມືອງ ຊາຍຣ໌ (Shire) ບ່ອນທີ່ເປັນຄ້າຍພັກສໍາລັບຜູ້ພັດຖິ່ນພາຍໃນປະເທດ, ພ້ອມທັງໃຫ້ຄໍາໝັ້ນວ່າ ຈະເຂົ້າຄວບຄຸມສະໜາມບິນຂອງ ທິເກຣ ນໍາອີກດ້ວຍ.

ກອງກໍາລັງທະຫານຂອງເອຣິເທຣຍ ກໍາລັງຕໍ່ສູ້ຄຽງບ່າຄຽງໄຫຼ່ກັບກອງທັບ ລັດຖະບານເອທີໂອເປຍຢູ່ໃນຂົງເຂດທີ່ມີຄວາມຂັດແຍ້ງ ທິເກຣ.

ອາຟຣິກາໃຕ້ ເປັນເຈົ້າພາບສໍາລັບການເຈລະຈາເພື່ອສັນຕິພາບໃນຄັ້ງນີ້, ເຊິ່ງ ຈັດໂດຍສະຫະພາບອາຟຣິກາ, ໂດຍນຶ່ງໃນເຈົ້າໜ້າທີ່ລັດຖະບານຂອງ ເອທີໂອເປຍ ກ່າວວ່າອາດຈະເລີ້ມຂຶ້ນໃນວັນທີ 24 ຕຸລາມື້ນີ້. ແຕ່ສະຫະພາບ ອາຟຣິກາເອງ ຍັງບໍ່ໄດ້ເປີດເຜີຍລາຍລະອຽດໃດໆກ່ຽວກັບການເຈລະຈາໃນຄັ້ງນີ້ ຖ້າຫາກວ່າພວກເຂົາຈະມີການເລີ້ມຕົ້ນເມື່ອໃດ.

ການເຈລະຈາດັ່ງກ່າວມີເປົ້າໝາຍທີ່ຈະເລີ້ມຕົ້ນຂຶ້ນໃນຊ່ວງຕົ້ນເດືອນຕຸລານີ້ ແຕ່ໄດ້ເລື່ອນອອກໄປເນື່ອງຈາກບັນຫາທາງດ້ານໂລຈິສຕິກ ແລະດ້ານເທັກນິກ ຕ່າງໆ.

ບັນດານັກການທູດຂອງປະເທດຕາເວັນຕົກ ແລະນັກການທູດປະເທດຕ່າງໆ ໄດ້ພາກັນສະແດງຄວາມຍິນດີກ່ຽວກັບການເຈລະຈາໃນຄັ້ງນີ້, ເຊິ່ງໄດ້ມີການ ຮຽກຮ້ອງໃຫ້ທັງສອງຝ່າຍຕົກລົງຍຸຕິການຍິງກັນໃນທັນທີທັນໃດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG