ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດໂຊມາເລຍ ຂອງເອທີໂອເປຍ ຫວັງວ່າ ຜູ້ນຳຄົນໃໝ່ ຈະນຳເອົາສັນຕິພາບມາໃຫ້



ທ່ານ ມຸສຕາຟາ ໂອມາ ຜູ້ທີ່ຫາກໍຖືກສະເນີີຊື່ໃຫ້ເປັນປະທານ
ປະຈຳເຂດຂອງໂຊມາເລຍຂອງເອທີໂອເປຍຊົ່ວຄາວ ນັ່ງ
ໃຫ້ສຳພາດກັບ ETV ຊຶ່ງເປັນສະຖານີຂອງລັດ.
ທ່ານ ມຸສຕາຟາ ໂອມາ ຜູ້ທີ່ຫາກໍຖືກສະເນີີຊື່ໃຫ້ເປັນປະທານ ປະຈຳເຂດຂອງໂຊມາເລຍຂອງເອທີໂອເປຍຊົ່ວຄາວ ນັ່ງ ໃຫ້ສຳພາດກັບ ETV ຊຶ່ງເປັນສະຖານີຂອງລັດ.

ໃນຕົ້ນເດືອນນີ້, ທ່ານ ມຸສຕາຟາ ໂອເມີ (Mustafa Omer) ໄດ້ໄປອາໄສຢູ່ນອກປະ
ເທດ. ແຕ່ຕອນນີ້, ທ່ານກຳລັງເປັນຜູ້ວ່າການປະທານພາກພື້ນ ໂຊມາເລຍ ຂອງປະ
ເທດ ເອທິໂອເປຍ ແລະ ເປັນຄົນນຶ່ງທີ່ມີອຳນາດສູງທີ່ສຸດຂອງປະເທດ.

ການພິກປີ້ນຢ່າງໃຫຍ່ນີ້ ໄດ້ເກິດຂຶ້ນໃນເວລາບໍ່ເຖິງສາມອາທິດ ຫຼັງຈາກກອງກຳ
ລັງລັດຖະບານກາງ ໄດ້ບຸກເຂົ້າເມືອງຫຼວງ ຈິຈິກາ (Jijiga) ຂອງພາກພື້ນດັ່ງກ່າວ,
ແລະ ໄດ້ບັງຄັບປະທານພາກພື້ນຄົນກ່ອນ, ທ່ານ ອັບດີ ໂມຮາມູດ ໂອມາ, ທັງຮູ້
ກັນວ່າ ເປັນຜູ້ມີຊື່ນຶ່ງອີກວ່າ ອັບດີ ອິລເລ (Abdi Illey) ໄດ້ລົງຈາກຕຳແໜ່ງ.

ດ້ວຍການທີ່ບໍ່ມີປະສົບການດ້ານການເມືອງ ແລະ ບໍ່ໄດ້ຮັບການມອບໝາຍຈາກ
ປະຊາຊົນ 4 ລ້ານ 5 ແສນຄົນທີ່ທ່ານຈະນຳພານັ້ນ, ທ່ານ ມຸສຕາຟາ ຈະປະເຊີນ
ກັບສິ່ງທ້າທາຍທີ່ຫຍຸ້ງຍາກຕ່າງໆ ໃນການແກ້ໄຂຄວາມເຄັ່ງຕຶງຂອງຊົນເຜົ່າ ແລະ
ສ້າງຄວາມດຸ່ນດ່ຽງໃຫ້ແກ່ຄວາມປາຖະໜາຢາກທຳການຕັດສິນໃຈເອງຂອງປະຊາ
ຊົນ ໂຊມາເລຍ ໃນບົດບາດຂອງເຂົາເຈົ້າ ໃນລັດຖະບານສະຫະພັນທະລັດຂອງ
ເອທິໂອເປຍ.

ແຕ່ຄຳເວົ້າທີ່ໄດ້ຮັບຄວາມນິຍົມຂອງທ່ານ ມຸສຕາຟາ ກັບປະຫວັດສ່ວນຕົວຂອງ
ທ່ານນັ້ນ ໄດ້ສ້າງຄວາມຫວັງຕ່າງໆວ່າ ທ່ານແມ່ນຄົນທີ່ເໝາະສົມ ທີ່ຈະເປັນຜູ້ນຳ
ໜ້າຂອງພາກພື້ນ ໂຊມາເລຍ ຜ່ານການປ່ຽນແປງທີ່ທ້າທາຍຫຼາຍໄລຍະ.

ທ່ານ ມຸສຕາຟາ, ນັກເຄື່ອນໄຫວຄົນສຳຄັນ, ໄດ້ກ່າວຕໍ່ວີໂອເອ ພະແນກ ໂຊມາ
ເລຍວ່າ ທ່ານຈະຍົກບັນຫາສິທິມະນຸດຂຶ້ນມາ ໃຫ້ເປັນບຸລິມະສິດສູງສຸດໃນບົດ
ບາດໃໝ່ຂອງທ່ານ.

ທ່ານ ມຸສຕາຟາ ກ່າວວ່າ “ນັບຕັ້ງແຕ່ປີ 1954 ເປັນຕົ້ນມາ,ໃນເວລາທີ່ພາກພື້ນໄດ້
ຕົກຢູ່ໃຕ້ການປົກຄອງຂອງ ເອທິໂອເປຍ ນັ້ນ, ມັນບໍ່ໄດ້ມີປະຊາທິປະໄຕ ແລະ
ສິດທິມະນຸດເລີຍ.”

ທ່ານ ກ່າວວ່າ “ໃນ 27 ປີທີ່ຜ່ານມາ, ປະຊາຊົນຢູ່ໃນພາກພື້ນໄດ້ອາໄສຢູ່ພາຍໃຕ້
ອາຊະຍາກຳຕໍ່ມວນມະນຸດທີ່ຮຸນແຮງ, ເຊິ່ງແມ່ນສິ່ງທີ່ເຈັບປວດທີ່ສຸດທີ່ໄດ້ເກີດຂຶ້ນ
ໃນ 10 ປີທີ່ຜ່ານມາ, ສະນັ້ນພວກເຮົາຈຶ່ງຈະນຳເອົາສິດທິມະນຸດກັບຄືນມາ.”

ທ່ານ ມຸສຕາຟາ ຍັງໄດ້ກ່າວວ່າ ທ່ານມີແຜນ ທີ່ຈະສ້າງພື້ນທີ່ໄວ້ ສຳລັບການຕຳໜິບໍ່
ເຫັນດ້ວຍ ກ່ຽວກັບ ລັດຖະບານຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG