ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມ 49ers ຂອງ ແຊນ ແຟຣນຊິສໂກ, Chiefs ຂອງ Kansas City ຈະປະເຊີນໜ້າກັນ ໃນຮອບຊະນະເລີດຂອງ NFL


ທີມຍັກໃຫຍ່ ແຊນ ແຟຣນຊິສໂກ ແລະທີມ Chiefs ຂອງ Kansas City ຈະແຂ່ງຂັນກັນໃນຮອບຊະນະເລີດ Super Bowl ໃນວັນທີ 11 ກຸມພາ 2024.
ທີມຍັກໃຫຍ່ ແຊນ ແຟຣນຊິສໂກ ແລະທີມ Chiefs ຂອງ Kansas City ຈະແຂ່ງຂັນກັນໃນຮອບຊະນະເລີດ Super Bowl ໃນວັນທີ 11 ກຸມພາ 2024.

ທີມ 49ers ຂອງ ແຊນ ແຟຣນຊິສໂກ ແລະທີມ Chiefs ຂອງ Kansas City ມີກຳນົດຈະປະເຊີນໜ້າກັນໃນວັນທີ 11 ກຸມພາ ທີ່ຈະມາເຖິງນີ້ ໃນການຊີງ​ແຊ້ມຂັນ Super Bowl ຂອງສະຫະພັນບານເຕະແຫ່ງຊາດ ຫຼື NFL.

ການແຂ່ງຂັນ​ທີ່​ນະ​ຄອນ ລາສ ເວກັສ ປະກອບມີສອງທີມຊັ້ນນໍາ ຈາກລະດູການຂອງ NFL.

ທີ​ມ​ຈາກແຊນ ​ແຟຣນຊິສໂກ ໄດ້ກ້າວໄປສູ່ກ​ານ​ແຂ່ງ​ຂັນປະຈໍາປີ ຂອງກິລາບານເຕະອາເມຣິກັນ ໂດຍການເອົາຊະນະທີມ ດີທຣອຍ ລາຍອອນ (Detroit Lions) ໃນວັນອາທິດວານນີ້, ເຖິງແມ່ນຈະມີຄະແນນນໍາຫຼັງທີມ ດີທຣອຍ 24 ຕໍ່ 7 ໃນເຄິ່ງເວລາທໍາອິດກໍຕາມ.

ທີມຈາກ Kansas City ໄດ້ເຂົ້າແຂ່ງຂັນ Super Bowl ຂອງຕົນໂດຍການຊະນະທີມ Baltimore Ravens ດ້ວຍຄະແນນ 17 ຕໍ່ 10 ໃນວັນອາທິດວານນີ້.

ສໍາລັບ​ທີມ Kansas City, ການແຂ່ງຂັນ Super Bowl ແມ່ນການແຂ່ງຂັນທີ່ລຶ້ງເຄີຍສໍາລັບພວກເຂົາເຈົ້າ, ໂດຍທີມດັ່ງກ່າວ ມີກໍານົດທີ່ຈະແຂ່ງຂັນ championship ຄັ້ງທີສີ່ຂອງຕົນ ໃນໄລຍະເວລາ 5 ປີ. ທີມດັ່ງກ່າວ ຍັງພະຍາຍາມຫາໂອກາດໃຫ້ກາຍມາເປັນຜູ້ຊະນະອີກຄັ້ງ ໃນຮອບເກືອບ 20 ປີ.

ທີມ​ແຊນ ແຟຣນຊິສໂກ ຫຼິ້ນຄັ້ງສຸດທ້າຍໃນ Super Bowl ເມື່ອສີ່ປີກ່ອນ ໂດຍການເສຍໄຊໃຫ້ແກ່ທີມ Kansas City.

ການແຂ່ງຂັນ ແມ່ນນຶ່ງໃນລາຍການໂທລະພາບທີ່ມີຄົນເບິ່ງຫຼາຍທີ່ສຸດຂອງປີ. ເກມການແຂ່ງຂັນໃນປີກາຍນີ້ພົບວ່າ ມີຜູ້ຊົມຕິດຕາມຫຼາຍກວ່າ 115 ລ້ານຄົນຢູ່ໃນສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG