ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ເຈ​ລະ​ຈາ ປົດ​ອາ​ວຸດນິວ​ເຄ​ລຍ ລະ​ຫວ່າງ ສ​ຫ​ລ ແລະ ​​​ເກົາ​ຫຼີ​ເໜືອ ກ້າວ​ໜ້າ​ເລັກ​ໜ້ອຍ

ທ່ານ ສ​ເຕັ​ຟ​ເຟັນ ບາຍ​ກັນ, ທູດ​ພິ​ເສດຂອງ ສ​ຫລ (ກາງ) ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫລັງ​ຈາ​ກກອງ​ປະ​ຊຸມ "ຂອງ​ກຸ່ມ​ເຮັດ​ວຽກ​ຮ່ວມ​ກັນ" ລະ​ຫວ່າງ ສ​ຫລ ກັບ​ເກົາ​ຫລີ​ໃຕ້ ທີ່​ຮັບ​ຜິດ​ຊອບ​ບັນ​ຫາເກົາ​ຫລີ​ເໜືອ ຢູ່ກະ​ຊວງ​ການ​ຕ່າງ​ປະ​ເທດ ເກົາ​ຫລີ​ໃຕ້ ໃນວັນ​ທີ 21 ທັນ​ວາ, 2018

ທ່ານ ສ​ເຕັ​ຟ​ເຟັນ ບາຍ​ກັນ (Stephen Biegun) ທູດ​ພິ​ເສດຮັບ​ຜິດ​ຊອບ​ກ່ຽວກັບເກົາ​ຫລີເໜືອຂອງວໍ​ຊິງ​ຕັນ​ຮັບ​ຮູ້ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ສະ​ຫະ​ລັດມີ​ຄວາມ​ກ້າວ​ໜ້າ​ພຽງ
ໜ້ອຍ​ດຽວ ​ໃນການ​ເຈ​ລະ​ຈາ​ ດ້ານ​ອາ​ວຸດ​ນີວ​ເຄ​ລຍ​ ກັບ​ເກົາ​ຫລີ​ເໜືອ.

"ເຖິງ​ແມ່ນ​ວ່າພວກ​ເຮົາ​ຢາກ​ຈະ​ກ້າວ​ໄປ​ໄກ​ກວ່າຈຸດ​ທີ່​ພວກ​ເຮົາ​ຢູ່​ໃນ​ປັດ​ຈຸ​ບັນນີ້ ຢ່າງ​ຫລວງ​ຫລາຍ ແຕ່ພວກ​ເຮົາກໍ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ໃນ​ລະ​ດັບ​ໃດ​ນຶ່ງ ​ໃນ​ໄລ​ຍະ 6 ເດືອນ​ຜ່ານ​ມານີ້ ໂດຍ​ມີ​ຄວາມຄາດ​ຫວັງ​ວ່າຈະ​ມີ​ຄວາມ​ກ້າວ​ໜ້າ​ເພີ້ມໄປ​ອີກຢ່າງ​ຫລວງ​ຫລາຍ" ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານ ບາຍ​ກັນ (Biegun) ທີ່ກ່າວ​ໃນ​ເວ​ລາ​ທ່ານໃຫ້​ຄຳ​ປາ​ໄສ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລສ​ແຕນ​ຝອດ (Stanford).

ປ. ທ​ຣຳ ແລະ​ ທ. ກິມ ຈົງ​ອຶນ ຈັບ​ມື​ກັນ​ພາຍ​ຫ​ລັງ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທຳ​ອິດ​ໃນ​ວັນ​ທີ 12, ​ມິ​ຖຸ​ນາ​ປີ​ກາຍນີ້ ຢູ່​ສິງ​ກະ​ໂປ
ປ. ທ​ຣຳ ແລະ​ ທ. ກິມ ຈົງ​ອຶນ ຈັບ​ມື​ກັນ​ພາຍ​ຫ​ລັງ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທຳ​ອິດ​ໃນ​ວັນ​ທີ 12, ​ມິ​ຖຸ​ນາ​ປີ​ກາຍນີ້ ຢູ່​ສິງ​ກະ​ໂປ

ການ​ໃຫ້ຄຳ​ເຫັນ​ດັ່ງ​ກ່າວ ມີ​ຂື້ນ​ໃນບໍ່​ເທົ່າ​ໃດ​ອາ​ທິດກ່ອນໜ້າກອງ​ປະ​ຊຸມ​ສຸດຍອດ ຄັ້ງທີ
ສອງ​ ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດ ແລະ​ຜູ້​ນຳ ກິມ ຈົງ ອຶນ
ຂອງ​ເກົາ​ຫລີ​ເໜືອ ​ທີ່ຄາດ​ກັນ​ວ່າ ຈະມີຂຶ້ນນັ້ນ.

ວັນ​ເວ​ລາ ແລະ​ສະ​ຖານ​ທີ່​ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ​ຈະ​ປະ​ກາດ​ໃຫ້​ຮູ້​ໃນ "ຕົ້ນ​ອາ​ທິດ​ໜ້ານີ້," ອີງ​ຕາມ​ທ່ານ​ທ​ຣຳ ທີ່​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້. "ຂ້າ​ພະ​ເຈົ້າ​ຄິດວ່າ ພວກ​ທ່ານ​ເກືອບ​ໝົດ​ທຸກ​ຄົນຄົງ​ຈະ​ຮູ້​ແລ້ວວ່າ ສະ​ຖານ​ທີ່ປະ​ຊຸມ​ດັ່ງ​ກ່າວ ​ແມ່ນຢູ່​ໃສ. ຂ້າ​ພະ​ເຈົ້າ​ບໍ່ຄິດດອກວ່າ ມັນ​ຈະ​ເປັນ​ເລື້ອງ​ລັບ​ຫຍັງ​ເລີຍ,” ນັ້ນ​ຄື​ຄວາມ​ເວົ້າ ຂອງ​ທ່ານທ​ຣຳ.

ແຜນ​ທີ່​ຂອງເຂດ​ຍ່ານ​ສ້າງ​ອາ​ວຸດ​ນີວ​ເຄ​ລຍ ຢ໋ອງ​ບາຍ​ອອນ ໃນ​ເກົາ​ຫລີ​ເໜືອ
ແຜນ​ທີ່​ຂອງເຂດ​ຍ່ານ​ສ້າງ​ອາ​ວຸດ​ນີວ​ເຄ​ລຍ ຢ໋ອງ​ບາຍ​ອອນ ໃນ​ເກົາ​ຫລີ​ເໜືອ

ມີ​ລາຍ​ງານ​ໃຫ້​ຮູ້​ກັນ​ຢ່າງກວ້າງ​ຂວາງວ່າ ຫວຽດ​ນາມ ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ​ສອງ ​ສຳ​ລັບ​ທ່ານ ທ​ຣຳ ກັບ​ທ່ານ​ກິມ ທີ່​ມີ​ກຳ​ນົດ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ກຸມ​ພາ​ນີ້. ໄທ​ ກໍ​ໄດ້​ມີ​ການ​ກ່າວ​ເຖິງ​ວ່າ ອາດ​ຈະ​ເປັນ​ບ່ອນ​ ຈັດ​ກອງ​ປະ​ຊຸມນັ້ນ ​ກໍ​ເປັນ​ໄດ້.

ການ​ພົບ​ປະ​ກັນ​ລະຫວ່າງສະ​ຫະ​ລັດກັບ​ເກົາ​ຫລີ​ເໜືອ ໄດ້​ເປັນ​ໄປ​ຢ່າງ​ຊ້າໆ ນັບ​ແຕ່ມີ
ການພົບ​ປະ​ກັນ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ທ່ານ ທ​ຣຳ ແລະ​ທ່ານ ກິມ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍ
ນີ້ ຢູ່​ສິງ​ກະ​ໂປເປັນ​ຕົ້ນ​ມາ.

ພາບ​ຖ່າຍ​ໃນ​ວັນ​ທີ 29 ມິ​ຖຸ​ນາ, 2018 ສະ​ແດງ​ໃຫ້​ເຫັນ​ວ່າ ທະ​ຫານ​ສະ​ຫະ​ລັດຢືນ​ກົງ​ໃຫ້​ຄຳ​ນັບ​ຢູ່​ງານ​ເປີດ​ສຳ​ນັກ​ງານ​ໃຫຍ່​ຂອງກອງ​ບັນ​ຊາ​ການ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ກຳ​ລັງ​ທະ​ຫານ​ຂອງ​ເກົາ​ຫລີ​ໃຕ້ ຢູ່​ຄ້າຍ Humphreys ໃນ​ເມືອງ Pyeongtaek ຂອງ​ເກົາ​ຫລີ​ໃຕ້

ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ, ທ່ານ​ທ​ຣຳ ແລະ​ທ່ານ​ກິມ ເຫັນ​ດີ​ນຳ​ກັນ​ວ່າ ຈະ "ປະ​ຕິ​ບັດ​ງານ​ຮ່ວມ​ກັນ​ເພື່ອ​ລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍ​ໃຫ້​ໝົດ​ໄປ​ຈາກ​ແຫລມ ເກົາ​ຫລີ." ແຕ່​ວ່າ​ທັງ​ສອງ​ຝ່າຍ ກໍບໍ່​ໄດ້​ຕົກ​ລົງ​ນຳ​ກັນ​ວ່າ ສິ່ງ​ທີ່​ເວົ້າ​ໄປ​ນັ້ນໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເຮັດ​ວິ​ທີ​ໃດ ຫລື​ຕອນ​ໃດ ​ຈຶ່ງ​ຈະ​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG