ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຫົວໜ້າອົງການ ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ ຖືກສອບ​ຖາມ ເລື່ອງ​ຈັນ​ຍາ​ບັນ ​ແລະ​ການ​ໃຊ້​ຈ່າຍ​ ບໍ່ຖືກ​ຫຼັກການ


ທ່ານ​ສະ​ກັອດ ພຣູອິດ (Scott Pruitt) ຫົວໜ້າອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ສະຫະລັດ ຕອບຄໍາຖາມ ໃນຂະນະທີ່ທ່ານໄປປ້ອງກັນ ຢູ່ໃນກອງປະຊຸມ​ຮັບ​ຟັງ​ຄຳໃຫ້ການ​ເລື່ອງ​ປົກປ້ອງສິ່ງແວດລ້ອມ ຢູ່ໃນຫ້ອງການລັດຖະສະພາ ໃນວັນທີ 30 ມັງກອນ, 2018.
ທ່ານ​ສະ​ກັອດ ພຣູອິດ (Scott Pruitt) ຫົວໜ້າອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ສະຫະລັດ ຕອບຄໍາຖາມ ໃນຂະນະທີ່ທ່ານໄປປ້ອງກັນ ຢູ່ໃນກອງປະຊຸມ​ຮັບ​ຟັງ​ຄຳໃຫ້ການ​ເລື່ອງ​ປົກປ້ອງສິ່ງແວດລ້ອມ ຢູ່ໃນຫ້ອງການລັດຖະສະພາ ໃນວັນທີ 30 ມັງກອນ, 2018.

ທ່ານ​ສະ​ກັອດ ພຣູອິດ (Scott Pruitt) ຫົວໜ້າອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ສະຫະລັດ ມີ​ກໍານົດ​ທີ່​ຈະ​ໄປ​ຕອບ​ຄໍາ​ຖາມ​ຂອງ​ບັນດາ​ສະມາຊິກ​ລັດຖະສະພາ​ ໃນ​
ວັນ​ພະຫັດ​ມື້ນີ້ ກ່ຽວກັບ​ການ​ກ່າວຫາ​ໃນ​ເລື່ອງ​ຈັນ​ຍາ​ບັນ ​ແລະ​ການ​ໃຊ້​ຈ່າຍ​ບໍ່ຖືກ​ຫລັກການ ​ໃນ​ລະຫວ່າງ​ທີ່​ທ່ານ​ກໍາ​ຕໍາ​ແໜ່ງຢູ່​ນີ້.

ທ່ານພຣູອິດ ຈະ​ຕ້ອງ​ໄປ​ປາກົດ​ໂຕ​ ຕໍ່ໜ້າ​ອະນຸກໍາມະການຂອງ​ສະພາ​ຕໍ່າ 2 ຄະນະ​ເພື່ອ​ເຂົ້າຮ່ວມ​ຮັບ​ຟັງ​ຄຳໃຫ້ການ​ເລື່ອງ​ງົບປະມານ​ຂອງ​ອົງການ, ​ແຕ່​ວ່າ​ບັນດາ​ສະມາຊິກ​ລັດຖະສະພາ​ຢາກ​ໄດ້​ຮັບ​ຄໍາ​ຕອບ​ກ່ຽວກັບ​ການ​ໃຊ້​ຈ່າຍ​ຂອງ​ທ່ານ ໃນ​ການ​ເດີນທາງ ໂດຍທາງເຮືອບິນ ​ທີ່​ໃຊ້ບ່ອນນັ່ງ​ຊັ້ນ 1​, ລາຍ​ລະອຽດກ່ຽວກັບ​ການ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ການ​ເຊົ່າ​ຫ້ອງພັກ​ຫ້ອງ​ນຶ່ງ​ໄວ້​ໃຫ້​ທ່ານຢູ່​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ.

ຫ້ອງການ​ກວດ​ສອບ ຄວາມ​ຖືກຕ້ອງ ຂອງ​ລັດຖະບານ ​ກ່າວໃນຕົ້ນເດືອນ​ນີ້ວ່າອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ລະ​ເມີດ​ກົດໝາຍ ​ເມື່ອ​ອົງການ​ດັ່ງກ່າວ​ ໄດ້​ອະນຸມັດ​ເງິນ​ຈໍານວນ 43,000 ​ໂດ​ລາ ​ເພື່ອ​ສ້າງຫ້ອງ​ນ້ອຍ​ສ່ວນ​ຕົວ​ທີ່​ກັນ​ສຽງ​ໄດ້​ໃຫ້ແກ່ທ່ານພຣູອິດ​ໃຊ້.

ອົງການ​ປົກປ້ອງສິ່ງແວດລ້ອມ​ໄດ້​ກ່າວປ້ອງ​ກັນ​ການ​ໃຊ້​ຈ່າຍ​ດັ່ງກ່າວ​ວ່າມັນ​ເປັນ​ການ​ຈໍາ​ເປັນ​ ເພື່ອ​ເຮັດ​ໃຫ້​ທ່ານພຣູອິດ ປອດ​ໄພຈາກ​ການ​ຖືກ​ນາບ​ຂູ່ ​ແລະ​ປະຕິບັດ​ວຽກງານ​ທີ່​ເປັນຄວາມ​ລັບ​ໄດ້​ດີ.

ສະມາຊິກ​ລັດຖະສະພາຈາກ​ພັກຣີພັບ​ບລິ​ກັນ​ບາງ​ທ່ານ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ນໍາສະມາ
ຊິກສ່ວນໃຫຍ່ຂອງ​ພັກ​ເດ​ໂມ​ແຄຣັດທີ່​ໄດ້​ຮຽກຮ້ອງ​ໃຫ້​ທຳ​ການ​ສອບ​ສວນ​ການ​ກະທໍາຂອງ​
ທ່ານພຣູອິດ ​ແລະ​ຮຽກຮ້ອງ ​ໃຫ້​ປົດ​ທ່ານ​ອອກ​ຈາກຕໍາ​ແໜ່ງ.

ທ່ານ​ນາງ ຊາຣາ ​ຮັກ​ກາ​ບີ ແຊນ​ເດີ​ສ໌ (Sarah Huckabee Sanders) ​ໂຄ ສົກ​ປະ​ຈໍາ​ທໍານຽບຂາວ​ເວົ້າວ່າ ​ເຈົ້າໜ້າທີ່​ຝ່າ​ຍບໍລິຫານ​ລັດຖະບານ​ກໍາລັງ "ປະ​ເມີນ​ເບິ່ງ​ບັນຫານີ້ ​ແລະ​ຫວັງ​ວ່າອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມຈະ​ຕອບ​ຄໍາ​ຖາມ​ເຫລົ່ານີ້."

ທ່ານ ພຣູອິດ ​ແມ່ນ​ນຶ່ງ​ໃນ​ຈໍານວນພວກ​ທີ່​ໄດ້​ຖືກ​ແຕ່ງຕັ້ງໂດຍ​ປະທານາທິບໍດີທຣໍາທີ່ກາຍ
ເປັນບັນຈຫາ​ໂຕ້​ແຍ້​ງກັນ​ຫລາຍ​ທີ່​ສຸດ ​ແລະ​ກໍ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ທ່ານ​ເວົ້າວ່າ ທ່ານ​ຈະ​ເຮັດ ​ເມື່ອ​ທ່ານ​ທຣໍາ​ໄດ້​ແຕ່ງຕັ້ງ​ໃຫ້​ທ່ານ​ກໍາ​ລະບຽບການ​ດ້ານ​ສິ່ງ​ແວດ​ລ້ອມ​ຂອງ​ປະ​ເທດ -- ຊຶ່ງ​ໄດ້​ທັບ​ມ້າງ​ນະ​ໂຍບາຍ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ແວ​ດລ້ອມ ທີ່​ວາງ​ອອກ​ໂດຍ​ອະດີດ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ.

ທ່ານ​ທຣໍາ ​ໃນຫລາຍໆຄັ້ງ ກໍ​ໄດ້​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຕໍ່ທ່ານພຣູອິດ ຊຶ່ງ​ລວມທັງ
ຕອນ​ທີ່​ທ່ານ​ເວົ້າວ່າ ທ່ານ​ຄິດ​ວ່າທ່ານພຣູອິດ “​ປະຕິບັດ​ງານ​ໄດ້​ດີ​ຫຼາຍ​ທີ່​ສຸດ” ​ໃນຕົ້ນ​ເດືອນ​ເມສາ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG