ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ເວົ້າ​ວ່າ ຈະ​ຮ່ວມ​ຜະ​ລິດ ລະ​ບົບ​ລູກ​ສອນ​ໄຟ S-500 ກັບ​ ຣັດ​ເຊຍ


ປ​ະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ, ກ່າວ​ຄຳ​ປາ​ໄສ​ໃນ​ສະ​ພາ​ແຫ່ງ​ຊາດ. ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ. 7 ພຶດ​ສະ​ພາ, 2019.
ປ​ະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ, ກ່າວ​ຄຳ​ປາ​ໄສ​ໃນ​ສະ​ພາ​ແຫ່ງ​ຊາດ. ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ. 7 ພຶດ​ສະ​ພາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ການ
ຊື້ລະບົບອາວຸດ S-400 ຈາກ ຣັດເຊຍ ແມ່ນຂໍ້ຕົກລົງທີ່ໄດ້ເຮັດນຳກັນ, ແລະ ໄດ້ກ່າວ
ຕື່ມວ່າ ລັດຖະບານ ອັງກາຣາ ຈະຮ່ວມຜະລິດລະບົບອາວຸດ S-500 ກັບລັດຖະບານ
ມົສກູ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ເອີ້ນ​ແຜນ​ການ​ຊື້​ລະ​ບົບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ S-
400 ຂອງ ເທີກີ ວ່າ “ເປັນບັນຫາໃຫຍ່,” ໂດຍກ່າວວ່າ ມັນຈະມີຄວາມສ່ຽງກັບການເປັນ
ຄູ່ຮ່ວມຂອງ ອັງກາຣາ ໃນການເຮັດໂຄງການ ເຮືອບິນຮົບ F-35 ຮ່ວມກັນ ເພາະວ່າ
ມັນຈະເປັນໄພຕໍ່ເຮືອບິນຮົບ, ທີ່ເຮັດໂດຍບໍລິສັດ ລັອກຮີດ ມາຕິນ.

ແນວ​ໃດ​ກໍ​ຕາມ, ທ່ານ ເອີ​ດູ​ອານ ກໍ​ໄດ້​ກ່າວ​ໃນ​ການ​ປະ​ຊຸມ​ຖາມ ແລະ ຕອບ​ຄຳ​ຖາມ​
ອອກໂທລະພາບ ກັບພວກນັກສຶກສາມະຫາວິທະຍາໄລ ໃນນະຄອນ ອິສຕານບູລ ວ່າ
ເທີກີ ໄດ້ດຳເນີນວຽກງານດ້ານເຕັກນິກ ແລະ ໄດ້ພົບວ່າ ບັນຫາດັ່ງກ່າວແມ່ນບໍ່ມີ.

ທ່ານ​ໄດ້​ກ່າວ​ວ່າ “ເຂົາ​ເຈົ້າ (ສະ​ຫະ​ລັດ) ຕອນນີ້​ແມ່ນກຳ​ລັງ​ສົ່ງ​ໝາກ​ບານ​ໄປ​ມາ​ຢູ່​ກາງ​
ສະໜາມ, ສະແດງຄວາມບໍ່ເຕັມໃຈບາງຢ່າງ. ແຕ່ໃນບໍ່ໄວ ຫຼື ບໍ່ຊ້ານີ້, ພວກເຮົາກໍຈະ
ໄດ້ຮັບເຮືອບິນຮົບ F-35. ການທີ່ ສະຫະລັດ ຈະບໍ່ສົ່ງໃຫ້ນັ້ນແມ່ນບໍ່ໄດ້ຢູ່ໃນຕົວເລືອກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG