ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເອີ​ດູ​ອານ ຂົ່ມ​ຂູ່​ຈະ​ຂະ​ຫຍາຍ ສາຍ​ພົວ​ພັນ​ ກັບ ຣັດ​ເຊຍ ນອກ​ຈາກ ສຫລ ຢຸດ​ການ​ຫ້າມ​ຂາຍ ເຮືອ​ບິນ​ລົບ


ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ​ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ທີ່​ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ. 6 ພະ​ຈິກ, 2019.
ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ​ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ທີ່​ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ. 6 ພະ​ຈິກ, 2019.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ຂົ່ມ​ຂູ່​ທີ່​ຈະ​ຂະຫຍາຍ​ສາຍ​ພົວ​ພັນ​ທາງ​ທະ​ຫານ​ກັບ ມົ​ສ​ກູ ນອກ​ຈາກວ່າ ສະ​ຫະ​ລັດ ຍົກ​ເລີກ ການຫ້າມ ກ່ຽວ​ກັບ ການ​ຂາຍ​ເຮືອ​ບິນ​ລົບ​ທີ່​ສຳ​ຄັນ.

ການ​ເຕືອນ​ດັ່​ງ​ກ່າວ​ໄດ້​ມີ​ຂຶ້ນ​ກ່ອນ​ການ​ປະ​ຊຸມ​ທີ່​ໄດ້​ວາງ​ແຜນ​ເອົາ​ໄວ້ໃນ​ອາ​ທິດ​ໜ້າ ​ລະ​ຫວ່າງ​ທ່ານ ເອີ​ດູ​ອານ ກັບ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ເທີ​ກີ ມີ​ກຳ​ນົດ​ທີ່​ຈະ​ຊື້​ເຮືອ​ບິນ​ Su-35, ເຊິ່ງ​ແມ່ນ​ເຮືອ​ບິນ​ລົບ​ຖິ້ມ​ລະ​ເບີດລຸ້ນ​ໃໝ່​ຫຼ້າ​ສຸດ​ຂອງ ຣັດ​ເຊຍ. ປະ​ເທດ​ດັ່ງ​ກ່າວ​ແມ່ນ​ໄດ້​ທຳ​ການ​ທ້າ​ທາຍ​ທີ່​ໜ້າ​ຕົກ​ໃຈ​ກັບ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ ດ້ວຍ​ການ​ຈັດ​ຊື້​ລະ​ບົບ​ຍິງ​ລູກ​ສອນ​ໄຟ​ S-400 ຂອງ ຣັດ​ເຊຍ.

ທ່ານ ເອີ​ດູ​ອານ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ “ເວ​ລາ​ທີ່​ພວກ​ເຮົາ​ຊື້​ລະ​ບົບ S-400, ພວກ​ເຮົາ​ບໍ່​ໄດ້​ຂໍ​ອະ​ນຸ​ຍາດ​ໃຜ. ສະ​ນັ້ນ, ຖ້າ​ພວກ​ເຮົາ​ທຳ​ການ​ຕັດ​ສິນ​ໃຈຈະ​ຊື້ເຮືອ​ບິນ​ Su-35, ພວກ​ເຮົາ​ກໍ​ຈະ​ຊື້​ມັນ.”

ທ່ານ ເອີ​ດູ​ອານ ໄດ້​ລະ​ບຸວ່າ ​ການ​ຕັດ​ສິນ​ໃຈ​ຂັ້ນ​ສຸດ​ທ້າຍ ກ່ຽວ​ກັບ ການ​ຊື້​ເຮືອ​ບິນ​ລົບ​ຂອງ ຣັດ​ເຊຍ ອາດ​ຈະ​ຂຶ້ນ​ກັບ ວໍ​ຊິງ​ຕັນ. ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ ທ​ຣຳ ຢຸດການຫ້າມ​ຂາຍ​ເຮືອ​ບິນຫຼົບ F-35 ຂອງ ອາ​ເມ​ຣິ​ກາ ໃຫ້ ເທີ​ກີ.

ການ​ເກືອດ​ຫ້າມ​ຂອງ ສະ​ຫະ​ລັດ ແມ່ນ​ໄດ້​ກຳ​ນົດ​ຂຶ້ນ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ທີ່​ລັດ​ຖະ​ບານ ອັງ​ກາ​ຣາ ຊື້​ລະ​ບົບ S-400, ເຊິ່ງ ວໍ​ຊິງ​ຕັນ ອ້າງ​ວ່າ​ໄດ້​ລະ​ເມີດ​ລະ​ບົບ​ອາ​ວຸດ​ຂອງ​ອົງ​ການ NATO, ໂດຍ​ສະ​ເພາະ​ເທັກ​ໂນ​ໂລ​ຈີ​ຂອງ​ເຮືອ​ບິນ​ລົບ F-35.

ທ່ານ​ເອີ​ດູ​ອານ​ກ່າວ​ວ່າ “ຖ້າ​ບັນ​ຫາ​ເຮືອ​ບິນ​ລົບ F-35 ຫາກ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ພວກ​ເຮົາ​ກໍ​ຈະ​ເອົາ​ມາດ​ຕະ​ການ​ທີ່​ຈຳ​ເປັນ.”

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ຕ້ອນ​ຮັບ​ທ່ານ ເອີ​ດູ​ອານ ໃນ​ງານ​ວາງ​ສະ​ແດງ​ເຮືອ​ບິນ​ທີ່​ນະ​ຄອນຫຼວງ ມົ​ສ​ກູ ເມື່ອ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ ບ່ອນ​ທີ່​ເຮືອ​ບິນ​ລົບ Su-35 ໄດ້​ຖືກ​ນຳ​ໄປ​ວາງ​ສະ​ແດງ.

ໃນ​ເດືອນ​ຕຸ​ລາ​ແລ້ວນີ້, ໜັງສື​ພິມ ຊາ​ບາ ຂອງ​ເທີ​ກີ, ເຊິ່ງ​ມີ​ສາຍ​ພົວ​ພັນ​ອັນ​ໃກ້​ຊິດ​ກັບ​ລັດ​ຖະ​ບານ, ໄດ້​ລາຍ​ງານ​ວ່າ ອັງ​ກາ​ຣາ ແມ່ນ​ໃກ້​ຈະຊື້ ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ຂອງ ຣັດ​ເຊຍ 36 ລຳແລ້ວ.

ຫົວ​ໜ້າ​ຂອງກະ​ຊວງ ການ​ຮັບ​ໃຊ້​ທາງ​ທະ​ຫານ ແລະ ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ ລັດ​ຖະ​ບານ​ກາງ​ຂອງ ຣັດ​ເຊຍ, ທ່ານ ດິ​ມິ​ທ​ຣີ ຊູ​ກາ​ເຢ​ຟ, ໄດ້​ຢືນ​ຢັນ​ໃນ​ເດືອນ​ທີ່​ຜ່ານ​ມາ​ວ່າ ການ​ເຈ​ລະ​ຈາ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່​ສຳ​ລັບ​ການ​ຈັດ​ສົ່ງ ແລະ ຄວາມ​ເປັນ​ໄປ​ໄດ້​ ກ່ຽວ​ກັບ ການ​ຜະ​ລິດ​ເຮືອ​ບິນ​ລົບ Su-35 ກັບ​ເຮືອ​ບິນ​ລົບ Su-57 ທີ່​ມີ​ຄວາມ​ກ້າວ​ໜ້າກວ່າ, ເຊິ່ງ​ຍັງ​ບໍ່​ໄດ້​ເຂົ້າ​ສູ່​ການ​ຜະ​ລິດ​ຢ່າງ​ເຕັມ​ທີ່​ເທື່ອ. ທ່ານ ຊູ​ກາ​ເຢ​ຟ ໄດ້​ຮັບ​ຮູ້​ວ່າ ສັນ​ຍາ​ຕ່າງໆ​ແມ່ນ​ຍັງ​ບໍ່​ໄດ້​ມີ​ການ​ເຊັນ​ເທື່ອ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG