ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຮຽກໂຕ ທູດເທີກີ ເຂົ້າພົບ ກ່ຽວກັບ ການປະທະກັນ ຢູ່ນອກ ສະຖານທູດ


Turkish President Erdogan Watched Violent Clash Near Embassy
please wait

No media source currently available

0:00 0:01:22 0:00

ປະທານາທິບໍດີເທີກີ ທ່ານ Erdogan ເບິ່ງການປະທະກັນ ຢ່າງຮຸນແຮງ ໃກ້ກັບສະຖານທູດເທີກີ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຮຽກ​ໂຕ​ເອກ​ອັກຄະ​ລັດ​ຖະ​ທູດ​ເທີ​ກີ​ເຂົ້າພົບ ຫລັງ​
ຈາ​ກພວກ​ອາລັກຂາ ​ແລະ​ພວກ​ສະໜັບສະໜູນ​ປະທານາທິບໍດີ Recep Tayyip
Erdogan ຕີ​ພວກ​ປະ​ທ້ວງ​ຢູ່​ນອກ​ສະຖານທູດ​ເທີ​ກີ ໃນ​ຕົ້ນ​ອາທິດ​ນີ້.

ເຈົ້າ​ໜ້າ​ທີ່​ກະຊວງ​ກຕ່າງປະ​ເທດ​ຄົນ​ນຶ່ງ​ກ່າວ​ວ່າ ​ເອກ​ອັກຄະ​ລັດຖະທູດ Serdar Kilic
​ໄດ້​ພົບ​ປະ​ກັບຮອງ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Thomas Shannon ​ໃນ​ວັນ​ພຸດ​ທີ່​
ຜ່ານ​ມາ ນຶ່ງ​ມື້​ຫລັງ​ຈາກ​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ ຢູ່ທີ່​ສະ​ຖານ​ທູດ.

Demonstration at Turkish Embassy in DC Turns Violent
please wait

No media source currently available

0:00 0:01:26 0:00

ໂຄສົກກະຊວງ​ຕ່າງປະ​ເທດ ທ່ານ​ນາງ Heather Nauert ກ່າວ​ວ່າ “ຄວາມ ຮຸນແຮງ
ບໍ່ເຄີຍເປັນວິທີ​ການ​ທີ່​ເໝາະ​ສົມ ​ໃນ​ການ​ຕອບ​ໂຕ້​ ຕໍ່ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ
​ແລະພວກ​ເຮົາ​ສະໜັບສະໜູນ​ສິດທິ​ຂອງ​ສ່ວນ​ບຸກຄົນ​ຢູ່​ທຸກ​ແຫ່ງ ​ຫົນ ​ໃຫ້​ມີ​ເສລີພາບ
ໃນ​ການສະ​ແດງອອກ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ​ການປະ​ທ້ວງ​ແບບ​ສັນຕິ. ພວກ​ຂໍ​ສະ​ແດງຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ ຕໍ່​ລັດຖະບານ​ເທີ​ກີ​ໃນ​ຄວາມ​ເວົ້າທີ່​ແຮງ​ທີ່​ສຸດ.”

ສະມາຊິກ​ສະພາ​ສູງ John McCain ປະທານ​ຄະນະ​ກຳມະການກອງທັບຂອງ ສະພາ
​ສູງ ຕ້ອງການ​ໃຫ້ເອົາ​ມາດ​ຕະການ​ທີ່ເຂັ້ມ​ແຂງ​ກວ່າ​ນີ

ບັນດາສະມາຊິກສະພາສູງ ທ່ານ John McCain ແລະທ່ານນາງ Dianne Feinstein ຂຽນໜັງສືຫາ ລັດຖະບານເທີກີ.
ບັນດາສະມາຊິກສະພາສູງ ທ່ານ John McCain ແລະທ່ານນາງ Dianne Feinstein ຂຽນໜັງສືຫາ ລັດຖະບານເທີກີ.

Anti-Erdogan Protesters Say They Were Attacked by President's Bodyguards
please wait

No media source currently available

0:00 0:02:03 0:00

ທ່ານ McCain ກ່າວ​ຕໍ່​ໂທລະພາບ MSNBC ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ພວກ​ເຮົາ​ສົມ
ຄວນໄລ່ເອກ​ອັກຄະ​ລັດຖະທູດ​ເຂົາ​ເຈົ້າ ​ໃຫ້​ໜີອອກ​ຈາກ​ສະຫະລັດ​ອາ​ເມ ຣິກາ.”

ພວກປະທ້ວງສະໜັບສະໜູນເທີກີ ພະຍາຍາມດືງປ້າຍພວກປະທ້ວງ.
ພວກປະທ້ວງສະໜັບສະໜູນເທີກີ ພະຍາຍາມດືງປ້າຍພວກປະທ້ວງ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ຄົນ​ອື່ນໆ​ ຍັງໄດ້​ຕິຕຽນ ​ພວກ​ສະໜັບສະໜູນ ທ່ານ
Erdogan ວ່າ​ເປັນ​ພວກ​ບຸກລຸກ​ຕໍ່​ຕ້ານ​ພວກ​ປະ​ທ້ວງ​ດ້ວຍ​ຄວາມ​ສະຫງົບ ​ໂດຍກ່າວ​
ວ່່າ ການ​ປະ​ຕິ​ບັດ​ຂອງ​ເຂົາ​ເຈົ້າ ​ຢູ່​ນອກ​ບ້ານ​ພັກ​ເອກ​ອັກຄະ​ລັດຖະທູດ​ເທີ​ກີ ລະ​ເມີດ​
ຕໍ່​ການຄຸ້ມ​ຄອງ​ສິດ​ເສລີພາບ ການ​ປາກ​ເວົ້າ​ຂອງອາ​ເມຣິກັນ.

Turkish Protest Outside Brookings Institution in Washington D.C.
please wait

No media source currently available

0:00 0:01:34 0:00

ສະຖານທູດຖິ້ມ​ໂທດ​ການ​ກໍ່​ຄວາ​ມຮຸນ​ແຮງ​ນີ້ ​ໃສ່​ກຸ່​ມທີ່​ເຊື່ອມ​ໂຍງ​ກັບພັກກຳມະກອນ
Kudistan ຫຼື PKK ​ໂດຍກ່າວ​ວ່າ ​ເຂົາ​ເຈົ້າ “ກໍ່ກວນ​ຮຸກ​ຮາມຕໍ່​ຊາວ​ອາເມຣິກັນ​ເຊື້ອ
ສາຍເທີ​ກີ ຜູ້​ທີ່​ໄດ້​ເຕົ້າ​ໂຮ​ມກັນ​ຕ້ອນ​ຮັບປະທນາ​ທິບໍດີ Erdogan.

ຖະ​ແຫລ​ງການ​ສະຖານທູດ​ກ່າວ​ວ່າ “ຄວາ​ມຮຸນ​ແຮງ ​ແລະການ​ບາດ​ເຈັບ​ແມ່ນ​ເປັນ
​ຜົນ​ຂອງການ​ປະ​ທ້ວງກໍ່ກວນທີ່​ບໍ່​ໄດ້​ຮັບ​ອະນຸຍາດ.”

​ເທີ​ກີ​ຖື​ວ່າ ກຸ່ມ PKK ​ເປັນ​ພວກ​ກໍ່​ການ​ຮ້າຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG