ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່​ປຸ່ນ ອາດ​ຕ້ອງ​ໄດ້ ​ປ່ອຍ​ນ້ຳ​ຈາກ ໂຮງ​ໄຟ​ຟ້ານິວ​ເຄ​ລຍ ຟູ​ກູ​ຊິ​ມະ ລົງ​ໃສ່​ມະ​ຫາ​ສະ​ໝຸດ


ຖັງ​ເກັບ​ນ້ຳ​ກຳ​ມັນ​ຕະ​ລັງ​ສີ ຢູ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ໄດ​ອິ​ຈິ ຟູ​ກູ​ຊິ​ມະ, ເມືອງ ໂອ​ຄຸ​ມະ, ແຂວງ ຟູ​ກູ​ຊິ​ມະ, ຍີ່​ປຸ່ນ. 18 ກຸ​ມ​ພາ, 2019.
ຖັງ​ເກັບ​ນ້ຳ​ກຳ​ມັນ​ຕະ​ລັງ​ສີ ຢູ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ໄດ​ອິ​ຈິ ຟູ​ກູ​ຊິ​ມະ, ເມືອງ ໂອ​ຄຸ​ມະ, ແຂວງ ຟູ​ກູ​ຊິ​ມະ, ຍີ່​ປຸ່ນ. 18 ກຸ​ມ​ພາ, 2019.

ນ້ຳ​ທີ່​ມີ​ສານ​ປົນ​ເປື້ອນຫຼາຍ​ສິບ​ພັນ​ໂຕນ ຈາກ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຟູ​ກູ​ຊິ​ມະ ອາດ​ຖືກ
ປ່ອຍລົງໃສ່ມະຫາສະໝຸດ ປາຊີຟິກ, ອີງຕາມການກ່າວຂອງລັດຖະມົນຕີສິ່ງແວດລ້ອມ
ຂອງ ຍີ່ປຸ່ນ ໃນວັນອັງຄານວານນີ້.

ນ້ຳ​ດັ່ງ​ກ່າວ, ເຊິ່ງ​ຖືກ​ໃຊ້​ເພື່ອ​ເຮັດ​ໃຫ້​ຈຸດ​ສູນ​ກາງ​ເຊື້ອ​ໄຟ ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເຢັນ​
ລົງ ຫຼັງຈາກໂຮງໄຟຟ້າດັ່ງກ່າວໄດ້ເປ່ເພຍ້ອນແຜ່ນດິນໄຫວ ແລະ ຄື້ນຊຸນາມິ ໃນປີ
2011 ນັ້ນ, ໄດ້ຖືກເກັບໄວ້ໃນຖັງຂະໜາດໃຫຍ່ຢູ່ສະຖານທີ່ເກີດເຫດ. ແຕ່ເນື້ອທີ່ສຳ
ລັບການເກັບມັນໄວ້ແມ່ນກຳລັງຈະໝົດ.

ທ່ານ ໂຢ​ຊິ​ອາ​ກິ ຮາ​ຣາ​ດະ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ຢູ່​ນະ​ຄອນຫຼວງ ໂຕ​ກຽວ​
ວ່າ “ທາງເລືອກດຽວແມ່ນປ່ອຍມັນລົງໃນທະເລ ແລະ ເຮັດໃຫ້ມັນຈາງໄປ. ລັດຖະບານ
ທັງໝົດຈະປຶກສາກັນ ກ່ຽວກັບ ບັນຫານີ້, ແຕ່ຂ້າພະເຈົ້າຢາກຈະສະເໜີຄວາມຄິດທີ່
ງ່າຍໆແບບນີ້.”

ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ ໂຕ​ກຽວ, ເຊິ່ງ​ເປັນ​ຜູ້​ບໍ​ລິ​ຫານ​ງານ ໂຮງ​ໄຟ​ຟ້າ​ນິວເຄ​ລຍ​ນັ້ນ,
ໄດ້ເວົ້າວ່າ ເຂົາເຈົ້າຈະໝົດບ່ອນເກັບນ້ຳດັ່ງກ່າວໃນປີ 2022.

ສຳ​ລັບ​ເວ​ລາ​ແປດ​ປີ​ທີ່​ຜ່ານ​ມາ ນັບ​ຕັ້ງ​ແຕ່​ການ​ເປື່ອຍ​ລົງ​ຂອງ​ເຕົາ​ປະ​ຕິ​ກອນ​ສາມແຫ່ງ​
ຂອງແຂວງ ຟູກູຊິມະ ນັ້ນ, ນໍ້າທີ່ມີສານກຳມັນຕະລັງສີປົນເປື້ອນ ແມ່ນໄດ້ຖືກໂປ້ມອອກ
ຈາກຕຶກທີ່ໄດ້ຮັບຄວາມເສຍຫາຍທຸກມື້.

ໃນ​ກອງ​ປະ​ຊຸມ​ອີກ​ແຫ່ງ​ນຶ່ງ, ຫົ​ວ​ໜ້າ​ກອງ​ເລ​ຂາປະ​ຈຳຄະ​ນະ​ລັດ​ຖະ​ບານຂອງ ຍີ່​ປຸ່ນ
ທ່ານ ໂຢຊິຮິເດະ ຊູກະ ໄດ້ກ່າວວ່າ ລັດຖະບານຍັງຕົກລົງກັນບໍ່ໄດ້ ກ່ຽວກັບ ວິທີການ
ດຳເນີນການ. ທ່ານໄດ້ກ່າວວ່າ ຄວາມຄິດຂອງທ່ານ ຮາຣາດະ ແມ່ນມາຈາກລາວເອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG